ດ່ວນ!! ວັນທີ 17-19 ທັນວານີ້ ແຮງງານລາວທີ່ເຮັດວຽກຢູ່ໄທ ສາມາດໄປສັກວັກຊີນປ້ອງກັນໂຄວິດ-19 ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ

ດ່ວນ!! ວັນທີ 17-19 ທັນວານີ້ ແຮງງານລາວທີ່ເຮັດວຽກຢູ່ໄທ ສາມາດໄປສັກວັກຊີນປ້ອງກັນໂຄວິດ-19 ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ - 910052539662382 - ດ່ວນ!! ວັນທີ 17-19 ທັນວານີ້ ແຮງງານລາວທີ່ເຮັດວຽກຢູ່ໄທ ສາມາດໄປສັກວັກຊີນປ້ອງກັນໂຄວິດ-19 ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ
ດ່ວນ!! ວັນທີ 17-19 ທັນວານີ້ ແຮງງານລາວທີ່ເຮັດວຽກຢູ່ໄທ ສາມາດໄປສັກວັກຊີນປ້ອງກັນໂຄວິດ-19 ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ - kitchen vibe - ດ່ວນ!! ວັນທີ 17-19 ທັນວານີ້ ແຮງງານລາວທີ່ເຮັດວຽກຢູ່ໄທ ສາມາດໄປສັກວັກຊີນປ້ອງກັນໂຄວິດ-19 ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ

ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາຣາຊະອານາຈັກໄທ ໄດ້ອອກແຈ້ງການດ່ວນສະບັບເລກທີ1843/ສລບ.ຮງ. ລົງວັນທີ 3 ທັນວາ 2021 ໂດຍແຈ້ງມາຍັງແຮງງານ ລາວທີ່ພັກອາໄສຢູ່ເຂດກຸງເທບມະຫານະຄອນ ແລະ ເຂດໃກ້ຄຽງ ຊາບວ່າ: ສໍານັກອະນາໄມກຸງເທບມະຫານະຄອນ (ສູນສັກຢາວັກຊີນເຍົາວະຊົນໄທ-ຍີ່ປຸ່ນດິນແດງ) ຈະອໍານວຍຄວາມສະດວກເພື່ອສັກຢາວັກຊີນປ້ອງກັນເຊື້ອພະ ຍາດໂຄວິດ-19 ໃຫ້ແກ່ແຮງງານຕ່າງປະເທດ ຮວມທັງແຮງງານລາວ ໂດຍບໍ່ມີຄ່າໃຊ້ຈ່າຍ ດັ່ງນີ້:

  1. ແຮງງານລາວທີ່ຍັງບໍ່ເຄີຍສັກຢາວັກຊີນປ້ອງກັນເຊື້ອພະຍາດໂຄວິດ-19 ມາກ່ອນແມ່ນສາມາດເດີນທາງເຂົ້າໄປ (Walk-in) ຮັບການສັກຢາວັກຊີນໄດ້ຢູ່ສູນສັກຢາວັກຊີນເຍົາວະຊົນໄທ-ຍີ່ປຸ່ນດິນແດງ, ກຸງເທບມະຫານະຄອນ ແຕ່ເວລາ 08: 00-16: 00ໂມງ ລະຫວ່າງວັນທີ 17-19 ທັນວາ 2021.

2. ສໍາລັບຢາວັກຊີນ ທີ່ທາງການໄທຈະສັກ ໃຫ້ນັ້ນແມ່ນແບບປະສົມຄື: ຢາວັກຊີນ Sinovac ເປັນເຂັມທີຫນຶ່ງແລະ AstraZeneda ເປັນເຂັມທີສອງ.

3. ແຮງງານລາວທຸກໆຄົນສາມາດໄປຮັບການສັກຢາວັກຊີນປ້ອງກັນເຊື້ອພະຍາດໂຄວິດ-19 ນີ້ໄດ້ ແລະ ໃຫ້ນໍາເອົາເອກະສານຕ່າງໆທີ່ມີຕິດຕົວໄປພ້ອມ.

ດັ່ງນັ້ນ, ຈື່ງແຈ້ງມາຍັງແຮງງານລາວເພື່ອຊາບ ແລະ ພ້ອມກັນໄປສັກຢາວັກຊີນຕາມວັນເວລາດັ່ງກ່າວດ້ວຍ

ດ່ວນ!! ວັນທີ 17-19 ທັນວານີ້ ແຮງງານລາວທີ່ເຮັດວຽກຢູ່ໄທ ສາມາດໄປສັກວັກຊີນປ້ອງກັນໂຄວິດ-19 ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ - 5 - ດ່ວນ!! ວັນທີ 17-19 ທັນວານີ້ ແຮງງານລາວທີ່ເຮັດວຽກຢູ່ໄທ ສາມາດໄປສັກວັກຊີນປ້ອງກັນໂຄວິດ-19 ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!