ແມນຢູ ຊີ້ເປົ້າ ອະດີດຜູ້ຈັດການທີມຊາດແອັດສະປາຍຄຸມທີມ




ສື່ອັງກິດເປີດເຜີຍວ່າ : ແມນເຊສເຕີ ຢູໄນເຕັດ ຊີ້ເປົ້າໄປທີ່ອະດີດຜູ້ຈັດການທີມຊາດແອັດສະປາຍ ເປັນອີກຫນຶ່ງເປົ້າຫມາຍຄຸມທີມຄົນໃຫມ່, ຫລັງປົດດ ໂອເລ ກຸນນາ ໂຊລຊາ ແລ້ວໃຫ້ ດາເຣນ ເຟລດເຊີ ຄຸມທີມຊົ່ວຄາວ.
ດຶ ແອັດເລຕິກ ສື່ຂອງອັງກິດ ລາຍງານຂ່າວເມື່ອວັນທີອາທິດທີ 21 ພະຈິກທີ່ຜ່ານມາວ່າ : ແມນເຊສເຕີ ຢູໄນເຕັດ ພິຈາລະນາທີ່ຈະດຶງ ຈູເລນ ໂລເປເຕກີ ຜູ້ຈັດການທີມເຊບີຢາ ບານເຕະໃນລີກຂອງແອັດສະປາຍ ເຂົ້າມາເປັນຜູ້ຈັດການທີມຄົນໃຫມ່ໃນຖິ່ນ ໂອນ ແທຣັບຟອດ.
ແມນເຊສເຕີ ຢູໄນຕັດ ໄດ້ປົດ ໂອເລ ກຸນນາ ໂຊລຊາ ຢ່າງເປັນທາງການແລ້ວ ໃນວັນເສົາທີ່ຜ່ານມາ ຫລັງພາທີມອອກໄປເສຍໃຫ້ ວັດຟອດ ແບບຫມົດສະພາຍ 1-4. ແລ້ວຕັ້ງ ດາເຣນ ເຟຣດເຊີ ກັບ ໄມເຄິລ ຄາລິກ ເຮັດຫນ້າທີ່ ຄຸມທີມຊົ່ວຄາວຈົນກວ່າຈະໄດ້ຜູ້ຈັດການທີມຄົນໃຫມ່.
ກ່ອນຫນ້ານີ້ ມີລາຍງານວ່າ ຄະນະບໍລິຫານ ແມນເຊສເຕີ ຢູໄນເຕັດ ຕ້ອງການດຶງ ຊີເນດິນ ຊີດານ ອະດີດຜູ້ຈັດການທີມ ເຣອັລ ມາດຣິດ ມາຮ່ວມງານນຳ. ແນວໃດກໍດີ ຫລ້າສຸດ ສື່ດັ່ງກ່າວໄດ້ຢືນຢັນວ່າ ແມນເຊສເຕີ ຢູໄນເຕັດ ວາງໃຫ້ ໂລເປເຕກີ ອາຍຸ 55 ປີ ເປັນອີກຫນຶ່ງທາງເລືອກເຊັ່ນດຽວກັນ.
ສຳລັບ ໂລເປເຕກີ ເຄີຍເຮັດຫນ້າທີ່ໃຫ້ກັບທີມຊາດແອັດສະປາຍ ແລະ ເຣອັນ ມາດຣິດ ກ່ອນຈະມາຄຸມ ເຊບີຢາ ເມື່ອ ປີ 2019 ແລະ ພາທີມຄວ້າໄດ້ແຊ໊ມ ຢູໂຣປາ ລີກ ລະດູການ 2019-2020.