ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ

ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ - S  23543850 - ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ
ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ - kitchen vibe - ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ

ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ - S  23543850 1 300x200 - ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ

ປິດສາກລົງຮຽບຮ້ອຍແລ້ວ ສໍາລັບການແຂ່ງຂັນສະນຸກເກີລາຍການໃຫຍ່ໃນລະດັບ ທຣິບເປິນ ຄຣາວ ທົວນາເມັນ ການແຂ່ງຂັນຢູເຄແຊ໊ມຊິບ 2021 ທີ່ສະໜາມຢອກບາບີກັນ ໃນນະຄອນຢອກ ປະເທດອັງກິດ ໃນກາງເດິກວັນທີ 5 ທັນວາທີ່ຜ່ານມາ.

ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ - Visit Laos Visit SALANA BOUTIQUE HOTEL - ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ

ຢູເຄແຊ໊ມປຽນຊິບຄັ້ງນີ້ ມີ​ເຫດການ​ທີ່​ບໍ່​ໜ້າ​ເຊື່ອ​ ​ແລະ​ ເຫນືອຄຳບັນຍາຍເກີດຂຶ້ນຫລາຍ ບໍ່ວ່າຈະເປັນການທີ່ມືດັງໃນ 16 ອັນດັບທຳອິດຂອງໂລກ ພາກັນທະຍອຍຕົກຮອບທຳອິດ ຈົນມີ 11 ຄົນໃນ 16 ອັນດັບ 1 ຂອງໂລກ ທີ່ຕົກກ່ອນຮອບ 16 ຄົນສຸດທ້າຍ.

ນອກຈາກນັ້ນ, ນັດຮອບຊີງຊະນະເລີດທີ່ເປັນການພົບກັນລະຫວ່າງ ຈ້າວ ຊິນ ຖົງ ມື 26 ໂລກ   ຈາກຈີນ ກັບ ລູກ້າ ເບຣເຊລ ມື 40 ໂລກ ຈາກເບລຢຽມ  ຍັງກາຍເປັນຄັ້ງທໍາອິດໃນປະຫວັດສາດຂອງການແຂ່ງຂັນ ຢູເຄ ແຊ໊ມປຽນຊິບ ທີ່ບໍ່ມີນັກສະນຸກເກີໃນ 16 ອັນດັບຂອງໂລກ ຜ່ານເຂົ້າຮອບຊີງຊະນະເລີດ. ນັບ​ຕັ້ງ​ແຕ່​ລາຍ​ການ​ນີ້​ ຈັດຂຶ້ນຄັ້ງທຳອິດໃນປີ 1977 ຫຼື 44 ປີກ່ອນ.

ທັງນີ້ຍັງເປັນຄັ້ງທີ 2 ໃນປະຫວັດສາດທີ່ບໍ່ມີນັກສະນຸກເກີຈາກ 4 ປະເທດ ໃນເຄືອຂອງຣາດຊະອານາຈັກ (ອັງກິດ, ສະກັອດແລນ, ເວວ, ໄອແລນເໜືອ) ໄດ້ເຂົ້າຮອບເຂົ້າຮອບ ຕໍ່ຈາກການແຂ່ງຂັນຢູເຄ ແຊ໊ມປຽນຊິບ 2015 ເຊິ່ງໃນຕອນນັ້ນ ນິລ ໂຣເບີດສັນ ຈາກອົດ​ສະ​ຕາ​ລີ ເຂົ້າຊີງກັບ ຫລຽງ ເຫວິນ ໂປ໋ ຈາກຈີນ ກ່ອນທີ່ ໂຣເບີດສັນ ຈະຄວ້າແຊ໊ມໄປຄອງ,

ຈຶ່ງໄດ້ກ່າວໄດ້ວ່າ ການແຂ່ງຂັນຢູເຄ ແຊ໊ມປຽນຊິບທີ່ພວມປິດສາກໄປ ຄືການແຂ່ງຂັນແຈ້ງເກີດຂອງບັນດາມືນອກສາຍຕາຢ່າງແທ້ຈິງ.

ໂດຍສະເພາະ, ຈ້າວ ຊິນ ຖົງ ນັກສະນຸກເກີ ອາຍຸ 24 ປີຈາກຈີນແຜ່ນດິນໃຫຍ່. ທີ່ລະເບີດຄິວໄດ້ຢ່າງດີເດ່ັນ ນັບຕັ້ງແຕ່ຮອບທຳອິດ (ຮອບ 128 ຄົນ) ຈົນຮອດຮອບຊີງຊະນະເລີດ ກ່ອນຈະຄວ້າແຊ້ມໄປຄອງຢ່າງຍິ່ງໃຫຍ່ ຫຼັງໃນຮອບຊີງ ໄລ່ຕ້ອນ ລູກ້າ ເບຣເຊລ ຈາກ ເບລຢ້ຽມ 10-5 ເຟຣມ ໄດ້ຮັບເງິນລາງວັນ 200,000 ປອນ.

ກາຍເປັນນັກສະນຸກເກີຄົນທີ 2 ຕໍ່ຈາກ ຕິງ ຈຸ້ນ ຮຸຍ ທີ່ຄວ້າແຊ໊ມລາຍການນີ້ ແລະ ຍັງເປັນແຊ໊ມທົວນາເມັນລະດັບເວີນແຣງກິງ ລາຍການທຳອິດຂອງລາວນຳອີກ.

ແລະ ຈະເປັນຄັ້ງທຳອິດທີ່ ຈ້າວ ຖົງ ໄດ້ເດບິວ ວາດລວດລາຍໃນມາສເຕີ ໂດຍຈະພົບກັບລະຫວ່າງວັນທີ 9-16 ມັງກອນ ຢູ່ສັງວຽນ ອະເລັກຊານດຣາພາເລດ ນະຄອນຫລວງລອນດອນ ປະເທດອັງກິດ.

ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ - 4 - ຈ້າວ ຊິນ ຖົງ ປະກາດສັກດາຄວ້າແຊ໊ມຢູເຄແຊ໊ມປຽນຊິບ ຄວ້າໂຄຕ້າສຸດທ້າຍລຸຍມາສເຕີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!