ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 120 ຄົນ ຈາກອຸທົກກະໄພໃຫຍ່ຢູ່ອິນເດຍ

- kitchen vibe - ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 120 ຄົນ ຈາກອຸທົກກະໄພໃຫຍ່ຢູ່ອິນເດຍ

- 1ik168od - ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 120 ຄົນ ຈາກອຸທົກກະໄພໃຫຍ່ຢູ່ອິນເດຍ

ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ອຸ​ທົກ​ກະ​ໄພ​ຄັ້ງ​ໃຫຍ່​ທີ່​ເກີດ​ຂຶ້ນ​ໃນຕົ້ນ​ເດືອນ​ນີ້ ຢູ່​ລັດ​ຄຸ​ຊະລາ​ດ ​ເຊິ່ງຢູ່​ທາງ​ຕາ​ເວ​ັນຕົກ​ຂອງ​ອິນ​ເດຍ ​ເພີ່ມ​ເປັນ​ເກືອບ 120 ຄົນ​ແລ້ວ.

- Visit Laos Visit SALANA BOUTIQUE HOTEL - ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 120 ຄົນ ຈາກອຸທົກກະໄພໃຫຍ່ຢູ່ອິນເດຍ

- ekn31pq7 - ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 120 ຄົນ ຈາກອຸທົກກະໄພໃຫຍ່ຢູ່ອິນເດຍ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ນິວ​ເດ​ລີ ປະ​ເທດ​ອິນ​ເດຍ ​ໃນ​ວັນ​ທີ 27 ກໍລະກົດ​ນີ້​ວ່າ: ທາງ​ການ​ລັດ​ຄຸ​ຊະລາ​ດ ຕັ້ງຢູ່​ແຄມ​ຝັ່ງ​ທາງ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ ລາຍ​ງານ​ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ເຫດ​ອຸ​ທົກ​ກະ​ໄພ​ຄັ້ງ​ໃຫຍ່ ທີ່​ເກີດ​ຈາກ​ອິດ​ທິພົນ​ຂອງ​ພາຍຸ​ມໍ​ລະ​ສຸມ​ຫລາຍ​ຫົວ ​ເຊິ່ງພັດ​ຖະຫລົ່ມ​ແຕ່​ຕົ້ນ​ເດືອນ​ກໍລະ​ກົດ​ນີ້ ​ເພີ່ມ​ເປັນ​ຢ່າງ​ໜ້ອຍ 119 ຄົນ​​ແລ້ວ ​ໂດຍ​ຈາກ​ຈຳນວນ​ດັ່ງກ່າວ 17 ຄົນ​ເປັນ​ສະມາຊິກ​ໃນ​ຄອບຄົວ​ດຽວ​ກັນ ​ແລະ ​ເຈົ້າໜ້າ​ທີ່​ພົບ​ສົບ​ຕິດ​ຢູ່​ກອງຂີ້​ດິນ​ທີ່​ເຈື່ອນ​ລົງ​ມາ​ຖົມ​ບ້ານ 2 ​ແຫ່ງ ​ເຊິ່ງຕັ້ງຢູ່​ແຄມ​ຝັ່ງ​ແມ່ນ້ຳມະ​ນັດ.

- uxmq3r7r - ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 120 ຄົນ ຈາກອຸທົກກະໄພໃຫຍ່ຢູ່ອິນເດຍ

ຂະນະ​ທີ່​ປະຊາຊົນ​ຫລາຍ​ກວ່າ 36.000 ຄົນ​ຢູ່​ລັດ​ຄຸ​ຊະລາ​ດຕ້ອງ​ອົບ​ພະຍົບ, ​ແຕ່​ຍັງ​ມີ​ຜູ້​ຄົງ​ຄ້າງ​ຕາມ​ບ່ອນຢູ່​ອາ​ໄສອີກ​ເປັນ​ຈຳນວນ​ຫລາຍ. ນາຍົກລັດຖະມົນຕີ ນາ​ເຣນທາ ​ໂມ​ດີ ນັ່ງ​ເຮ​ລິ​ກົບ​ແຕສຳ​ຫລວດ​ຄວາມ​ເສຍ​ຫາຍ​ຂອງ​ລັດ​ຄຸ​ຊະລາ​ດ ​ໃນ​ວັນ​ທີ 25 ກໍລະກົດ ​ແລະ ​ເນັ້ນ​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ມອບ​ການ​ຊ່ວຍ​ເຫລືອ​ຢ່າງ​ເຕັມ​ສ່ວນ​ໃຫ້​ແກ່​ຜູ້​ປະສົບ​ໄພ​ໃນ​ທຸກພື້ນທີ່ ​ເຊິ່ງນອກ​ເໜືອ​ຈາກ​ຢູ່​ລັດ​ຄຸ​ຊະລາ​ດ ອີກ​ຫລາຍ​ກວ່າ 60 ​ເຂດ​ໃນ​ລັດ​ອຳ​ສຳ, ລັດ​ອາຣຸນາ​ຈັກ​ປະ​ເທດ, ລັດ​ນາຄາ​ແລນ ​ແລະ ລັດ​ມະນີ​ປຸຣະ ຫລື ກຸ່ມ​ລັດ​ທີ່ຢູ່​ລະຫວ່າງ​ພາກ​ຕາ​ເວັນ​ຕົກ​ກັບ​ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ ຍັງ​ຈົມ​ຢູ່​ໃຕ້​ນ້ຳ.

- 403ihkbu - ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 120 ຄົນ ຈາກອຸທົກກະໄພໃຫຍ່ຢູ່ອິນເດຍ

ນອກຈາກ​ນີ້, ໜ່ວຍ​ງານ​ດ້ານ​ສາທາລະນະ​ສຸກ​ມີ​ຄວາມ​ກັງວົນ​ກ່ຽວ​ກັບ​ພະຍາດ​ລະບາດ​ທີ່​ອາດ​ເກີດ​ຂຶ້ນພ້ອມ​ກັບ​ນ້ຳຖ້ວມ ​ໂດຍ​ສະ​ເພາະ​ໄຂ້​ເດ​ງກີ​ທີ່​ມີ​ລາຍ​ງານ​ຜູ້​ຕິດ​ເຊື້ອ​ໃນ​ປະ​ເທດ​ຫລາຍ​ກວ່າ 12.000 ຄົນ ນັບ​ແຕ່​ເດືອນ​ພຶດສະພາ​ປີ​ນີ້ ​ແລະ ​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ 23 ຄົນ ​ໃນ​ເດືອນ​ນີ້ ສະ​ເພາະ​ຢູ່​ລັດ​ເກ​ລະ ທີ່ຢູ່​ທາງ​ຕອນ​ໃຕ້ຂອງ​ປະ​ເທດ.

- 267176 jk floods 12 inline pti - ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 120 ຄົນ ຈາກອຸທົກກະໄພໃຫຍ່ຢູ່ອິນເດຍ

- 5 - ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 120 ຄົນ ຈາກອຸທົກກະໄພໃຫຍ່ຢູ່ອິນເດຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!