ຍິງສາວໃຈກ້າ ຂໍທົດລອງຂັບລົດຢູ່ຮ້ານຂາຍລົດມືສອງແລ້ວຂັບໜີ ສຸດທ້າຍໄປບໍ່ລອດຖືກຈັບດຳເນີນຄະດີ

ຍິງສາວໃຈກ້າ ຂໍທົດລອງຂັບລົດຢູ່ຮ້ານຂາຍລົດມືສອງແລ້ວຂັບໜີ ສຸດທ້າຍໄປບໍ່ລອດຖືກຈັບດຳເນີນຄະດີ - 02589 - ຍິງສາວໃຈກ້າ ຂໍທົດລອງຂັບລົດຢູ່ຮ້ານຂາຍລົດມືສອງແລ້ວຂັບໜີ ສຸດທ້າຍໄປບໍ່ລອດຖືກຈັບດຳເນີນຄະດີ
ຍິງສາວໃຈກ້າ ຂໍທົດລອງຂັບລົດຢູ່ຮ້ານຂາຍລົດມືສອງແລ້ວຂັບໜີ ສຸດທ້າຍໄປບໍ່ລອດຖືກຈັບດຳເນີນຄະດີ - kitchen vibe - ຍິງສາວໃຈກ້າ ຂໍທົດລອງຂັບລົດຢູ່ຮ້ານຂາຍລົດມືສອງແລ້ວຂັບໜີ ສຸດທ້າຍໄປບໍ່ລອດຖືກຈັບດຳເນີນຄະດີ
ເຈົ້າໜ້າທີ່ຕຳຫລວດ ຈະລະຈອນ ພະແນກຕຳຫລວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາ 14:00 ໂມງ ວັນທີ 24 ພະຈິກ 2021, ໄດ້ຮັບແຈ້ງທາງໂທລະສັບຈາກ ເຈົ້າຂອງຮ້ານຂາຍລົດບຸນມາ ຕັ້ງຢູ່ບ້ານດົງນາທອງວ່າ ເວລາ 13:50 ໂມງ, ມີແມ່ຍິງຄົນໜຶ່ງ ມາອ້າງວ່າຈະຂໍຊື້ລົດເກງຍີ້ຫໍ້ໂຕໂຍຕ້າແຄມມີລີ ສີດຳ ປ້າຍທະບຽນ ຄຮ 7773 ກຳແພງນະຄອນ ແຕ່ໄດ້ຂໍທົດລອງຂັບ ພາຍຫລັງໄດ້ກະແຈແລ້ວໄດ້ຂັບຂີ່ລົດໜີໄປ.
ຫລັງຈາກໄດ້ຮັບແຈ້ງຄວາມ ພະແນກຕຳຫລວດ ປກສ ເມືອງສີໂຄດຕະບອງ ນວ, ຈິ່ງໄດ້ລົງຕິດຕາມຈຶ່ງຮູ້ໄດ້ວ່າ: ຜູ້ກໍ່ເຫດເປັນແມ່ຍິງມາຄົນດຽວ ໂດຍອ້າງວ່າຈະມາຊື້ລົດ ພະນັກງານທີ່ປະຈຳຢູ່ຮ້ານ ແລະ ພໍ່ຂອງເຈົ້າຂອງຮ້ານ ຈຶ່ງໄດ້ຫລົງເຊື່ອ ຈຶ່ງໄດ້ເອົາກະແຈລົດໃຫ້ທົດລອງຂັບ ແຕ່ແມ່ຍິງຄົນນັ້ນພັດຂັບຂີ່ໜີອອກໄປເລີຍ, ພາຍຫລັງຮູ້ຕົວເປົ້າໝາຍຜູ້ກໍ່ເຫດແລ້ວ ຮອດເວລາ 19:00ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ພະແນກຕຳຫລວດ ປກສ ເມືອງສີໂຄດຕະບອງ ຈຶ່ງເຂົ້າຈັບຕົວຜູ້ກໍ່ເຫດໄດ້ ຊື່ ນາງ ຈັນແສງ ອາຍຸ 31 ປີ ບ້ານ ນາສ້ຽວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ພ້ອມຂອງກາງລົດເກງ ຍິ້ຫໍ້ໂຕໂຍຕ້າ ແຄມມິລີ ສີດຳ ປ້າຍທະບຽນ ຄຮ 7773 ກຳແພງນະຄອນ ຄັນດັ່ງກ່າວ.
ປັດຈຸບັນໄດ້ນຳຕົວຜູ້ກ່ຽວມາກັກກັນ ເພື່ອກວດກາຫາເຊື້ອພະຍາດໂຄວິດ-19 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ, ຫລັງຈາກຄົບກຳນົດເວລາທີ່ຄະນະສະເພາະກິດກຳນົດໄວ້ແລ້ວ ຈິ່ງຈະໄດ້ດຳເນີນຄະດີຕໍ່ຜູ້ກ່ຽວຕາມລະບຽບກົດໝາຍ.
ຍິງສາວໃຈກ້າ ຂໍທົດລອງຂັບລົດຢູ່ຮ້ານຂາຍລົດມືສອງແລ້ວຂັບໜີ ສຸດທ້າຍໄປບໍ່ລອດຖືກຈັບດຳເນີນຄະດີ - 5 - ຍິງສາວໃຈກ້າ ຂໍທົດລອງຂັບລົດຢູ່ຮ້ານຂາຍລົດມືສອງແລ້ວຂັບໜີ ສຸດທ້າຍໄປບໍ່ລອດຖືກຈັບດຳເນີນຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!