8 ເຄັດລັບສອນລູກໃຫ້ຟັງຄວາມແບບບໍ່ຕໍ່ຕ້ານ

8 ເຄັດລັບສອນລູກໃຫ້ຟັງຄວາມແບບບໍ່ຕໍ່ຕ້ານ - 3                                                                                                                                                                                                                                  768x432 1 - 8 ເຄັດລັບສອນລູກໃຫ້ຟັງຄວາມແບບບໍ່ຕໍ່ຕ້ານ
8 ເຄັດລັບສອນລູກໃຫ້ຟັງຄວາມແບບບໍ່ຕໍ່ຕ້ານ - kitchen vibe - 8 ເຄັດລັບສອນລູກໃຫ້ຟັງຄວາມແບບບໍ່ຕໍ່ຕ້ານ

ຍິ່ງລູກໃຫຍ່ຂຶ້ນ ການຫວັງໃຫ້ລູກເປັນຄົນຟັງຄວາມ, ບອກງ່າຍໃຊ້ຟັງ ຫລື ສອນງ່າຍ ຍິ່ງກາຍເປັນເລື່ອງຍາກ ເພາະລູກເລີ່ມມີຄວາມຄິດ ແລະ ຄວາມຕ້ອງການເປັນຂອງຄົນເອງ, ບາງເທື່ອລູກສົນໃຈສິ່ງທີ່ຢູ່ຕໍ່ໜ້າຫລາຍກ່ວາ ຫລື ບາງເທື່ອລູກກໍບໍ່ຢາກລົມນຳພໍ່ແມ່ ບໍ່ຢາກເຮັດໃນສິ່ງທີ່ພໍ່ແມ່ຕ້ອງການ ຈຶ່ງໃຊ້ວິທີເຮັດຫູບໍ່ໄດ້ຍິນ ແລະ ບໍ່ສົນໃຈນຳຄຳເວົ້າຂອງພໍ່ແມ່ ແລະ ນັ້ນອາດຈະເຮັດໃຫ້ລູກລະເບີດອາລົມໄດ້. ດັ່ງນັ້ນ, ມື້ນີ້ພວກເຮົາຈຶ່ງນຳເອົາເຕັກນິກການສອນລູກໃຫ້ຟັງຄວາມຫລາຍຂຶ້ນ ໂດຍບໍ່ຕ້ອງຂຶ້ນສຽງໃຫ້ເກີດຄວາມກະທົບກະເທືອນຕໍ່ຈິດໃຈຂອງຄົນໃນຄອບຄົວ ດັ່ງນີ້ :

  1. ສອນລູກດ້ວຍການເປັນແບບຢ່າງໃຫ້ລູກເຫັນ : ເດັກນ້ອຍອາຍຸ 3 – 6 ປີ ມັກຈະເອົາແບບຢ່າງພຶດຕິກຳຂອງຄົນໃກ້ຊິດ ໂດຍບໍ່ສາມາດໄຈ້ແຍກໄດ້ວ່າອັນໃດສົມຄວນ ຫລື ບໍ່ສົມຄວນເຮັດຕາມພຶດຕິກຳຕ່າງໆ ເຮັດໃຫ້ຫລາຍເທື່ອລູກເຜີເອົາແບບຢ່າງ ຫລື ຮຽນແບບພຶດຕຳກຳບໍ່ດີຂອງຜູ້ໃຫຍ່ ຫລື ພໍ່ແມ່. ເມື່ອຖືກຕຳໜິ ຫລື ຮ້າຍ ລູກຈຶ່ງບໍ່ເຂົ້າໃຈວ່າເປັນຫຍັງພໍ່ໍແມ່ຍັງເຮັດແບບນັ້ນໄດ້ ແລ້ວເປັນຫຍັງລູກຈຶ່ງເຮັດບໍ່ໄດ້. ການເຮັດໃຫ້ລູກເກີດຄວາມສົງໄສໂດຍບໍ່ໄດ້ຮັບການອະທິບາຍ ຫລາຍເທື່ອເປັນສາເຫດໜຶ່ງທີ່ເຮັດໃຫ້ລູກເລີ່ມບໍ່ຢາກທີ່ຈະເຊື່ອຟັງພໍ່ແມ່ອີກຕໍ່ໄປ.
  • ສິ່ງທີ່ຄວນເຮັດ : ລູກຮຽນຮູ້ຈາກການກະທຳໄດ້ດີກ່ວາຄຳເວົ້າ ດັ່ງນັ້ນ ພໍ່ແມ່ຕ້ອງເປັນໂຕຢ່າງໃຫ້ລູກເຫັນ ຫລາຍກວ່າການອອກຄຳສັ່ງວ່າລູກຄວນເຮັດຫຍັງ ຫລື ຫ້າມວ່າບໍ່ຄວນເຮັດຫຍັງ.
  1. ສອນດ້ວຍຄຳເວົ້າ, ນຳ້ສຽງ ແລະ ສາຍຕາແຫ່ງຄວາມຮັກ : ເມື່ອໃດກໍຕາມທີ່ລູກເຮັດຜິດ ຫລື ບໍ່ເຮັດຕາມສິ່ງທີ່ພໍ່ແມ່ບອກ ທ່ານອາດຈະອົດບໍ່ໄດ້ທີ່ຈະຮ້ອງໂວຍວາຍໃສ່ລູກດ້ວຍຄຳເວົ້າແຮງໆ ແລະ ບໍ່ສົນໃຈຟັງໃນສິ່ງທີ່ລູກຢາກອະທິບາຍ, ການຂຶ້ນສຽງ ຫລື ຮ້ອງໃສ່ ອາດເຮັດໃຫ້ລູກສະຫງົບລົງໄດ້ກໍແມ່ນຢູ່, ແຕ່ອະນາຄົດລູກກໍຈະເຮັດຜິດຊຳ້ອີກຄືເກົ່າ.
  • ສິ່ງທີ່ຄວນເຮັດ : ເລີ່ມຈາກດຶງຄວາມສົນໃຈຂອງລູກໂດຍການເອີ້ນຊື່ລູກ, ໃຊ້ຄຳເວົ້າງ່າຍໆ ເພື່ອໃຫ້ລູກທົບທວນໃນສິ່ງທີ່ເຮັດຜິດ ແລະ ໃຊ້ນຳ້ສຽງທີ່ໜັກແໜ້ນ,​ ແຕ່ບໍ່ຫຍາບຄາຍ ເຊັ່ນ : ຖ້າລູກກຳລັງກິນເຂົ້າໜົມຢູ່ ແລະ ມີເສດເຂົ້າໜົມຕົກເຮ່ຍລົງພື້ນ ການທີ່ພໍ່ແມ່ຈະຮ້າຍລູກທີ່ເຮັດເຂົ້າໜົມຕົກເຮ່ຍລົງພື້ນ ໃຫ້ລອງປ່ຽນເປັນບອກວິທີທາງປ້ອງກັນ ແລະ ແກ້ບັນຫາ ເຊັ່ນ : “ເຂົ້າໜົມທີ່ຕົກລົງພື້ນແລ້ວ ລູກຕ້ອງເກັບໄປຖິ້ມໃສ່ຖັງຂີ້ເຫຍື້ອໃຫ້ຮຽບຮ້ອຍ ເພື່ອບໍ່ໃຫ້ມົດມາກິນ ແລະ ພໍ່ແມ່ຄິດວ່າລູກຄວນຈະໄປເອົາຈານມາຮອງ ເພື່ອບໍ່ໃຫ້ເຂົ້າໜົມຕົກເຮ່ຍລົງພື້ນອີກ”. ນອກຈາກຄຳເວົ້າກັບນຳ້ສຽງແລ້ວ ພາສາກາຍກໍມີຄວາມສຳຄັນໃນການຊ່ວຍໃຫ້ລູກຮັບຟັງຫລາຍຂຶ້ນ ພໍ່ແມ່ຄວນກົ້ມໂຕລົງມາໃຫ້ສູງເທົ່າລູກ, ແນມເບິ່ງລູກດ້ວຍສາຍຕາແຫ່ງຄວາມຮັກ ແລະ ຕັ້ງໃຈຟັງສິ່ງທີ່ລູກເວົ້າ.
  1. ສອນໂດຍການມີຂໍ້ຕົກລົງຮ່ວມກັນ : ເດັກນ້ອຍທຸກຄົນມີສິ່ງທີ່ມັກ ແລະ ບໍ່ມັກຂອງຕົນເອງ ຫລາຍເທື່ອທີ່ພໍ່ແມ່ໃຫ້ລູກເຮັດສິ່ງທີ່ບໍ່ມັກດົນຈົນລູກຕໍ່ຕ້ານ.
  • ສິ່ງທີ່ຄວນເຮັດ : ເດັກນ້ອຍອາຍຸ 3 – 8 ປີ ເປັນໄວແຫ່ງການຕໍ່ຕ້ານ, ການໃຫ້ຂໍ້ສະເໜີເພື່ອເປັນຂໍ້ຕົກລົງຮ່ວມກັນ, ຫລຸດການໂຕ້ຖຽງ ຫລື ການຜິດກັນໃຫ້ໜ້ອຍລົງໄດ້ ເຊັ່ນ : “ຖ້າລູກຊ່ວຍແມ່ມ້ຽນເຄື່ອງນຸ່ງກອງນີ້ ແມ່ຈະເລົ່ານິທານໃຫ້ຟັງ” ຫລື ໃຊ້ທາງເລືອກອື່ນທີ່ບໍ່ແມ່ນການລົງໂທດ ເຊັ່ນ : “ຖ້າບໍ່ເຮັດ ແມ່ຈະຕີ” ປ່ຽນເປັນ “ຖ້າລູກມ້ຽນເຄື່ອງກອງນີ້ຊ່ວຍແມ່ ພໍ່ກັບມາເຮືອນພວກເຮົາຈະໄດ້ກິນເຂົ້າແລງກັນໄວຂຶ້ນ”.
  1. ສອນໃຫ້ລູກໃຊ້ຄວາມຄິດແກ່ບັນຫາດ້ວຍຕົນເອງ : ປະໂຫຍກຄຳສັ່ງ “ຢ່າ!, ບໍ່!, ຫ້າມ!” ເຮັດໃຫ້ລູກຮູ້ສຶກວ່າຕົນເອງບໍ່ໄດ້ເລື່ອງໄດ້ລາວຫຍັງ, ເຮັດຫຍັງກໍບໍ່ດີ, ຖືກຫ້າມຕະຫລອດ ສົ່ງຜົນໃຫ້ລູກຂາດຄວາມເຊື່ອໝັ້ນໃນຕົນເອງ ກາຍເປັນຄົນບໍ່ໝັ້ນໃຈ, ຢ້ານຜິດ ແລະ ບໍ່ກ້າທີ່ຈະຄິດລິເລີ່ມຫຍັງໃໝ່ໆ.
  • ສິ່ງທີ່ຄວນເຮັດ : ຝຶກໃຫ້ລູກໃຊ້ຄວາມຄິດ ແລະ ແກ້ບັນຫາດ້ວຍຕົນເອງ ຍົກໂຕຢ່າງເຊັ່ນ : “ໄປເກັບມ້ຽນຂອງຫລິ້ນດຽວນີ້” ປ່ຽນເປັນ “ໃຫ້ລູກລອງຄິດເບິ່ງວ່າຈະເອົາຕຸກກະຕາໂຕນີ້ໄວ້ເກັບມ້ຽນໄວ້ໃສດີ ແລະ ຂອງຫລິ້ນເຫລົ່ານີ້ຈະເອົາໄປວາງໄວ້ບ່ອນໃດ ລູກຈຶ່ງຈະເອົາມາຫລິ້ນໄດ້ງ່າຍໄດ້ເທື່ອຕໍ່ໄປ” ນອກຈາກນີ້ ຄວນຫາກິດຈະກຳມ່ວນໆເຮັດຮ່ວມກັນກັບລູກ ເມື່ອພໍ່ແມ່ເຫັນລູກເຮັດບໍ່ຖືກຕ້ອງ ຈະໄດ້ສອນລູກໃຫ້ຄິດແກ້ບັນຫາ ແລະ ສອດແຊກເລື່ອງຂອງຄຸນນະທຳ – ຈະລິຍະທຳເຂົ້າໄປນຳ.
  1. ຟັງສິ່ງທີ່ລູກຢາກຈະບອກ : ບາງເທື່ອສິ່ງທີ່ພໍ່ແມ່ຄິດກໍບໍ່ໄດ້ຖືກຕ້ອງສະເໝີໄປ ເພາະເດັກແຕ່ລະຄົນມີຄວາມຄິດເປັນຂອງຕົນເອງ.
  • ສິ່ງທີ່ຄວນເຮັດ : ຖາມໃຫ້ຮູ້ວ່າລູກຄິດຫຍັງ, ເຮັດໄປຍ້ອນຫຍັງ, ມີຫຍັງຢູ່ໃນໃຈ ແລະ ຕັ້ງໃຈຟັງສິ່ງທີ່ລູກເວົ້າເພື່ອຊ່ວຍໃຫ້ລູກຜ່ອນຄາຍຄວາມກັງວົນ ແລະ ຄ່ອຍໆປ່ຽນຄວາມຄິດຂອງລູກໃຫ້ຖືກຕ້ອງ.
  1. ບໍ່ໃຊ້ອາລົມ ຫລື ເມີນເສີຍຕໍ່ຄວາມຕ້ອງການຂອງລູກ : ເດັກນ້ອຍອາຍຸ 2 – 8 ປີ ຍັງບໍ່ສາມາດຟັງ ແລະ ເຮັດຕາມຄຳສັ່ງຫລາຍຢ່າງໃນເວລາດຽວກັນໄດ້ ຈົນເຮັດໃຫ້ພໍ່ແມ່ໃຊ້ອາລົມກັບລູກ ຫລື ບໍ່ສົນໃຈລູກ.
  • ສິ່ງທີ່ຄວນເຮັດ : ໝັ່ນສັງເກດເບິ່ງວ່າລູກຕ້ອງການຈະສື່ສານຫຍັງ ອາດໃຊ້ວິທີຖາມຊຳ້ໆ ເພື່ອຢັ້ງຢືນໃນສິ່ງທີ່ລູກເຮັດ ລວມເຖິງເທື່ອຢາກໃຫ້ລູກເຮັດຫຍັງ ພໍ່ແມ່ຄວນເວົ້າກັບລູກໃຫ້ຈະແຈ້ງ, ສັ້ນ ແລະ ໄດ້ໃຈຄວາມ.
  1. ສອນດ້ວຍການໃຊ້ເຕັກນິກທີ່ເຂົ້າໃຈງ່າຍ : ເດັກອາດຈະຍັງຟັງປະໂຫຍກຍາວໆ ຫລື ຫລາຍຄຳສັ່ງພ້ອມກັນບໍ່ເຂົ້າໃຈ.
  • ສິ່ງທີ່ຄວນເຮັດ : ໃຊ້ເຕັກນິກສອນໃຫ້ລູກຈື່ງ່າຍຂຶ້ນ ຍົກໂຕຢ່າງເຊັ່ນ : “ມີມືເອົາໄວ້ຊ່ວຍເຫລືອ ບໍ່ແມ່ນເພື່ອເອົາໄວ້ຕີ” ຫລື ເວົ້າໃຫ້ຮູ້ສຶກຕື່ນເຕັ້ນ ເຊັ່ນ : “ມື້ນີ້ເຮັດຫຍັງຢູ່ໂຮງຮຽນແດ່?” ປ່ຽນເປັນ “ເລົ່າໃຫ້ແມ່ຟັງແດ່ວ່າມື້ນີ້ລູກໄປເຮັດຫຍັງມ່ວນທີ່ສຸດມາແດ່” ແລະ ຫລີກເວັ້ນຄຳວ່າ “ບໍ່” ຫລື “ຫ້າມ” ເພາະມັນເຮັດໃຫ້ລູກບໍ່ຢາກເຮັດຕາມ ເຊັ່ນ : “ຫ້າມດື້” ປ່ຽນເປັນ “ແມ່ມັກຕອນທີ່ລູກຟັງຄວາມແມ່ຫລາຍທີ່ສຸດແທ້ໆ”. ນອກຈາກນີ້ ພໍ່ແມ່ອາດຈະປ່ຽນມາໃຊ້ການໃຫ້ຄະແນນ ຫລື ສະຕິກເກີ້ ເພື່ອໃຫ້ລູກມີເປົ້າໝາຍໃນການຟັງຄວາມພໍ່ແມ່ຫລາຍຂຶ້ນ.
  1. ຫາສາເຫດຂອງການບໍ່ຟັງຄວາມ : ຖ້າລູກເປັນເດັກຟັງຄວາມພໍ່ແມ່ມາຕະຫລອດ,​ ແຕ່ບາງເທື່ອທີ່ບໍ່ຟັງຄວາມອາດເປັນຍ້ອນກຳລັງຄຽດ, ເສົ້າເສຍໃຈ ຫລື ຢາກໃຫ້ພໍ່ແມ່ເອົາໃຈຫລາຍຂຶ້ນ ເຊັ່ນ : ມີນ້ອງເຂົ້າມາເປັນສະມາຊິກໃໝ່ໃນເຮືອນ, ຖືກກັ່ນແກ້ງ ຫລື ເຍາະເຍີ້ຍຕອນຢູ່ໂຮງຮຽນ.
  • ສິ່ງທີ່ຄວນເຮັດ : ໂອ້ລົມກັບລູກ ແລະ ຫາຄຳຕອບຂອງສາເຫດທີ່ລູກບໍ່ຟັງຄວາມ ແລະ ບອກຮັກລູກ ໃຫ້ລູກເຊື່ອໝັ້ນວ່າມີພໍ່ແມ່ຢູ່ຄຽງຂ້າງສະເໝີ. ນອກຈາກນີ້, ຄວນສັງເກດທັດສະນະຄະຕິ, ວິທີຄິດ ແລະ ການເວົ້າຂອງລູກ ເພື່ອທີ່ຈະເຂົ້າໃຈລູກຫລາຍຂຶ້ນ.
8 ເຄັດລັບສອນລູກໃຫ້ຟັງຄວາມແບບບໍ່ຕໍ່ຕ້ານ - 3 - 8 ເຄັດລັບສອນລູກໃຫ້ຟັງຄວາມແບບບໍ່ຕໍ່ຕ້ານ
8 ເຄັດລັບສອນລູກໃຫ້ຟັງຄວາມແບບບໍ່ຕໍ່ຕ້ານ - Visit Laos Visit SALANA BOUTIQUE HOTEL - 8 ເຄັດລັບສອນລູກໃຫ້ຟັງຄວາມແບບບໍ່ຕໍ່ຕ້ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!