ກະຊວງການເງິນ ມອບ-ຮັບໜ້າທີ່ຮັກສາການຫົວໜ້າກົມ ຄຸ້ມຄອງຊັບສິນແຫ່ງ

ກະຊວງການເງິນ ມອບ-ຮັບໜ້າທີ່ຮັກສາການຫົວໜ້າກົມ ຄຸ້ມຄອງຊັບສິນແຫ່ງ - 255723907 1762567220613717 2111636267110257189 n - ກະຊວງການເງິນ ມອບ-ຮັບໜ້າທີ່ຮັກສາການຫົວໜ້າກົມ ຄຸ້ມຄອງຊັບສິນແຫ່ງ
ກະຊວງການເງິນ ມອບ-ຮັບໜ້າທີ່ຮັກສາການຫົວໜ້າກົມ ຄຸ້ມຄອງຊັບສິນແຫ່ງ - kitchen vibe - ກະຊວງການເງິນ ມອບ-ຮັບໜ້າທີ່ຮັກສາການຫົວໜ້າກົມ ຄຸ້ມຄອງຊັບສິນແຫ່ງ

ພິທີມອບ-ຮັບໜ້າທີ່ ລະຫວ່າງທ່ານ ພູດົງ ສຸຂະວົງ ຮັກສາການຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ (ຜູ້ເກົ່າ) ແລະ ທ່ານ ພຸດທະສິນ ເຮືອງທະວົງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ(ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2021 ຢູາກະຊວງການເງິນ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ພູດົງ ສຸຂະວົງ ໄດ້ຜ່ານບົດບັນທຶກມອບຮັບວຽກງານ ເພື່ອມອບຄວາມຮັບຜິດຊອບຊີ້ນໍາ-ນໍາພາ ວຽກງານຄຸ້ມຄອງຊັບສິນແຫ່ງລັດ ໃຫ້ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດຜູ້ໃໝ່ ສືບຕໍ່ປະຕິບັດແຜນວຽກທີ່ກໍານົດໄວ້ໃນແຜນການປີ 2021, ຈັດຕັ້ງຜັນຂະຫຍາຍພາລະບົດບາດໃໝ່ຂອງກົມຄຸ້ມຄອງຊັບສິນຂອງລັດ, ແກ້ໄຂຜົນການກວດສອບຂອງອົງການກວດສອບແຫ່ງລັດ ແລະ ວຽກສືບຕໍ່ຕາມການແບ່ງຄວາມຮັບຜິດຊອບຂອງຄະນະກົມຄຸ້ມຄອງຊັບສິນຂອງລັດ ທີ່ຕິດພັນກັບວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມທິດຊີ້ນໍາໃນກອງປະຊຸມລັດຖະບານທີ່ມອບໃຫ້ກະຊວງການເງິນເປັນເຈົ້າການຮີບຮ້ອນຄົ້ນຄວ້າປັບປຸງ ບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ເປັນຕົ້ນ ປັບປຸງລັດຖະບັນຍັດສະບັບເລກທີ 01/ປປທ ວ່າດ້ວຍອັດຕາຄ່າຊັບພະຍາກອນທໍາມະຊາດ, ປັບປຸງລັດຖະບັນຍັດສະບັບເລກທີ 02/ປປທ ວ່າດ້ວຍອັດຕາຄ່າເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ແລະ ວຽກງານວິຊາສະເພາະທັງໝົດ ທີ່ຂຶຶ້ນກັບພາລະບົດບາດຂອງກົມຄຸ້ມຄອງຊັບສິນແຫ່ງລັດ ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໂດຍສະເພາະວຽກງານປັບປຸງພາລະບົດບາດຂອງກົມຄຸ້ມຄອງຊັບສິນແຫ່ງລັດ ໃຫ້ສໍາເລັດຕາມກໍານົດ, ປັບປຸງການຈັດຕັ້ງ ແລະ ກໍານົດ ຕໍາແໜ່ງງານ ໃຫ້ມີຄວາມເໝາະສົມຕາມໜ້າທີ່ວຽກງານຢ່າງແທ້ຈິງ, ປັບປຸງວຽກງານຈັດຊື້-ຈັດຈ້າງໃຫ້ມີຄວາມຮັດກຸມ ປະຕິບັດນະໂຍບາຍປະຢັດ, ສືບຕໍ່ປັບປຸງກົດໝາຍ, ນິຕິກໍາຕ່າງໆໃຫ້ວຽກງານຄຸ້ມຄອງຊັບສິນແຫ່ງລັດ ມີຄວາມສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນ.

ກະຊວງການເງິນ ມອບ-ຮັບໜ້າທີ່ຮັກສາການຫົວໜ້າກົມ ຄຸ້ມຄອງຊັບສິນແຫ່ງ - 4 - ກະຊວງການເງິນ ມອບ-ຮັບໜ້າທີ່ຮັກສາການຫົວໜ້າກົມ ຄຸ້ມຄອງຊັບສິນແຫ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!