ຮຽກຮ້ອງໃຫ້ທຸກກຸ່ມເປົ້າໝາຍເຂົ້າຮັບການສັກວັກຊີນ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ແລະ ກ້າວໄປສູ່ການເປີດປະເທດ


ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານວັນທີ 13 ພະຈິກ 2021 ນີ້ວ່າ: ຈາກປະສົບການ ແລະ ບົດຮຽນຂອງຫລາຍປະເທດ ການສັກວັກຊີນໃຫ້ປົກຄຸມກວ້າງຂວາງເກີນ 80% ຂອງປະຊາກອນໃນປະເທດແມ່ນຈະເຮັດໃຫ້ອັດຕາການຕິດເຊື້ອພະຍາດຫລຸດລົງ ແລະ ສິ່ງສໍາຄັນແມ່ນສາມາດຫລຸດອາການຮ້າຍແຮງທີ່ອາດນໍາພາໄປເຖິງຂັ້ນເສຍຊີວິດໄດ້. ຍ້ອນອັດຕາການສັກວັກຊີນປົກຄຸມກວ້າງນີ້ເຮັດໃຫ້ຫລາຍປະເທດສາມາດເປີດກວ້າງ ແລະ ຜ່ອນຜັນຫລາຍມາດຕະການໃນສັງຄົມ ເຊິ່ງສົ່ງຜົນໃຫ້ຊີວິດການເປັນຢູ່ ແລະ ແລະສະພາບເສດຖະກິດຂອງປະເທດ ຄ່ອຍໆຟື້ນຕົວຂຶ້ນ, ນີ້ແມ່ນໜຶ່ງໃນມາດຕະການສໍາຄັນໃນການຄວບຄຸມພະຍາດໂຄວິດ19.
ສໍາລັບປະເທດລາວເຮົາຈາກການສະຫລຸບສັງລວມຂອງການສັກວັກຊີນເພື່ອສ້າງພູມຄຸ້ມກັນພະຍາດໂຄວິດ-19 ທົ່ວປະເທດ ມາຮອດວັນທີ 12 ພະຈິກ ແມ່ນມີຄວາມຄືບໜ້າພໍສົມຄວນ ຊຶ່ງທົ່ວປະເທດສາມາດສັກວັນຊີນເຂັ້ມທີ 1 ໄດ້ 5.529.874 ກວມ 48,11%, ເຂັ້ມທີ 2 ໄດ້ 2.978.223 ກວມ 40,59 %.
ນອກນີ້, ພວກເຮົາຍັງຕ້ອງສສູ້ຊົນຕື່ມເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້ຢ່າງໜ້າອຍໃຫ້ໄດ້ 50% ໃນທ້າຍປີ 2021 ນີ້, ເຊິ່ງມາຮອດມື້ນີ້ ແຂວງທີ່ໄດ້ສັກວັກຊີນບັນລຸ 50% ມີພຽງນະຄອນຫລວງວຽງຈັນ, ແຂວງບໍ່ແກ້ວ ແລະ ຫລວງພະບາງ, ສະນັ້ນ ຮຽກຮ້ອງໃຫ້ປະຊາຊົນກຸ່ມເປົ້າໝາຍຕື່ນຕົວມາສັກວັກຊີນຍິ່ງປົກຄຸມກວ້າງເທົ່າໃດ ຍິ່ງເຮັດໃຫ້ໝັ້ນໃຈວ່າ ປະຊາຊົນພວກເຮົາໄດ້ມີພູມຄຸ້ມກັນຕໍ່ພະຍາດໂຄວິດ-19.
ພ້ອມນີ້, ກໍຍ້ອນເຫັນໄດ້ຄວາມສໍາຄັນໃນການປົກຄຸມວັກຊີນໃນຊຸມຊົນໃຫ້ໄດ້ຫລາຍທີ່ສຸດລັດຖະບານ ແລະ ຄະນະສະເພາະກິດໄດ້ ມີທິດໃນການກໍານົດ ແລະ ຂະຫຍາຍເອົາກຸ່ມເປົ້າໝາຍໃນການສັກວັກຊີນ ເພີ່ມຄືຜູ້ທີ່ຢູ່ກຸ່ມ ອາຍຸ 12 ເຖິງ 17 ປີ ເຊິ່ງ ຈະເລີ່ມປະຕິບັດໃນເວລາໄວໆນີ້, ຄະນະສະເພາະກິດ ສົມທົບກັນໜ່ວຍງານທີ່ກ່ຽວຂ້ອງ ກໍາລັງເລັ່ງໃນການເກັບຂໍ້ມູນກຸ່ມປະຊາກອນອາຍຸໃນເກນທັງໝົດ ເພື່ອຈະໄດ້ດໍາເນີນການສັກວັກຊີນຕາມຄວາມສະໝັກໃຈຂອງເດັກກຸ່ມດັ່ງກ່າວ ແລະ ຜູ້ປົກຄອງ. ເຊິ່ງຈະເປັນອີກຊ່ອງທາງນື່ງທີ່ຈະເພີ່ມອັດຕາສ່ວນປົກຄຸມຂອງການສັກວັກຊີນໃນປະເທດໃຫ້ເປັນວົງກ້ວາງ ແລະ ທົ່ວເຖິງ.