ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້

ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້ - aHR0cHM6Ly9zLmlzYW5vb2suY29tL2xhLzAvdWQvOS80ODU0My80ODU0My5qcGc - ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້
ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້ - kitchen vibe - ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້

ທ່ານ ຮສ.ດຣ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ຊີ້ນໍາວຽກງານວິຊາການໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 18 ພະຈິກ 2021 ນີ້ວ່າ:

ຍ້ອນສະພາບການແພ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ ໄດ້ຫັນປ່ຽນຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງຜ່ານທາງລະບົບອອນລາຍ, ຊຶ່ງມາຮອດປັດຈຸບັນ ມຊ ມີຄວາມພ້ອມຮອບດ້ານໃນການຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນສົກສຶກສາ 2021-2022 ຜ່ານລະບົບອອນລາຍ ໂດຍໄດ້ມີການກະກຽມຄວາມພ້ອມຫຼາຍດ້ານ ເປັນຕົ້ນແມ່ນການກະກຽມລະບົບສອບເສັງ ໂດຍໃຊ້ໂປຣແກມ Google Form, ການຈັດວາງອະນຸກຳມະການເຂົ້າແຕ່ລະໜ້າວຽກລະອຽດ ເພື່ອແບ່ງໜ້າທີ່ໃນການຄວບຄຸມແຕ່ລະຈຸດ, ແຕ່ລະຫ້ອງໃນການສອບເສັງ, ໄດ້ສ້າງລະບຽບການຕ່າງໆກ່ຽວກັບການສອບເສັງຜ່ານລະບົບອອນລາຍ, ຝຶກອົບຮົມກຳມະການຜູ້ຍາມຫ້ອງເສັງ, ກຳມະການກາງເພື່ອໃຫ້ເຂົ້າໃຈລະບົບ ແລະ ສາມາດຄວບຄຸມຫ້ອງສອບເສັງໄດ້ຖືກຕາມລະບຽບທີ່ໄດ້ວາງອອກ ພ້ອມນັ້ນ ຍັງໄດ້ມີການກຽມຄວາມພ້ອມໃຫ້ແກ່ນັກສອບເສັງໂດຍການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆກ່ຽວກັບວິທີການສອບເສັງໃຫ້ນັກສອບເສັງໄດ້ຮັບຊາບຜ່ານຫຼາຍຊ່ອງທາງເວບໄຊ http://entrance.nuol.edu.la ແລະເຟດບຸກ ຂ່າວສາານ ມຊ NUoL News ເພື່ອໃຫ້ນັກຮຽນໄດ້ເຂົ້າເຖິງແຫຼ່ງຂໍ້ມູນໄດ້ຢ່າງວ່ອງໄວ ແລະ ທັນການ.

ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້ - Visit Laos Visit SALANA BOUTIQUE HOTEL - ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້
ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້ - 5 - ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!