ຣັສເຊຍ ເອົາຊະນະ ໂຄຣເອເຊຍ ຄວ້າແຊ໊ມ ເດວິດ ຄັບ




ການແຂ່ງຂັນເທັນນິສທີມຊາຍຊິງແຊ໊ມໂລກລາຍການ “ເດວິດ ຄັບ ໄຟນອລ 2021” ຮອບຊີງຊະນະເລີດທີ່ມືອງມາດຣິດ ປະເທດສະເປນ ໃນວັນອາທິດທີ່ຜ່ານມາ ທີມສະຫະພັນເທັນນິິສຣັສເຊຍ ສະແດງຜົນງານດີເດັ່ນ ຫຼັງເອົາຊະນະ ໂຄຣເອເຊຍ 2-0 ຄູ່ ຄວ້າແຊ໊ມໄປຄອງເປັນສະໄໝທີ 3.
ທີມຣັສເຊຍ ຂຶ້ນນຳກ່ອນ 1-0 ຫຼັງຈາກ ອັງເດຣ ຣູເບວ ທີ່ເອົາຊະນະ ບໍນາ ໂກໂຢ ຂອງໂຄຣເອເຊຍ 2 ເຊັດ 6-4, 7-6 (7-5) ໃນປະເພດຊາຍດ່ຽວ ຄູ່ທໍາອິດ.
ກ່ອນທີ່ ດານີລ ເມດເວເດບ ນັກເທັນນິສມື 2 ຂອງໂລກ ຈະເອົາຊະນະ ມາຣິນ ຊິລິກ ນັກເທັນນິສປະສົບການການ ກອງທັບ ໂຄຣເອເຊຍລົງໄດ້ 2 ເຊັດ 7-6 (9-7), 6-2 ໃນການແຂ່ງຂັນປະເພດຊາຍດ່ຽວຄູ່ທີ 2 ຊ່ວຍໃຫ້ ຣັສເຊຍ ເອົາຊະນະໄປຢ່າງຂາດລອຍ 2-0. ໂດຍບໍ່ຕ້ອງໄປຫວັງຜົນໃນປະເພດຊາຍຄູ່ໃຫ້ເມື່ອຍ.
ນອກຈາກນັ້ນ, ການຄວ້າແຊ໊ມ ເດວິດ ຄັບ ໄຟນອລ 2021 ຍັງເຮັດໃຫ້ຣັສເຊຍ ກາຍເປັນຊາດທີ 4 ທີ່ສາມາດຄວ້າແຊ໊ມ ທັງ ເດວິສ ຄັບ ແລະ ບິລລີ ຈີນຄິງຄັບ ( ການແຂ່ງຂັນປະເພດທີມຍິງ ) ມາຄອງໄດ້ໃນປີດຽວກັນນຳອີກ.