ຈັບເຈົ້າຂອງຮ້ານຮັບຊື້ເຫລັກເສດ ຍ້ອນຮັບຊື້ຂອງໂຈນ


ທ້າວ ໄພບູນ ອາຍຸ 40 ປີ ຫວ່າງງານ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກັກຕົວ ໃນວັນທີ 27 ພະຈິກ 2021 ໃນຂໍ້ຫາລັກຊັບພົນລະເມືອງ (ລັກຮົ້ວເຫຼັກກັ້ນສັດ). ຜ່ານການເກັບກໍາຂໍ້ມູນ ມາໄດ້ໄລຍະໜຶ່ງ ຜູ້ກ່ຽວໄດ້ຊັດທອດຫາ ນາງ ຫງຽນທິເຫງົ້າ ອາຍຸ 24 ປີ ສັນຊາດ ຫວຽດນາມ ອາຊີບ ຄ້າຂາຍ (ຮັບຊື້ເຫຼັກເສດ) ພັກເຊົາ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ ເຊິ່ງລວມມູນຄ່າເສຍຫາຍປະມານ 40 ລ້ານ.
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ທ້າວ ໄພບູນ ໄດ້ຮັບສາລະພາບວ່າ: ຕົນໄດ້ລັກຮົ້ວເຫຼັກກັ້ນສັດ ຕາມເສັ້ນທາງລົດໄຟ ມາແລ້ວຫຼາຍຄັ້ງ ຈໍານວນ 39 ແຜ່ນ ແລ້ວເອົາໄປຂາຍໃຫ້ກັບຮ້ານ ນາງ ຫງຽນທິເຫງົ້າ ຈໍານວນເງິນຄັ້ງລະ 350.000-400.000 ກີບ.
ປັດຈຸບັນ ຄະດີດັ່ງກ່າວ ເຈົ້າໜ້າທີ່ ພວມເລັ່ງຫາຜູ້ຮ່ວມຂະບວນການ ເພື່ອມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ສືບຕໍ່ສືບສວນ-ສອບສວນ ເພື່ອນໍາຂອງກາງຄະດີທີ່ຍັງເກັບກູ້ບໍ່ໄດ້ ມາມອບຄືນໃຫ້ບໍລິສັດຮັບເໝົາກໍ່ສ້າງທາງລົດໄຟ ລາວ-ຈີນ.
ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຮຽກຮ້ອງເຈົ້າໜ້າທີ່ພາກສ່ວນທີ່ມີຄວາມຮັບຜິດຊອບຢູ່ຂົງເຂດ ທີ່ມີລາງລົດໄຟແລ່ນຜ່ານ, ພໍ່ແມ່ປະຊາຊົນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ ຖ້າພົບເຫັນສະພາບຄືບັນຫາດັ່ງກ່າວ ໃຫ້ແຈ້ງເຈົ້າໜ້າທີ່ໃກ້ສຸດ ຫຼື ແຈ້ງຜ່ານວັອດແອັບ ເບີ 02028899774
ທີ່ມາ: ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ