ເສັ້ນທາງລົດໄຟລາວ-ຈີນ ສັນຍາລັກແຫ່ງຄວາມສາມັກຄີ ມິດຕະພາບທີ່ຍິ່ງໃຫຍ່


ໂດຍ: ລູກເມືອງພວນ
ໂຄງການທາງລົດໄຟລາວ-ຈີນ ເປັນໂຄງການລະດັບໃຫ່ຍສຳລັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງໃນປະຫວັດສາດຂອງຊາດລາວບໍ່ເຄີຍມີມາກ່ອນ. ການມີໂຄງການເສັ້ນທາງລົດໄຟລາວ-ຈີນເກີດຂຶ້ນໄດ້ຄືແນວນີ້ບໍ່ແມ່ນເລື່ອງບັງເອີນ ມັນຫາກແມ່ນເຈດຕະນາລົມໃນການສ້າງພື້ນຖານໂຄງລ່າງເສດຖະກິດຂອງລັດຖະບານລາວ, ໂດຍການຮັບຮອງເອົາ ແລະ ເຂົ້າຮ່ວມໂຄງການ “ໜຶ່ງແລ້ວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ຊຶ່ງໂຄງການນີ້ມີຫຼາຍປະເທດໃນໂລກເຂົ້າຮ່ວມ ໃນນັ້ນມີບັນດາປະເທດໃນພາກພື້ນອາຊີ ແລະ ກຸ່ມອາຊຽນໃຫ້ການສະໜັບສະໜູນຢ່າງເຕັມທີ່.
” ປີ 2000 ອາຊຽນ ສະເໜີສ້າງເສັ້ນທາງລົດໄຟ-ທາງເຫລັກ Singapore-Kunming Railway Line (SKRL) ທີ່ມີຄວາມຍາວ 5.500 ກີໂລແມດ ໂດຍຜ່ານ Hanoi-Saigon-Phnom Penh-Bangkok ແລະ Kular Lumpur ເອິ້ນວ່າສາຍທາງ ຕາເວັນອອກ. (ລາວບໍ່ມີຊື່).
2004 ອາຊຽນ ແລະ ສປ ຈີນ ສະເໜີສ້າງ ໂຄງການ ສ້າງທາງເຫລັກສາຍ ຕາເວັນຕົກເຊື່ອມຕໍ່ Kunming-Myanmar-Bangkok
2007 ອາຊຽນ ແລະ ຈີນ ສະເໜີສ້າງ ສາຍທາງເຫລັກ ສາມສາຍ ເຊັ່ນ: ທາງ ຕາເວັນຕົກ, ຕາເວັນອອກ ແລະ ສາຍທາງ Kunming-Vientiane-Bangkok-kular Lumpur-Singgapore.
ສຳລັບເສັ້ນທາງ ທີ່ມາຜ່ານ ວຽງຈັນນັ້ນ ເຂົາຖືວ່າເປັນເສັ້ນທາງ ສຳຮອງ ຫລື ທາງແຍກ (Spur Line) ເທົ່ານັ້ນ”.
ເມື່ອເຫັນວ່າມີໂອກາດດີ ລັດຖະບານລາວຈຶ່ງຮີບຈັບເອົາກາລະໂອກາດນີ້ຮ່ວມມືກັບຝ່າຍຈີນລົງທຶນຮ່ວມກັນສ້າງຂຶ້ນ ເພື່ອຜົນປະໂຫຍດຂອງສອງຝ່າຍລາວ-ຈີນ ແລະ ເພື່ອຜົນປະໂຫຍດລວມຂອງພາກພື້ນອາຊີ ແລະ ສາກົນ, ຊຶ່ງເສັ້ນທາງນີ້ ຈະເປັນເສັ້ນທາງສາຍໄໝໃຊ້ໃນການສົ່ງສິນຄ້າ ແລະ ທ່ອງທ່ຽວຮອບພາກພື້ນອາຊີ-ເອີຣົບ. ຊຶ່ງ ມັນແຕກຕ່າງກັບບາງຄຳກ່າວຫາຂອງບາງບຸກຄົນ, ກຸ່ມຄົນ ແລະ ບາງປະເທດ ທີ່ວ່າ ເສັ້ນທາງນີ້ຄືກັບດັກໜີ້ສິນຈີນ, ຜົນປະໂຫຍດສ່ວນໃຫ່ຍຈະເປັນຂອງຈີນຫຼາຍກວ່າ…
ຖ້າລັດຖະບານ ສປປ ລາວ ບໍ່ສະດູ້ງໄວ ແລະ ບໍ່ມີຄວາມສະຫລຽວສະຫລາດ ເຂົາກໍ່ຈະຮ່ວມກັນສ້າງ ສາຍທາງອື່ນ ທີ່ ໃຊ້ງົບປະມານຕໍ່າກວ່າ ໂດຍ ເຊື່ອມຕໍ່ ບັນດາສາຍທາງທີ່ມີຢູ່ແລ້ວ, ລາວກໍຈະເປັນປະເທດດຽວ ທີ່ບໍ່ມີທາງລົດໄຟ-ທາງເຫລັກ ຈັກສາຍ ກໍຈະເປັນປະເທດ ຕົກເຮັ່ຍ ອອກຈາກ ບັນດາໂຄງການໃຫຍ່ໆນີ້ ແລະ ຈະເອົາຫຍັງໄປ ເຊື່ອມຕໍ່ນຳເຂົາ ໃນເມື່ອວ່າ ເຮົາບໍ່ມີ ທາງລົດໄຟ ພໍເສັ້ນ ລາວກໍຈະເປັນປະເທດປິດຕົນເອງ.
ເສັ້ນທາງລົດໄຟລາວ-ຈີນ ນອກຈາກເປັນເສັນທາງສາຍໄໝຫຼັກໃຊ້ເພື່ອການຄ້າ-ເສດຖະກິດ ແລະ ການທ່ອງທ່ຽວຈາກອາຊີໄປຫາເອີຣົບແລ້ວ, ຍັງເປັນສັນຍາລັກແຫ່ງສາມສາມັກຄີ ມິດຕະພາຍອັນຍິ່ງໃຫ່ຍສອງຊາດລາວ-ຈີນ ອີກດ້ວຍ. ເນື່ອງໃນໂອດາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີໃນປີນີ້ກໍຈະມີການເປີດໂຕທາງລົດໄຟລາວ-ຈີນຢ່າງເປັນທາງການ ດ້ວຍຈະບວນລົດໄຟ “ລ້ານຊ້າງ” ເປີດສາກແຫ່ງສັກະລາດໃໝ່ ໃຫ້ແກ່ຊາດລາວ ພືປີກບິນຂຶ້ນສູ່ເວຫາແຫ່ງຄວາມຈະເລີນ.