ສາລະວັນ ເລັ່ງແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງທຸກປະເພດ

ສາລະວັນ ເລັ່ງແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງທຸກປະເພດ - 2557662 - ສາລະວັນ ເລັ່ງແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງທຸກປະເພດ
ສາລະວັນ ເລັ່ງແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງທຸກປະເພດ - kitchen vibe - ສາລະວັນ ເລັ່ງແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງທຸກປະເພດ
ແຫລ່ງຂ່າວແຂວງສາລະວັນ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ:  ທ່ານ ແສງເພັດ ສີສຸລາດ ຫົວໜ້າພາສີ ປະຈຳແຂວງສາລະວັນ ໄດ້ເປີດວ່າແຂວງສາລະວັນ ໄດ້ເລັ່ງຮີບຮ້ອນຈັດຕັ້ງວຽກງານແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງຢ່າງຮີບດ່ວນ ຊຶ່ງໄດ້ແຕ່ງຕັ້ງຄະນະກຳມະການແກ້ໄຂພາຫະນະທຸກປະເພດແບບບໍ່ຖືກຕ້ອງ ຂັ້ນແຂວງ ລົງເຄື່ອນໄຫວໃນແຕ່ລະເມືອງ ທົ່ວແຂວງ ແລະ ຢູ່ຫ້ອງການພາສີປະຈຳແຂວງ ນັບແຕ່ນີ້ ຈົນເຖີງວັນທີ 20 ມັງກອນ 2022 ເພື່ອເປີດໂອກາດໃຫ້ຜູ້ທີ່ຄຸ້ມຄອງພາຫະນະ ໃນກໍລະນີດັ່ງກ່າວເສຍພາສີ-ອາກອນ ໃຫ້ທ່ວງທັນກັບເວລາທີ່ໄດ້ກຳນົດໄວ້, ເຊິ່ງໃນລະຫວ່າງວັນທີ 9-12 ພະຈິກນີ້ ແມ່ນໄດ້ເຄື່ອນໄຫວປະຕິບັດຢູ່ເມືອງເລົ່າງາມ.
ກວດພຽງ 4 ໂຮງຮຽນພົບລົດດັດແປງ 40 ກວ່າຄັນ - Laos Update ສາລະວັນ ເລັ່ງແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງທຸກປະເພດ - 01 - ສາລະວັນ ເລັ່ງແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງທຸກປະເພດ
ໃນໄລຍະຜ່ານມາ ໄດ້ມີການເກັບກຳຂໍ້ມູນສະຖິຕິ ແລະ ຂຶ້ນບັນຊີພາຫະນະທີ່ນຳເຂົ້າ, ນໍາໃຊ້ແບບບໍ່ຖືກກົດໝາຍ ໃນທົ່ວແຂວງ ມີທັງໝົດ 1.443 ຄັນ. ໃນນັ້ນ, ປະເພດລົດຈັກ 1.411 ຄັນ, ລົດໃຫຍ່ 32 ຄັນ, ສ່ວນການແຈ້ງເສຍພາສີ-ອາກອນ ຈະໄດ້ປະຕິບັດຕາມແຈ້ງການຂອງກະຊວງການເງິນກຳນົດ ເປັນຕົ້ນ ຕາມປະເພດພາຫະນະ, ຄວາມແຮງ, ປີຜະລິດ ແລະ ຫັກຄ່າຫຼຸ້ຍຫ້ຽນອາຍຸການນຳໃຊ້ງານ ຫຼື ການປະເມີນສະພາບຕົວຈິງ ເຊັ່ນ: ພາຫະນະທີ່ຜະລິດ ແຕ່ປີ 2018 ຂຶ້ນໄປ ແມ່ນໃຊ້ລາຄາຊື້-ຂາຍຕົວຈິງ ທີ່ກົມພາສີກໍານົດ, ພາຫະນະທີ່ຜະລິດ ແຕ່ປີ 2016-2017 ນໍາໃຊ້ຖານລາຄາໃນການແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ພາ​ຫະ​ນະ​ທີ່ຜະລິດແຕ່ປີ 2015 ລົງມາ ແມ່ນຈະໄດ້ປະເມີນຕາມຄວາມເປັນຈິງຂອງພາຫະນະ. ສຳລັບຮູບແບບການຈັດຕັ້ງປະຕິບັດ ແມ່ນໄດ້ເຄື່ອນໄຫວແຈ້ງເສຍພາສີ ໃນແຕ່ລະເມືອງ ແລະ ຫ້ອງການພາສີ ປະຈຳແຂວງສາລະວັນ, ທັງໄດ້ມອບໃຫ້ເມືອງສືບຕໍ່ຈັດຕັ້ງປະຕິບັດຈົນເຖິງວັນທີ 20 ມັງກອນ 2022 ຕາມທີ່ໄດ້ກໍານົດໄວ້, ການແກ້ໄຂໃນຄັ້ງນີ້, ເປັນຄັ້ງສຸດທ້າຍ. ຖ້າຫາກກາຍກຳນົດໃນການແຈ້ງເສຍພາສີ-ອາກອນ ໃນຄັ້ງນີ້ ຈະໄດ້ປະຕິບັດຕາມລະບຽບກົດໝາຍ ແລະ ຢຶດມາເປັບຊັບສິນຂອງລັດ.
ພ້ອມນີ້, ທ່ານຫົວໜ້າພາສີ ປະຈຳແຂວງ ຍັງໄດ້ຮຽກຮ້ອງເຖິງບັນດາຜູ້ທີ່ຄຸ້ມຄອງ ແລະ ນຳໃຊ້ພາຫະນະແບບບໍ່ຖືກຕ້ອງ ໃນທົ່ວສັງຄົມຕື່ນຕົວສະໝັກໃຈ ແລະ ຈິງໃຈເຂົ້າມາແຈ້ງເສຍພາສີ-ອາກອນ ໃຫ້ທ່ວງທັນຕາມກຳນົດເວລາ ແລະ ຈົ່ງໃຫ້ການຮ່ວມມືແກ່ຄະນະກຳມະການ ເພື່ອພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ ກໍຄືເພື່ອເຮັດໃຫ້ທຸກຄົນໃນສັງຄົມ ໄດ້ໃຊ້ພາຫະນະແບບຖືກຕ້ອງຕາມລະບຽບກົດໝາຍ.
ສາລະວັນ ເລັ່ງແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງທຸກປະເພດ - 4 - ສາລະວັນ ເລັ່ງແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງທຸກປະເພດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!