6 ເດືອນຕົ້ນປີ 2021 ມູນຄ່າການຄ້າຈີນ-ລາວເພີ່ມຂຶ້ນ 36,8%

6 ເດືອນຕົ້ນປີ 2021 ມູນຄ່າການຄ້າຈີນ-ລາວເພີ່ມຂຶ້ນ 36,8% - 600165462857 e1638773293507 - 6 ເດືອນຕົ້ນປີ 2021 ມູນຄ່າການຄ້າຈີນ-ລາວເພີ່ມຂຶ້ນ 36,8%
6 ເດືອນຕົ້ນປີ 2021 ມູນຄ່າການຄ້າຈີນ-ລາວເພີ່ມຂຶ້ນ 36,8% - kitchen vibe - 6 ເດືອນຕົ້ນປີ 2021 ມູນຄ່າການຄ້າຈີນ-ລາວເພີ່ມຂຶ້ນ 36,8%
ອີງຕາມບົດສະຫຼຸບຫຼ້າສຸດຂອງກະຊວງການຄ້າຈີນລາຍງານໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນມິຖຸນາຂອງປີ 2021 ນີ້, ມູນຄ່າການຄ້າສອງຝ່າຍຈີນ-ລາວໄດ້ບັນລຸເຖິງ 14,89 ຕື້ຢວນ, ເພີ່ມຂຶ້ນ 36,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຄາດວ່າພາຍຫຼັງມີການເປີດນຳໃຊ້ທາງລົດໄຟຈີນ-ລາວຢ່າງເປັນທາງການເປັນຕົ້ນໄປຍິ່ງຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນຂອງທັງສອງປະເທດຈີນ-ລາວ, ນັບທັງເພີ່ມທະວີການແລກປ່ຽນດ້ານເສດຖະກິດ ແລະການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດລາວ-ຈີນຕື່ມອີກ, ທັງເປັນການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.” ໃນຖານະເປັນໂຄງການທີ່ເປັນສັນຍາລັກມິດຕະພາບຈີນ-ລາວຢູ່ໃນຂອບຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”.
ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານສະບັບໜຶ່ງເມື່ອບໍ່ດົນມານີ້ໂດຍວ່າ: ເມື່ອເບິ່ງໃນໄລຍະຍາວແລ້ວ, ໂດຍຜ່ານການເຊື່ອມຕໍ່ກັບເຄືອຂ່າຍ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟຈີນ-ລາວໃນຖານະເປັນສາຍພານຂອງລາວທີ່ເຊື່ອມຕໍ່ກັບຕ່ອງໂສ້ການສະໜອງຂອງໂລກຈະສາມາດສ້າງລາຍຮັບລວມໃຫ້ແກ່ປະເທດລາວເພີ່ມຂຶ້ນ 21%, ພ້ອມທັງເປັນແຮງດຶງດູດນັກລົງທຶນເຂົ້າສູ່ປະເທດລາວນັບມື້ນັບຫຼາຍຂຶ້ນ. ທາງລົດໄຟສາຍນີ້ຈະຫຼຸດຄ່າຂົນສົ່ງລະຫວ່າງນະຄອນຫຼວງວຽງຈັນຂອງປະເທດລາວຫານະຄອນຄຸນໝິງແຂວງຢຸນໜານປະເທດຈີນໃຫ້ຕ່ຳລົງ 40 ຫາ 50%. ນອກນັ້ນ,ເມື່ອຮອດປີ 2030 ແຕ່ລະປີ,ການຄ້າຂ້າມຊາຍແດນຜ່ານປະເທດລາວຕາມແລວທາງລົດໄຟຈີນ-ລາວອາດຈະບັນລຸເຖິງ 3,9 ລ້ານໂຕນ.
ພ້ອມກັນນັ້ນ, ການເປີດນຳໃຊ້ທາງລົດໄຟຈີນ-ລາວຈະຊຸກຍູ້ໃຫ້ຂະແໜງການຕ່າງໆຂອງປະເທດລາວເຊື່ອມໂຍງເຂົ້າກັນແລະພັດທະນາໄດ້ໄວຂຶ້ນ, ສ້າງໂອກາດປະກອບອາຊີບໄດ້ຢ່າງຫຼວງຫຼາຍ, ທັງເປັນການເພີ່ມລາຍຮັບແລະໂອກາດການພັດທະນາໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟຮັ່ງມີຂຶ້ນ, ເຮັດໃຫ້ເຂດທຸກຍາກລຽບຕາມທາງລົດໄຟພົ້ນຈາກສະພາບຄວາມທຸກຍາກໄວຂຶ້ນກວ່າເກົ່າ, ເປັນການແກ້ໄຂຂອດອຸດຕັນໃນການພັດທະນາເສດຖະກິດຂອງລາວໃນປັດຈຸບັນ.
ສະເພາະວັນທີ 3 ທັນວາ 2021, ຄຽງຄູ່ກັບການເປີດທາງລົດໄຟຜູ້ໂດຍສານຢ່າງເປັນທາງການແລ້ວ, ກໍຍັງໄດ້ເປີດຖ້ຽວຂົນສົ່ງສິນຄ້າຜ່ານທາງລົດໄຟຈີນ-ລາວຢ່າງເປັນທາງການຕື່ມອີກແລະຂະ​ບວນ​ລົດ​ໄຟ​​ສາ​ກົນລາວ-ຈີນ 2 ຖ້ຽວ​ທີ່​ບັນ​ຈຸ​ສິນ​ຄ້າ​ ໄດ້​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ເຊີນ​ເຈີ້ນ ແລະ​ນະ​ຄອນກວາງ​ໂຈ່​ຂອງ​ຈີນ,ຫຼັງ​ຈາກ​ໄປ​ຮອດ​ນະ​ຄອນ​ຄຸນ​ໝິງ​ແລ້ວ, ໄດ້​ເດີນ​ຕາມ​ທາງ​ລົດ​ໄຟ​ລາວ-​ຈີນ​ທີ່​ເປີດນຳ​ໃຊ້​ໃໝ່ ແລະ​ມຸ້ງ​ໜ້າ​ສູ່ ​ນະ​ຄອນຫຼວງວຽງ​ຈັນ​. ລົດ​ໄຟ 2 ຖ້ຽວ​ດັ່ງ​ກ່າວ ໄດ້​ບັນ​ຈຸ​ຕູ້​ຄອນ​ເທນ​ເນີ 107 ຕູ້. ນີ້​ເປັນຂະ​ບວນ​ລົດ​ໄຟ​ສາ​ກົນ 2 ຖ້ຽວທໍາອິດ​ຂອງເຂດ​ອ່າວ​ໃຫຍ່​ຂອງ​ຈີນ​ທີ່​ເດີນ​ທາງ​ມາຮອດສປປລາວ. ສວ່ນຂະບວນລົດໄຟຂົນສົ່ງສິນຄ້າຈາກ ສປປລາວ ໄປຄຸນໝິງກໍໄດ້ເດີນທາງອອກ ແລະຮອດຈຸດໝາຍປາຍທາງໃນວັນດຽວກັນ.
ທາງລົດໄຟຈີນ-ລາວ ແມ່ນເສັ້ນທາງສ້າງຄວາມຮັ່ງມີແລະສ້າງຜົນປະໂຫຍດທີ່ແທ້ຈິງຢ່າງຕໍ່ເນື່ອງໃຫ້ແກ່ປະຊາຊົນ ແລະປະເທດຊາດລາວ.
6 ເດືອນຕົ້ນປີ 2021 ມູນຄ່າການຄ້າຈີນ-ລາວເພີ່ມຂຶ້ນ 36,8% - 5 - 6 ເດືອນຕົ້ນປີ 2021 ມູນຄ່າການຄ້າຈີນ-ລາວເພີ່ມຂຶ້ນ 36,8%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!