ຫລາຍປະເທດອາຊີ-ເອີຣົບ ສັ່ງໂຈະຖ້ຽວບິນຈາກອາຟຣິກາໃຕ້ ຫລັງພົບໂຄວິດສາຍພັນໃໝ່ B.1.1.529 ລະບາດ ຢ້ານອັນຕະລາຍຫລີກລ່ຽງພູມຕ້ານທານໄດ້


ຫລາຍປະເທດໃນທະວີບອາຊີ ແລະ ເອີຣົບເຊັ່ນ: ສິງກະໂປ, ອິນເດຍ, ຍີ່ປຸ່ນ, ອັງກິດ, ອິຕາລີ ແລະ ເຢຍລະມັນ ຕັດສິນໃຈເພີ່ມຄວາມເຂັ້ມງວດໃນມາດຕະການຄວບຄຸມຊາຍແດນ ແລະ ໂຈະຖ້ຽວບິນຈາກຫລາຍປະເທດໃນທະວີບອາຟຣິກາ ຫລັງຈາກວັນທີ 25 ພະຈິກ ກະຊວງສາທາລະນະສຸກອາຟຣິກາໃຕ້ ປະກາດຢືນຢັນການຄົ້ນພົບໂຄວິດ-19 ສາຍພັນໃໝ່ B.1.1.529 ທີ່ຄາດວ່າອາດສາມາດຫລົບຫລີກພູມຕ້ານທານ ແລະ ຕ້ານທານວັກຊີນ ລວມທັງແຜ່ລະບາດໄດ້ງ່າຍກວ່າ.
ນັກວິທະຍາສາດອາຟຣິກາໃຕ້ລະບຸວ່າ: ໄວຣັສສາຍພັນໃໝ່ນີ້ມີການກາຍພັນໃນຈຳນວນທີ່ສູງເກີນປົກກະຕິ ໂດຍພົບການກາຍພັນຫລາຍກວ່າ 30 ຈຸດໃນໂປຣຕີນໜາມຂອງໄວຣັສ ເຊິ່ງເປັນສ່ວນທີ່ໄວຣັສໃຊ້ເກາະເຂົ້າກັບຈຸລັງໃນຮ່າງກາຍ.
ຂະນະທີ່ທາງການອາຟຣິກາໃຕ້ ຢືນຢັນວ່າພົບຜູ້ຕິດເຊື້ອໂຄວິດສາຍພັນໃໝ່ນີ້ໃນອາຟຣິກາໃຕ້ ລວມທັງບອດສະວານາ ແລະ ໃນຜູ້ໂດຍສານທີ່ເດີນທາງຈາກອາຟຣິກາໃຕ້ໄປຮົງກົງ.
ຄວາມກັງວົນຕໍ່ອັນຕະລາຍຂອງໂຄວິດສາຍພັນໃໝ່ນີ້ ສົ່ງຜົນໃຫ້ກະຊວງສາທາລະນະສຸກສິງກະໂປ ປະກາດຫ້າມການເຂົ້າປະເທດ ສຳລັບນັກເດີນທາງທີ່ມີປະຫວັດມາຈາກ 7 ປະເທດອາຟຣິກາໃນໄລຍະ 14 ວັນຜ່ານມາ ໄດ້ແກ່ ອາຟຣິກາໃຕ້, ບອດສະວານາ, ເອສວາຕິນີ, ເລໂຊໂທ, ໂມຊຳບິກ, ນາມິເບຍ ແລະ ຊິມບຳເວ.
ຂະນະທີ່ອັງກິດຕັດສິນໃຈໂຈະຖ້ຽວບິນຈາກອາຟຣິກາໃຕ້ ແລະ ເພື່ອນບ້ານອີກ 5 ປະເທດໃນທັນທີ ເຊັ່ນດຽວກັບອິຕາລີທີ່ບໍ່ອະນຸຍາດໃຫ້ຜູ້ທີ່ເດີນທາງມາຈາກອາຟຣິກາໃຕ້ ແລະ ປະເທດໃກ້ຄຽງເຂົ້າປະເທດ, ສ່ວນເຢຍລະມັນກຽມປະກາດໃຫ້ອາຟຣິກາໃຕ້ເປັນພື້ນທີ່ການແຜ່ລະບາດຂອງໄວຣັສໂຄວິດສາຍພັນໃໝ່.
ຂະນະທີ່ການກາຍພັນຫລາຍຈຸດຂອງໄວຣັສສາຍພັນນີ້ ຍັງມີການເຊື່ອມໂຍງກັບການຕໍ່ຕ້ານພູມຕ້ານທານທີ່ເພີ່ມຂຶ້ນ ເຊິ່ງໝາຍຄວາມວ່າອາດຫລຸດທອນປະສິດທິພາບຂອງວັກຊີນ ແລະ ສົ່ງຜົນຕໍ່ພຶດຕິກຳຂອງໄວຣັສ ທັງໃນດ້ານການຕອບສະໜອງຕໍ່ວັກຊີນ, ການປິ່ນປົວ ແລະ ການແຜ່ລະບາດ.
ອ້າງອີງ:
- https://www.reuters.com/business/healthcare-pharmaceuticals/japan-tighten-border-controls-s-africa-others-new-virus-variant-jiji-2021-11-26/
- https://edition.cnn.com/2021/11/25/world/covid-variant-south-africa-immune-evasion-transmissibility/index.html
- https://www.cnbc.com/2021/11/26/covid-variant-emerges-in-south-africa-heres-what-we-know-so-far.html
- https://www.channelnewsasia.com/singapore/covid-19-moh-singapore-restrict-entry-7-african-countries-2339956