ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ

ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ - dFQROr7oWzulq5Fa3yrOkVhGTwmWGX8B3D8ptgjlPhR6R1EwFDGpEBZUPpvsBZQ3WAI - ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ
ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ - kitchen vibe - ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ

ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ - dFQROr7oWzulq5Fa3yrOkVhGTwmWGX8B3D8ptgjlPhR6R1EwFDGpEBZUPpvsBZQ3WAI 300x169 - ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ

ໂຣນັລດິນໂຢ ຍັງມີບັນຫາອີກຄັ້ງຫນຶ່ງ ຫລ້າສຸດເມຍເກົ່າມາທວງຄ່າລ້ຽງລູກຜ່ານສານ ເຮັດໃຫ້ລາວຕ້ອງຮີບຫາເງິນມາຈ່າຍໂດຍໄວທີ່ສຸດ ກ່ອນຈະຕ້ອງນອນຄຸກອີກເທື່ອຫນຶ່ງ.

ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ - Visit Laos Visit SALANA BOUTIQUE HOTEL - ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ

ສຳລັບ ໂຣນັນດິນໂຢ ແລະ ພຣິສຊິລລາ ໂຄເອລໂຢ ເຄີຍເປັນຂ່າວດັງເມື່ອປີ 2018 ເນື່ອງຈາກທັງຄູ່ໄດ້ທົດລອງຢູ່ກິນແບບ 3 ຜົວເມຍ ກັບ ບຽດຣິສ ຊູຊາ ເມຍອີກຫນຶ່ງຄົນ ແຕ່ຄວາມສຳພັນດັ່ງກ່າວພັດບໍ່ເປັນໄປດັ່ງທີ່ຄິດ.

ເຮັດໃຫ້ທັງຄູ່ຈົບຄວາມສຳພັນດ້ວຍການຟ້ອງຢ່າໃນທີ່ສຸດ ແລະ ໂຣນັລດິນໂຢ ອາຍຸ 41 ປີ ຕ້ອງແບ່ງຊັບສິນສ່ວນຫນຶ່ງໃຫ້ກັບ ພຣິສຊິລລາ ພ້ອມທັງເງິນຄ່າເບິ່ງແຍງອີກ 13,500 ປອນຕໍ່ອາທິດ.

ແຕ່ຫລ້າສຸດ ໂຣນັລດິນໂຢ ກໍຕົກເປັນຂ່າວອີກເທື່ອງຫນຶ່ງ ເມື່ອລາວປະຕິເສດບໍ່ຈ່າຍຄ່າເບິ່ງແຍງລູກໃຫ້ກັບເມຍເກ່ົາ ຫລັງຈາກທີ່ເຈົ້າຫນ້າທີ່ສານໄດ້ຍື່ນຫມາຍໃຫ້ກັບລາວ ຕັ້ງແຕ່ວັນທີ 11 ພະຈິກທີ່ຜ່ານມາ ເນື່ອງຈາກບໍ່ສາມາດຕິດຕໍ່ໄດ້.

ຂະນະທີ່ ບຣູໂນ ເມດຣາໂດ ທະນາຍຄວາມຂອງ ພຣິສຊິລລາ ເປີດເຜີຍວ່າ ໂຣນັລດິນໂຢ ຈະຕ້ອງຈ່າຍເງິນຄ່າເບິ່ງແຍງພາຍໃນວັນທີ 1 ທັນວານີ້ ບໍ່ດັ່ງນັ້ນ ອາດຖືກຍຶດຊັບ ລວມເຖິງໂທດຫນັກສຸດຄືການຖືກຈຳຄຸກ ຫາກບໍ່ຍອມຈ່າຍເງິນຄ່າເບິ່ງແຍງດັ່ງກ່າວ.

ແນວໃດກໍຕາມ ໂຣນັລດິນໂຢ ເບິ່ງຄືບໍ່ຮູ້ສຶກເດືອດຮ້ອນໃດໆກ່ຽວກັບຫມາຍສານໃນຄັ້ງນີ້ ເນື່ອງຈາກລາວຍັງອອກຮັບງານຈ້າງບໍ່ຢຸດ ແລະ ຫາກໍບິນໄປຮ່ວມງານດຽວກັບ ຊາມູເອລ ເອໂຕ ອະດີດຫມູ່ຮ່ວມທີມບາເຊໂລນາ ໃນງານຈ້າງກ່ຽວກັບບານເຕະທີ່ປະເທດກາຕາເມື່ອອາທິດທີ່ຜ່ານມາ.

ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ - 4 - ໂຣນັລດິນໂຢ ກຽມເຂົ້າຄຸກອີກຮອບ ຫລັງບໍ່ຍອມສ່ົງຄ່າລ້ຽງລູກເມຍເກົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!