ບຸນທາດຫລວງເປັນຫ່ວງນຳແຕ່ຢ້ານຕິດເຊື້ອໂຄວິດ-19

ບຸນທາດຫລວງເປັນຫ່ວງນຳແຕ່ຢ້ານຕິດເຊື້ອໂຄວິດ-19 - FB IMG 1637073924582 - ບຸນທາດຫລວງເປັນຫ່ວງນຳແຕ່ຢ້ານຕິດເຊື້ອໂຄວິດ-19
ບຸນທາດຫລວງເປັນຫ່ວງນຳແຕ່ຢ້ານຕິດເຊື້ອໂຄວິດ-19 - kitchen vibe - ບຸນທາດຫລວງເປັນຫ່ວງນຳແຕ່ຢ້ານຕິດເຊື້ອໂຄວິດ-19

ໂດຍ: ທິດກໍ່າ

ບຸນທາດຫລວງປີນີ້ ອາດແຕກຕ່າງກັບປີທີ່ຜ່ານໆມາ ຍ້ອນວ່າປີນີ້ມີການລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງໜັກໜ່ວງສົມຄວນ. ຫລ້າສຸດ ຈາກສະຖິຕິຄົນຕິດເຊື້ອໃນວັນທີ 16 ພະຈິກ 2021 ມີ 1.300 ກວ່າຄົນ, ມາຮອດປັດຈຸບັນ ລວມຍອດຜູ້ຕິດເຊື້ອສະສົມມີ 6 ໝື່ນກວ່າຄົນ, ເສຍຊີວິດສະສົມ 104 ຄົນ. ສະເພາະມື້ວັນທີ 15 ພະຈິກ 2021 ເສຍຊີວິດ 5 ຄົນ. ສ່ວນນະຄອນຫລວງວຽງຈັນໃນວັນທີ 15 ພະຈິກ 2021 ຖືວ່າຫລຸດລົງເຖິງ 50% ຄືມີພຽງ 292 ຄົນ ທຽບໃສ່ຫລາຍໆມື້ທີ່ຜ່ານມາ ເຊິ່ງໃນບາງມື້ມີເຖິງ 500 ກວ່າຄົນ. ແຕ່ພໍມາຮອດວັນທີ 16 ພະຈິກ 2021 ພັດພຸ້ງຂຶ້ນເຖິງ 600 ກວ່າຄົນ.

ບຸນທາດຫລວງເປັນຫ່ວງນຳແຕ່ຢ້ານຕິດເຊື້ອໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ບຸນທາດຫລວງເປັນຫ່ວງນຳແຕ່ຢ້ານຕິດເຊື້ອໂຄວິດ-19

ແຕ່ແນວໃດກໍຕາມ, ເມື່ອສົມທຽບໃສ່ສະຖິຕິໃນຫລາຍໆວັນທີ່ຜ່ານໆມາ ບາງມື້ມີສູງເຖິງ 1.000 ກວ່າຄົນ ຖືວ່າເປັນສະຖິຕິທີ່ສູງສົມຄວນຖ້າທຽບໃສ່ຈຳນວນພົນລະເມືອງທີ່ມີພຽງ 7 ລ້ານກວ່າຄົນ. ນີ້ຄືສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ນັບແຕ່ຊ່ວງເດືອນພະຈິກເປັນຕົ້ນມາ.

ຈາກສະພາບທີ່ກ່າວມາຂ້າງເທິງນັ້ນ, ທາງນະຄອນຫລວງ ກໍຄືພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງໄດ້ອອກແຈ້ງການກ່ຽວກັບການຈັດງານບຸນນະມັດສະການພະທາດຫລວງປີນີ້ແມ່ນຈະເຮັດແຕກຕ່າງກັບປີທີ່ຜ່ານມາ ຄືເຮັດພຽງໃຫ້ໄດ້ຮີດໄດ້ຄອງທາງດ້ານສາສະໜາເທົ່ານັ້ນ ເປັນຕົ້ນຄືວັນພຸດ ວັນທີ 17 ພະຈິກ 2021 ຂຶ້ນ 13 ຄໍ່າເດືອນ 12 ລາວ ສູດປະລິຕະມຸງຄຸນ ຫລື ສູດເປີດທາດ (ຈຳກັດພະສົງ ແລະ ສັດທາເຂົ້າຮ່ວມ ຈະໃຊ້ເວລາພຽງ 1 ຊົ່ວໂມງ) ຫລັງຈາກນັ້ນກໍເລີກແລ້ວປິດປະຕູທາດໄວ້.

ວັນພະຫັດ ວັນທີ 18 ພະຈິກ 2021 ກົງກັບມື້ຂຶ້ນ 14 ຄໍ່າເດືອນ 12 ລາວ ເວລາ 14:00 ໂມງ ເຄນຜາສາດເຜິ້ງຈາກ 4 ເມືອງໃນຈຳນວນ 8 ຫລັງ ເປັນອັນວ່າຈົບພິທີ. ໝາຍວ່າບໍ່ມີການແຫ່ເໝືອນດັ່ງທຸກໆປີ.

ວັນສຸກ ວັນທີ 19 ພະຈິກ 2021 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 12 ລາວ ຈະບໍ່ມີພິທີໃສ່ບາດຂອງມວນຊົນ ພຽງແຕ່ອະນຸຍາດໃຫ້ພະສົງສາມະເນນທີ່ຢູ່ໃນຂອບເຂດວັດທາດຫລວງເໜືອ, ທາດຫລວງໃຕ້ເປີດບາດຮັບເອົາສັດທາຈາກຍາດໂຍມທີ່ຢູ່ບ້ານໃກ້ຄຽງແລ້ວກໍກັບ. ພິເສດໃນພິທີຈະບໍ່ມີການຟັງທຳມະເທສະໜາ, ບໍ່ມີກິລາຕີຄີ ແຕ່ຈະມີພຽງພິທີຄອບໄຂ່ວລູກຄີ. ໃນຕອນຄໍ່າຄືນຈະມີພິທີວຽນທຽນ ໂດຍມີພະສົງ ແລະ ແຂກຜູ້ຈຳເປັນເຂົ້າຮ່ວມບໍ່ເກີນ 50 ຄົນ ແລະ ເວລາ 21:00 ໂມງ ຈະມີພິທີຈູດບັ້ງໄຟ ເພື່ອບູຊາພະທາດຫລວງເທົ່ານັ້ນ.

ເຖິງຢ່າງໃດກໍດີ, ສິ່ງທີ່ໜ້າເປັນຫ່ວງນັ້ນແມ່ນຍາມກາງຄືນ ຢ້ານພວກແຂກຄົນທີ່ບໍ່ຖືກເຊີນພາກັນແຫ່ໄປບູຊາທາດຢູ່ຂ້າງນອກ ຫລື ບໍ່ ກໍພາກັນໂຫ່ໄປເບິ່ງພິທີຈູດບັ້ງໄຟບູຊາທາດ ເພາະໃຜກໍມີສັດທາເຫລື້ອມໃສຕໍ່ອົງພະທາດມາແຕ່ດົນນານຫລາຍເຊັ່ນຄົນມາແລ້ວ. ໃນເມື່ອສະພາບເປັນຄືແນວນີ້ກໍຢ້ານແຕ່ໂຄວິດ-19 ຈະພາກັນແຫ່ມາເຂົ້າຮ່ວມບຸນພະທາດຫລວງແບບລາມພະລາມຈົວກໍຍິ່ງຈະອັນຕະລາຍ ຈຶ່ງຂໍໃຫ້ທຸກຄົນເປັນເຈົ້າການຮັກສາສຸຂະພາບ ແລະ ມີຄວາມປອດໄພຈາກໂຄວິດ-19 ດ້ວຍເທີ້ນ.

ບຸນທາດຫລວງເປັນຫ່ວງນຳແຕ່ຢ້ານຕິດເຊື້ອໂຄວິດ-19 - 3 - ບຸນທາດຫລວງເປັນຫ່ວງນຳແຕ່ຢ້ານຕິດເຊື້ອໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!