ວາລະງານບຸນນະມັດສະການພະທາດຫລວງ ປະຈຳປີ 2021

ວາລະງານບຸນນະມັດສະການພະທາດຫລວງ ປະຈຳປີ 2021 - 03052018094732laos016 1 - ວາລະງານບຸນນະມັດສະການພະທາດຫລວງ ປະຈຳປີ 2021
ວາລະງານບຸນນະມັດສະການພະທາດຫລວງ ປະຈຳປີ 2021 - kitchen vibe - ວາລະງານບຸນນະມັດສະການພະທາດຫລວງ ປະຈຳປີ 2021

ເນັ້ນເຮັດຕາມຮີດຄອງປະເພນີ ບໍ່ມີການຄົບງັນ ບໍ່ມີງານວາງສະແດງສິນຄ້າ ບໍ່ມີການໃສ່ບາດຕາມເດີນສະໜາມຫຼວງ ເດີ່ນກົມມະລຽນດ້ານໃນ ແລະ ດ້ານນອກຂອງພະທາດຫຼວງວຽງຈັນ ຄືທຸກປີທີ່ຜ່ານມາ ພ້ອມນັ້ນຍັງມີການຈໍາກັດພະສົງ ແລະ ມວນຊົນເຂົ້າຮ່ວມບໍ່ໃຫ້ເກີນ 50 ຄົນ ແລະ ແຕ່ລະພິທີສໍາຄັນຈະໃຊ້ເວລາສັ້ນກະທັດຮັດທີ່ສຸດ.

📌ວັນພຸດ ວັນທີ 17 ພະຈິກ 2021
ສູດປະລິຕະມູງຄຸນ ຫຼື ສູດເປີດທາດ (ຈໍາກັດພະສົງ ແລະ ແຂກທີ່ເຂົ້າ) ໃຊ້ເວລາຢູ່ 1 ຊົ່ວໂມງ ຫຼັງຈາກນັ້ນຈະໄດ້ປິດປະຕູທາດໄວ້

ວາລະງານບຸນນະມັດສະການພະທາດຫລວງ ປະຈຳປີ 2021 - Visit Laos Visit SALANA BOUTIQUE HOTEL - ວາລະງານບຸນນະມັດສະການພະທາດຫລວງ ປະຈຳປີ 2021

📌ວັນພະຫັດ ວັນທີ 18 ພະຈິກ ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ ເວລາ 14:00 ໂມງ
ເຄນຜາສາດເຜິ້ງຈາກ 4 ເມືອງໃນ ຈໍານວນ 8 ຫຼັງ ໃຫ້ກັບພະສົງເປັນອົນຈົບພິທີ (ຈະບໍ່ມີພິທີແຫ່ຄືຜ່ານມາ)

📌ວັນສຸກ ວັນທີ 19 ພະຈິກ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ຄືທຸກປີທີ່ຜ່ານມາຈະມີພິທີໃສ່ບາດ ແຕ່ສະເພາະປີນີ້ແມ່ນບໍ່ມີພິທີໃສ່ບາດ ມີແຕ່ອະນຸຍາດໃຫ້ວັດທີ່ຢູ່ໃນຂອບເຂດສະໜາມຫຼວງຄື:

ວັດທາດຫຼວງເໜືອ ແລະ ວັດທາດຫຼວງໃຕ້ ເປີດບາດຮັບເອົາຍາດໂຍມທີ່ຢູ່ບ້ານໃກ້ມາໃສ່ແລ້ວກໍ່ໃຫ້ກັບ ບໍ່ໃຫ້ນັ່ງຟັງທໍາມະເທສະໜາ ໝາຍຄວາມວ່າມາໃສ່ບາດແລ້ວໃຫ້ກັບບ້ານເລີຍ ແລະ ໃນຕອນບ່າຍມື້ດຽວກັນແມ່ນບໍ່ມີພິທີແຫ່ຄີ ແລະ ຕີຄີ ແຕ່ຈະມີພິທີຄອບໄຂວລູກຄີ ຖືວ່າເປັນອັນຈົບ ຕອນຄໍ່າເວລາ 19:00 ໂມງ ຈະມີພິທີວຽນທຽນ ໃນນີ້ໄດ້ກໍານົດພະສົງ ແລະ ແຂກຖືກເຊີນເຂົ້າຮ່ວມບໍ່ເກີນ 50 ຄົນເທົ່ານັ້ນ ຈະໄດ້ມີການປິດປະຕູບໍ່ອະນຸຍາດໃຫ້ເຂົ້າ ແລະ ເວລາ 21:00 ໂມງ ຈະມີພິທີຈຸດບັ້ງໄຟບູຊາພະທາດຫຼວງວຽງຈັນ ແລ້ວຖືວ່າເປັນອັນຈົບພິທີ.

ວາລະງານບຸນນະມັດສະການພະທາດຫລວງ ປະຈຳປີ 2021 - 3 - ວາລະງານບຸນນະມັດສະການພະທາດຫລວງ ປະຈຳປີ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!