ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບທູດອັງກິດ ປະຈຳລາວ
November 24, 2021 - 3:44 PM


ໃນວັນທີ 24 ພະຈິກ 2021 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ John Pearson ເອກອັກຄະຣາຊະທູດ ແຫ່ງ ອັງກິດ ປະຈຳລາວ, ເນື່ອງໃນໂອກາດ ທີ່ດຳລົງຕຳແໜ່ງເປັນລັດຖະມົນຕີ ກະຊວງ ຖວທ ຄົນໃໝ່.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ທ່ານ John Pearson ເອກອັກຄະຣາຊະທູດ ແຫ່ງ ອັງກິດ ປະຈຳລາວ, ເຊິ່ງການພົບປະໃນຄັ້ງນີ້, ທັງສອງຝ່າຍໄດ້ສົນທະນາໃນຫົວຂໍ້ ທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະໃນຂະແໜງການທ່ອງທ່ຽວ, ວັດທະນະທຳ ແລະ ແຜນກ່ຽວກັບ ສປປ ລາວ ຈະເປີດປະເທດ ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງ ຖວທ ກໍໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈຕໍ່ປະຊາຊົນ ແລະ ລັດຖະບານອັງກິດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕະຫລອດມາ, ໂດຍສະເພາະວຽກງານເກັບກູລະເບີດ, ສາທາລະນະສຸກ, ການສຶກສາ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານ John Pearson ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງຢ່າງອົບອຸ່ນ, ພ້ອມທັງລາຍງານໃຫ້ຮູ້ວ່າ ປັດຈຸບັນ ຄົນອັງກິດ ໄດ້ເຂົ້າມາລົງທຶນໃນຂະແໜ່ງທ່ອງທ່ຽວ ແລະ ຮ້ານອາຫານ ຢູ່ ສປປ ລາວ ຈຳນວນຫລາຍ, ເຊິ່ງກ່ອນການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ມີນັກທ່ອງທ່ຽວຄົນອັງກິດ ເດີນທາງເຂົ້າມາທ່ຽວ ສປປ ລາວ ຫລາຍກວ່າ 40 ພັນຄົນຕໍ່ປີ. ທ່ານ John Pearson ຍັງລາຍງານໃຫ້ຮູ້ຕື່ມວ່າ ໃນໄວ້ນີ້, ລັດຖະບານອັງກິດ ຈະນຳເອົາວັກຊີນ ມາມອບໃຫ້ແກ່ລັດຖະບານລາວ ຕື່ມອີກຈຳນວນໜຶ່ງ.