ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ

ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ - 254895639 194455246196941 1993106362110567719 n - ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ
ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ - kitchen vibe - ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ

ວັນທີ 16 ພະຈິກ 2021 ນີ້ ເຈົ້າໜ້າທີ່ທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າແຈ້ງໃຫ້ບັນດາພາກສ່ວນຕ່າງໆ (ທັງພາກລັດ ແລະ ເອກະຊົນ) ໃນຂອບເຂດທົ່ວປະເທດຊາບວ່າ:

1. ຍົກເລີກຜົນຂອງການແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ຈໍານວນ 5 ຫົວໜ່ວຍ ທີ່ມີລາຍຊື່ ຖືກມາດຕະການແຈ້ງໂຈະ (ໃນຈໍານວນ 600 ຫົວຫນ່ວຍ) ຕາມໜັງສືແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ສະບັບເລກທີ 76/ຈທວ.ກທຄວ, ລົງວັນທີ 18 ມີນາ 2021 ເຫດຜົນຂອງການຍົກເລີກແຈ້ງໂຈະນັ້ນ ແມ່ນໄດ້ ອີງຕາມຫນັງສືສະເຫນີຂອງກົມສ່ວຍສາອາກອນກະຊວງການເງິນ ສະບັບເລກທີ 4233/ກສອ, ລົງວັນທີ 1 ພະຈິກ 2021 ເຮັດໃຫ້ວິສາຫະກິດດັ່ງກ່າວສາມາດສືບຕໍ່ເຄື່ອນໄຫວໄດ້ໂດຍໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ນັບແຕ່ວັນທີ່ອອກແຈ້ງການສະບັບນີ້ ເປັນຕົ້ນໄປ;

ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ - Visit Laos Visit SALANA BOUTIQUE HOTEL - ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ

2. ສໍາລັບລາຍຊື່ວິສາຫະກິດ (ຈໍານວນ 595 ຫົວໜ່ວຍ) ແມ່ນຍັງມີຜົນຖືກມາດຕະການໂຈະການ ເຄື່ອນ ໄຫວທຸລະກິດຊົ່ວຄາວ ຕາມໜັງສືສະບັບເລກທີ 76/ຈທວ.ກທຄວ, ລົງວັນທີ 18 ມີນາ 2021 ແລະ ໃຫ້ສືບຕໍ່ເຂົ້າໄປພົວພັນກັບເຈົ້າໜ້າທີ່ສ່ວຍສາອາກອນ ກົມສ່ວຍສາອາກອນ ກະຊວງການເງິນ ເພື່ອປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຂອງຂະແຫນງສ່ວຍສາອາກອນ.

3. ລາຍຊື່ວິສາຫະກິດທີ່ສືບຕໍ່ໂຈະ ແລະ ຍົກເລີກໂຈະ ການເຄື່ອນໄຫວທຸລະກິດຊົ່ວຄາວ ສາມາດກວດສອບ ໄດ້ຕາມຄີວອາໂຄດ (QR Code) ຄັດຕິດແຈ້ງການສະບັບນີ້ ຫຼື ໂດຍຜ່ານເວັບໄຊ້ WWW.NED.MOIC.GOV.LA ຫຼື Facebook ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ. ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ປະຕິບັດ.

ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ - 252856380 194455286196937 9026489112471580432 n 775x1024 - ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ

ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ - 5 - ຍົກເລີກແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຂອງວິສາຫະກິດ ຈໍານວນ 5 ຫົວຫນ່ວຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!