ວັກຊີນປ້ອງກັນໂຄວິດ-19 ດີແນວໃດ ເປັນຫຍັງເຮົາຈຶ່ງຕ້ອງສັກ ?
ຄືເຮົາຮູ້ນຳກັນແລ້ວວ່າ: ໂຄວິດ-19 ເປັນເຊື້ອທີ່ແຜ່ລະບາດວ່ອງໄວໃນວົງກວ້າງ, ຖ້າປິ່ນປົວບໍ່ທັນຈະເຮັດໃຫ້ມີອາການຮຸນແຮງ ແລະ ເສຍຊີວິດໄດ້ໃນເວລາບໍ່ດົນ ທັງຍັງສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມຢ່າງຕໍ່ເນື່ອງຍາວນານນຳອີກ. ສິ່ງເຫລົ່ານີ້ທ້າທາຍໃຫ້ບັນດານັກວິໄຈຕ້ອງເລັ່ງພັດທະນາວັກຊີນຂຶ້ນມາຮັບມື ເພື່ອໃຫ້ມວນມະນຸດກັບມາໃຊ້ຊີວິດໄດ້ເປັນປົກກະຕິອີກ ສາມາດໄປຊື້ເຄື່ອງ ໄປເຮັດວຽກ ໄປໂຮງຮຽນ ໄປເຮຮາປາຕີ້ກັບໝູ່ເພື່ອນ ຫລື ເຮັດກິດຈະກຳຕ່າງໆ ໃນຊີວິດປະຈຳວັນຮ່ວມກັບຜູ້ອື່ນໄດ້ແບບໄຮ້ກັງວົນ. ນີ້ຈຶ່ງເປັນເຫດຜົນວ່າ ເປັນຫຍັງເຮົາຈຶ່ງຕ້ອງສັກວັກຊີນປ້ອງກັນໂຄວິດ-19.
ວັກຊີນປ້ອງກັນໂຄວິດ-19 ຊ່ວຍໃຫ້ຈຳນວນຜູ້ຕິດເຊື້ອ ແລະ ການແຜ່ລະບາດມີທ່າອ່ຽງຫລຸດລົງ
ການສັກວັກຊີນຖືເປັນວິທີປ້ອງກັນພະຍາດທີ່ມີປະສິດທິພາບສູງຫລາຍໃນທາງການແພດ ເຖິງວ່າປະສິດທິພາບຈະຍັງບໍ່ເຖິງ 100% ເຊິ່ງເຮັດໃຫ້ຄົນທີ່ສັກໄປແລ້ວສາມາດຕິດເຊື້ອ ແລະ ແຜ່ເຊື້ອໄດ້ກໍຕາມ (ກໍລະນີນີ້ອາດເປັນເພາະຕິດເຊື້ອກ່ອນວັກຊີນຈະອອກລິດ ເນື່ອງຈາກຫລັງສັກວັກຊີນແລ້ວ ລະບົບພູມຕ້ານທານຂອງຮ່າງກາຍຕ້ອງໃຊ້ເວລາໄລຍະໜຶ່ງ ຢ່າງໜ້ອຍ 14 ວັນ ເພື່ອຕອບສະໜອງຕໍ່ວັກຊີນ. ຂໍ້ມູນເບື້ອງຕົ້ນພົບວ່າ: ພູມຕ້ານທານທີ່ເກີດຂຶ້ຍຈາກວັກຊີນ ຊ່ວຍໃຫ້ເຮົາປອດໄພຈາກຄວາມຮຸນແຮງຂອງພະຍາດໄດ້ປະມານ 6 ເດືອນ ຫລື ອາດຫລາຍກວ່ານັ້ນເລັກໜ້ອຍ ເຊິ່ງຂຶ້ນຢູ່ກັບຮ່າງກາຍຂອງແຕ່ລະຄົນ. ຫລັງຈາກນັ້ນພູມຕ້ານທານຈະຄ່ອຍໆຫລຸດລົງ ການສັກຄັ້ງດຽວຈຶ່ງບໍ່ພຽງພໍ ຈຳເປັນຕ້ອງສັກກະຕຸ້ນອີກ ເພາະເຊື້ອໂຄວິດ-19 ມີໄລຍະຟັກຕົວສັ້ນ ເຮົາຈະປ້ອງກັນໄດ້ດີຕ້ອງອາໄສພູມຕ້ານທານທີ່ສູງຢູ່ຕະຫລອດເວລາ) ແຕ່ຫລັງຈາກມີການນຳເອົາວັກຊີນປ້ອງກັນໂຄວິດ-19 ໄປໃຊ້ຕົວຈິງໃນທົ່ວໂລກ ຫລາຍປະເທດສາມາດຄວບຄຸມການລະບາດໄດ້ ແລະ ຈຳນວນຜູ້ຕິດເຊື້ອເລີ່ມມີທ່າອ່ຽງຫລຸດລົງ ເນື່ອງຈາກເມື່ອຄົນສ່ວນຫລາຍໃນແຕ່ລະພື້ນທີ່ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈະເຮັດໃຫ້ເຊື້ອແຜ່ກະຈາຍໄດ້ຍາກຂຶ້ນ ເພາະຈຳນວນຄົນທີ່ມີໂອກາດຕິດເຊື້ອໜ້ອຍເກີນໄປ. ດັ່ງນັ້ນ ການສັກວັກຊີນຈຶ່ງບໍ່ແມ່ນພຽງປ້ອງກັນຕົນເອງເທົ່ານັ້ນ ແຕ່ຍັງຊ່ວຍປ້ອງກັນຄົນອື່ນໆໃນສັງຄົມນຳອີກ.
ຄົນທີ່ມີພະຍາດປະຈຳຕົວ ຍິ່ງຕ້ອງສັກວັກຊີນປ້ອງກັນໂຄວິດ-19.
ສະຖິຕິທາງການແພດພົບວ່າ: ຜູ້ຕິດເຊື້ອໂຄວິດທີ່ມີອາການຮຸນແຮງ ຫລື ເສຍຊີວິດ ມັກມີພະຍາດປະຈຳຕົວຫລາຍກວ່າ 1 ພະຍາດເຊັ່ນ: ເບົາຫວານ, ຄວາມດັນສູງ, ພະຍາດຕຸ້ຍ, ພະຍາດຕັບ, ພະຍາດໄຕ, ພະຍາດຫົວໃຈ ແລະ ຫລອດເລືອດ, ພະຍາດມະເຮັງ, ພະຍາດທາງເດີນຫາຍໃຈຊ້ຳເຮື້ອ ລວມທັງຜູ້ທີ່ມີອາຍຸ 60 ປີຂຶ້ນໄປນຳອີກ ເພາະພະຍາດປະຈຳຕົວນັ້ນກໍ່ໃຫ້ເກີດພາວະແຊກຊ້ອນຕ່າງໆໄດ້ງ່າຍ ແລະ ມີອາການຮຸນແຮງຫລາຍກວ່າປົກກະຕິ. ທັງນີ້ຄົນທີ່ມີອາການປ່ວຍດັ່ງກ່າວຄວນເຂົ້າປຶກສາແພດກ່ອນການສັກວັກຊີນເພື່ອຄວາມປອດໄພ.
ປັດຈຸບັນພົບວ່າເດັກອາຍຸນ້ອຍກວ່າ 18 ປີ ຕິດເຊື້ອໂຄວິດ-19 ໃນອັດຕາສ່ວນທີ່ສູງຂຶ້ນ ເຖິງວ່າຈະບໍ່ມີການເປີດການຮຽນ ເຊິ່ງສ່ວນຫລາຍຕິດຈາກຄົນໃນຄອບຄົວ ແລະ ການເດີນທາງສຳຜັດຜູ້ຕິດເຊື້ອ. ທາງການແພດຈຶ່ງມີຄຳແນະນຳໃຫ້ເດັກອາຍຸຫລາຍກວ່າ 16 ປີ ແລະ ເດັກອາຍຸຫລາຍກວ່າ 12 ປີ ທີ່ມີຄວາມສ່ຽງເກີດພະຍາດໂຄວິດ-19 ຮຸນແຮງ ສາມາດຮັບການສັກວັກຊີນໄດ້ ໂດຍເລືອກໃຊ້ວັກຊີນທີ່ມີປະສິດທິພາບ ແລະ ຄວາມປອດໄພເປັນສຳຄັນ. ເຖິງຢ່າງໃດກໍຕາມ, ເດັກຈະສັກວັກຊີນ ຫລື ບໍ່ ຂຶ້ນຢູ່ກັບຄວາມສະໝັກໃຈ ແລະ ການພິຈາລະນາຂອງແພດ.
ແຕ່ທັງນີ້ຍັງບໍ່ແນະນຳໃຫ້ສັກວັກຊີນປ້ອງກັນໂຄວິດ-19 ໃນຍິງຖືພາທີ່ອາຍຸນ້ອຍກວ່າ 12 ອາທິດ ແລະ ເດັກອາຍຸຕໍ່າກວ່າ 12 ປີ ເພາະວັກຊີນຖືກພັດທະນາຂຶ້ນມາຢ່າງຮີບດ່ວນ ຈຶ່ງຍັງບໍ່ມີການສຶກສາທີ່ຊັດເຈນເຖິງຜົນຈະເກີດຂຶ້ນກັບເດັກ. ສະນັ້ນ ເຮົາຕ້ອງລໍຖ້າຜົນວິໄຈຢືນຢັນຄວາມປອດໄພຕໍ່ເດັກໃຫ້ຫລາຍກວ່ານີ້ກ່ອນຈຶ່ງຈະນຳເອົາມາສັກໄດ້. ນອກຈາກນີ້ ການຕິດເຊື້ອໂຄວິດ-19 ໃນເດັກ ສ່ວນຫລາຍມີອາການບໍ່ຮຸນແຮງ ແລະ ອັນຕະລາຍຕໍ່າຫລາຍ ທາງການແພດຈຶ່ງຈັດໃຫ້ເດັກເປັນກຸ່ມສຸດທ້າຍທີ່ຈະໄດ້ຮັບວັກຊີນ.
ສຳລັບຜູ້ທີ່ສັກວັກຊີນແລ້ວອາດມີອາການຂ້າງຄຽງເລັກໜ້ອຍ ທີ່ພົບເຫັນເລື້ອຍໄດ້ແກ່ ອ່ອນເພຍ, ປວດຫົວ, ປວດເມື່ອຍກ້າມຊີ້ນ, ເປັນໄຂ້, ຮູ້ສຶກໜາວ ເມື່ອມີອາການເຫລົ່ານີ້ ໃຫ້ກິນຢາແກ້ປວດ, ລົດໄຂ້ພາຣາເຊຕາມອລ ຂະໜາດ 500 ມກ ຄັ້ງລະ 1-2 ເມັດ ທຸກ 4-6 ຊົ່ວໂມງ ຕາມຂະໜາດຢາແະນຳ ແລະ ນ້ຳໜັກຕົວທີ່ລະບຸໄວ້ໃນເອກະສານຢາ, ແຕ່ຖ້າມີອາການຜິດປົກກະຕິແນວອື່ນ ແລະ ບໍ່ດີຂຶ້ນພາຍໃນ 24 ຊົ່ວໂມງ ຄວນຟ້າວໄປພົບແພດທັນທີ.
ສຳລັບໃຜທີ່ກຳລັງລໍຖ້າສັກວັກຊີນປ້ອງກັນໂຄວິດ-19 ເຂັມທຳອິດ ບໍ່ຕ້ອງຄຽດ ຫລື ກັງວົນ ພຽງແຕ່ປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດ ພັກຜ່ອນໃຫ້ພຽງພໍ ແລະ ນຶກເຖິງປະໂຫຍດສູງສຸດທີ່ຈະໄດ້ຮັບຈາກການສັກວັກຊີນ ແຕ່ຖ້າໃຜຍັງມີຄວາມກັງວົນໃຈຢູ່ ສາມາດປຶກສາແພດກ່ອນສັກໄດ້ ຫລັງຈາກສັກວັກຊີນຄົບໂດສແລ້ວຕ້ອງບໍ່ປະໝາດ ເພາະປະຊາກອນທົ່ວໂລກຍັງຮັບວັກຊີນບໍ່ທົ່ວເຖິງ ເຮົາອາດຕິດເຊື້ອໄດ້ຕະຫລອດເວລາ. ດັ່ງນັ້ນ ຢ່າລືມໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືໃຫ້ສະໝໍ່າສະເໝີ.
ອ້າງອີງ:
https://mahidol.ac.th/documents/vaccine-covid19.pdf
https://waa.inter.nstda.or.th/stks/pub/2021/20210316-covid19-vaccine-handbook.pdf