ອາເມລິກາເປີດປະເທດຮັບຊາວຕ່າງປະເທດ ທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ

ອາເມລິກາເປີດປະເທດຮັບຊາວຕ່າງປະເທດ ທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ -              - ອາເມລິກາເປີດປະເທດຮັບຊາວຕ່າງປະເທດ ທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ
ອາເມລິກາເປີດປະເທດຮັບຊາວຕ່າງປະເທດ ທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ - kitchen vibe - ອາເມລິກາເປີດປະເທດຮັບຊາວຕ່າງປະເທດ ທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ

ວັນທີ 8​ ພະຈິກ 2021, ທາງການອາເມລິກາເປີດປະເທດຮັບນັກທ່ອງທ່ຽວທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ ໂດຍສະເພາະຜູ້ທີ່ເດີນທາງມາຈາກພື້ນທີ່ສ່ຽງຕິດເຊື້ອໂຄວິດ ເຊິ່ງປະກາດໃຊ້ມາແຕ່ສະໄໝອະດີດປະທານາທິບໍດີ ໂດນັລ ທຣຳ ເປັນເຫດໃຫ້ຜູ້ທີ່ບໍ່ໄດ້ເປັນພົນລະເມືອງອາເມລິກາຈາກຫລາຍປະເທດທົ່ວໂລກອາດບໍ່ໄດ້ພົບກັບຄອບຄົວ ຫລື ແຜນການເດີນທາງຕ້ອງຢຸດສະງັກລົງ.

ທາງການອາເມລິກາພະຍາຍາມຈະຄວບຄຸມສະຖານະການການແຜ່ລະບາດຂອງໂຄວິດພາຍໃນປະເທດ ໂດຍເລີ່ມຈາກການປິດຊາຍແດນ, ຫ້າມຜູ້ທີ່ເດີນທາງມາຈາກປະເທດຈີນ ເມື່ອຕົ້ນປີ 2020 ກ່ອນຈະຂະຫຍາຍໄປປະເທດອື່ນໆເຊັ່ນ: ອັງກິດ, ປະເທດສະມາຊິກໃນສະຫະພາບເອີຣົບ, ອິນເດຍ, ອາຟຣິກາໃຕ້ ລວມທັງບຣາຊິວ.

ອາເມລິກາເປີດປະເທດຮັບຊາວຕ່າງປະເທດ ທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ - Visit Laos Visit SALANA BOUTIQUE HOTEL - ອາເມລິກາເປີດປະເທດຮັບຊາວຕ່າງປະເທດ ທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ

ພາຍໃຕ້ກົດຂໍ້ບັງຄັບໃໝ່ ຊາວຕ່າງປະເທດທີ່ຈະເດີນທາງເຂົ້າອາເມລິກາຈຳເປັນຕ້ອງສະແດງຫລັກຖານເພື່ອຢືນຢັນວ່າໄດ້ຮັບການສັກວັກຊີນແລ້ວກ່ອນອອກເດີນທາງ ອີກທັງຕ້ອງສະແດງຜົນການກວດໂຄວິດທີ່ຢືນຢັນວ່າບໍ່ພົບການຕິດເຊື້ອໂຄວິດພາຍໃນ 3 ວັນກ່ອນອອກເດີນທາງ ລວມທັງໃຫ້ຂໍ້ມູນທີ່ເປັນປະໂຫຍດຕໍ່ທາງການ ເພື່ອພິຈາລະນາຍົກເວັ້ນການກັກຕົວຫລັງຈາກເດີນທາງເຖິງອາເມລິກາແລ້ວ.

ໂດຍສະຫະພາບເອີຣົບອະນຸຍາດໃຫ້ຜູ້ທີ່ເດີນທາງມາຈາກອາເມລິກາເຂົ້າກຸ່ມປະເທດສະມາຊິກໄດ້ ນັບແຕ່ເດືອນມິຖຸນາຜ່ານມາ, ຂະນະທີ່ທາງການອັງກິດໄດ້ອະນຸຍາດໃຫ້ຜູ້ທີ່ເດີນທາງມາຈາກອາເມລິກາເຂົ້າປະເທດໄດ້ນັບແຕ່ວັນທີ 28 ກໍລະກົດຜ່ານມາ.

ອ້າງອີງ:

ອາເມລິກາເປີດປະເທດຮັບຊາວຕ່າງປະເທດ ທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ - 5 - ອາເມລິກາເປີດປະເທດຮັບຊາວຕ່າງປະເທດ ທີ່ສັກວັກຊີນຄົບໂດສແລ້ວ ຫລັງຈຳກັດການເດີນທາງມາກວ່າ 20 ເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!