ລາວ-ຈີນ ສືບຕໍ່ເພີ່ມທະວີສັນຍາການຮ່ວມມືດ້ານເສດຖະກິດຕື່ມ 2 ສະບັບ


ວັນທີ 19 ພະຈິກ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມພົບປະທາງໄກ ລະຫວ່າງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮ່ວມມກັບ ທ່ານ ເຫີ ລີ້ເຟິ່ງ ຮອງປະທານສະພາທີ່ປຶກສາການເມືອງ ປະທານຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ໂດຍມີຮອງລັດຖະມົນຕີ, ບັນດາຫົວໜ້າກົມທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຕາມການຕົກລົງເຫັນດີຂອງ ສໍານັກງານນາຍົກລັດຖະມົນຕີ ແນໃສ່ເພື່ອປຶກສາຫາລືຜັນຂະຫຍາຍບັນດາເອກະສານທີ່ສອງຂະແໜງການໄດ້ຕົກລົງຮ່ວມກັນໃນໄລຍະທີ່ຜ່ານມາ ໃຫ້ເກີດດອກອອກຜົນ ເຊັ່ນ: ສັນຍາ ຮ່ວມກັນຊຸກຍູ້ການສ້າງໜຶ່ງແລວ ໜຶ່ງເສັ້ນທາງ; ຂອບການຮ່ວມມື ພັດທະນາແລວທາງເສດຖະກິດ ລາວ-ຈີນ (2019-2030); ສັນຍາ ຊຸກຍູ້ໂຄງການສໍາຄັນ ໃນຂອບຄວາມອາດສາມາດໃນການຜະລິດ ແລະ ການລົງທຶນ ແລະ ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືແລກປ່ຽນດ້ານວິຊາການ ລະຫວ່າງ ສອງອົງການ.
ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍຫຍໍ້ ແລະ ສະເໜີບາງຄໍາເຫັນ ຕໍ່ການຮ່ວມມືຂອງສອງຂະແໜງການໃນຕໍ່ໜ້າ ຊຶ່ງທ່ານໄດ້ກ່າວວ່າ: ໄລຍະ 5 ປີ ຜ່ານມາເສດຖະກິດ ສປປ ລາວ ເຕີບໂຕຢູ່ໃນລະດັບ 5,8%. ແຕ່ສອງປີມານີ້ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດໂຄວິດ-19 ໄດ້ເຮັດໃຫ້ສະພາບເສດຖະກິດ, ການຄ້າ ແລະ ການລົງທຶນ ມີທ່າອ່ຽງຫຼຸດລົງ ໂດຍສະເພາະ ຂະແໜງບໍລິການ, ທ່ອງທ່ຽວ ແມ່ນໄດ້ຮັບຜົນກະທົບໜັກໜ່ວງ. ແຕ່ການຮ່ວມມືລາວ-ຈີນ ໂດຍສະເພາະການຮ່ວມມືໂຄງການຂະໜາດໃຫຍ່ ຍັງສາມາດສືບຕໍ່ຈັດຕັ້ງປະຕິບັດໄດ້ເປັນຢ່າງດີ. ເພື່ອຟື້ນຟູເສດຖະກິດ ລັດຖະບານລາວ ໄດ້ມີຫຼາຍມາດຕະການເພື່ອຮັບມືເຊັ່ນ: ເລັ່ງໃສ່ຊຸກຍູ້ການຜະລິດກະສິກໍາພາຍໃນຕາມທ່າແຮງຂອງແຕ່ລະທ້ອງຖິ່ນ, ເອົາໃຈໃສ່ແກ້ໄຂຂໍ້ຫຍຸ້ງຍາກການສົ່ງອອກສິນຄ້າກະສິກຳ, ຊຸກຍູ້ໂຄງການລົງທຶນ ຂອງຕ່າງປະເທດ ແລະ ອື່ນໆ. ພິເສດ ລັດຖະບານລາວໄດ້ວາງກໍານົດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃນ 3 ປີຕໍ່ຫນ້າ.
ນອກຈາກນັ້ນ ສອງຝ່າຍໄດ້ຕົກລົງເປັນເອກະພາບກັນ ກຳນົດບາງວຽກງານທີ່ສອງຂະແໜງການຈະຕ້ອງໄດ້ເອົາໃຈໃສ່ ສືບຕໍ່ຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ເຊັ່ນ:
ສືບຕໍ່ຮ່ວມກັນຊຸກຍູ້ຂອບການຮ່ວມມືພັດທະນາແລວທາງເສດຖະກິດລາວ-ຈີນ ໃຫ້ປະກົດຜົນເປັນຮູບປະທໍາ ຊຶ່ງຝ່າຍຈີນຈະສືບຕໍ່ຊ່ວຍຝ່າຍລາວຄົ້ນຄວ້າ ແລະ ກໍານົດເປັນແຜນປະຕິບັດງານ ຮ່ວມກັນຊຸກຍູ້ໂຄງການຮ່ວມມືຂອບຄວາມອາດສາມາດການຜະລິດ ແລະ ການລົງທຶນຊຸດທີ 3 ໃຫ້ເກີດຜົນເປັນຈິງ ຊຶ່ງຄັ້ງນີ້ມີ 32 ໂຄງການ, ໃນນັ້ນປະກອບມີຂະແໜງການພັດທະນາໂຄງລ່າງພື້ນຖານ, ພະລັງງານໄຟຟ້າ, ດ້ານກະສິກຳ, ອຸດສາຫະກຳ, ພັດທະນາເຂດເມືອງໃໝ່.
ຊຸກຍູ້ການຮ່ວມມືແລກປ່ຽນດ້ານວິຊາການ ລະຫວ່າງ ສອງຂະແໜງການ.
ຝ່າຍລາວ ຍັງໄດ້ນໍາສະເໜີຝ່າຍຈີນສືບຕໍ່ສະໜັບສະໜູນໂຄງການລົງທຶນພື້້ນຖານໂຄງລ່າງຂະໜາດໃຫຍ່ ເຊັ່ນ ທາງດ່ວນໃນຮູບແບບ BOT ແລະ ໂຄງການ PPP ແລະ ການລົງທຶນອື່ນໆໃຫ້ຫຼາຍຂຶ້ນ.
ນອກຈາກການພົບປະແລ້ວ ສອງຝ່າຍຍັງໄດ້ເຊັນເອກະສານຮ່ວມມື 2 ສະບັບ ຄື:
⑴ ບົດບັນທຶກຄວາມເຂົ້າໃຈ ການສ້າງຕັ້ງຄະນະປະສານງານຮ່ວມ ເພື່ອຈັດຕັ້ງປະຕິບັດຂອບການຮ່ວມມືແລວທາງເສດຖະກິດລາວ-ຈີນ ແລະ
⑵ ສັນຍາວ່າດ້ວຍ “ການຢືນຢັນພ້ອມທັງຮ່ວມກັນຊຸກຍູ້ໂຄງການຮ່ວມມືຈຸດສຸມໃນຂອບຄວາມອາດສາມາດການຜະລິດ ແລະ ລົງທຶນ” ຊຸດທີ 3 ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ກັບ ຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ.