ທະນາຄານແຈ້ງຢຸດທຸກການເຄື່ອນໄຫວກ່ຽວກັບບໍລິສັດ Welnance ຂອງບໍລິສັດ ພູສີກຣຸບ
November 24, 2021 - 4:34 PM


ໂດຍມີເນື້ອໃນ “ທຸລະກິດຊັບສິນດິຈິຕອນທີ່ອະນຸຍາດໃຫ້ດຳເນີນທຸລະກຳທົດລອງຢູ່ ສປປ ລາວ ມີ 2 ປະເພດຄື: 1. ການຂຸດຄົ້ນເງິນຄຣິບໂຕ ແລະ 2. ການຊື້-ຂາຍເງິນຄຣິບໂຕ” ເຊິ່ງການຂຸດຄົ້ນເງິນຄຣິບໂຕຕ້ອງໄດ້ຮັບໃບອະນຸຍາດດຳເນີນທຸລະກິດຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ. ສ່ວນການຊື້-ຂາຍເງິນຄຣິບໂຕກໍຕ້ອງໄດ້ຮັບໃບອະນຸຍາດດຳເນີນທຸລະກິດຈາກທະນາຄານແຫ່ງ ສປປ ລາວ ຢ່າງເປັນທາງການກ່ອນຈຶ່ງສາມາດດຳເນີນທຸລະກິດໄດ້.
ໜັງສືແຈ້ງດັ່ງກ່າວໄດ້ໃຫ້ ພູສີ ກຣຸບ ລຶບໂຄສະນາທັງໝົດກ່ຽວກັບ Welnance ທີ່ເຜີຍແຜ່ໃນຊ່ອງທາງຕ່າງໆທັງໝົດກ່ອນໜ້ານີ້ອອກກ່ອນ ພ້ອມທັງໃຫ້ລາຍງານແກ່ກົມຄຸ້ມຄອງລະບົບຊຳລະສະສາງ (ຄລຊ) ພາຍໃນ 5 ມື້ນັບຕັ້ງແຕ່ໄດ້ຮັບໜັງສືແຈ້ງ.

