ອົງການໄອຍະການປະຊາຊົນສູງສຸດ ຊີ້ແຈງ ຕໍ່ຄຳເຈາະຈີ້ມຂອງ ສສຊ
November 8, 2021 - 3:08 PM
ໃນວັນທີ 8 ພະຈິກ 2021 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຊີ້ແຈງຕໍ່ຄວາມຄິດເຫັນຂອງບັນດາສະມາຊິກສະພາແຫ່ງຊາດ ຕໍ່ບົດລາຍງານການປະຕິບັດສິດ, ໜ້າທີ່ຂອງ ອອປສ ໃນ 9 ເດືອນຜ່ານມາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX , ໃນຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.
ທ່ານ ໄຊຊະນະ ໂຄດພູທອນ ກ່າວວ່າ: ຜ່່ານການຕິດຕາມຄວາມເຫັນຂອງ ສສຊ ມີ 19 ຄຳຖາມສັງລວມອອກເປັນ 4 ກຸມໃຫຍ່ ຊຶ່ງຕິດພັນໂດຍກົງກັບການປະຕິບັດພາລະບົດບາດຂອງ ອອປສ ຊຶ່ງຂ້າພະເຈົ້າຂໍຊີ້ແຈງຕໍ່ຄຳຊັກຖາມຈຳນວນໜຶ່ງ, ອອປສ ມີພາລະບົດບາດໃນການຕິດຕາມກວດກາການປະຕິບັດກົດໝາຍໃນທົ່ວສັງຄົມ ເປັນພາລະບົດບາດທີ່ກວ້າງຂວາງພົວພັນກັບຫຼາຍຂົງເຂດວຽກງານ, ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນຜ່ານມາ ອອປສ ແລະ ອົງການໄອຍະການປະຊາຊົນທ້ອງຖິ່ນໄດ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງເຊັ່ນ: ໄດ້ຕິດຕາມຊຸກຍູ້ບັນດາອົງການຈັດຕັ້ງຂອງລັດ ແລະ ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ ວິສາຫະກິດ ພົນລະເມືອງໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຢູ່ໃນຂົງເຂດຂອງເຂົາເຈົ້າຢ່າງເຂັ້ມງວດ ດ້ວຍການໂຄສະນາເຜີຍແຜ່ກົດໝາຍໃຫ້ສັງຄົມຮັບຮູ້, ເຂົ້າໃຈດ້ວຍຮູບການຕ່າງໆ ຜ່ານການຈັດຕັ້ງປະຕິບັດດັ່ງກ່າວເຫັນໄດ້ວ່າສະຕິໃນການຈັດຕັ້ງປະຕິບັດກົດໝາຍຢູ່ອົງການຈັດຕັ້ງຂອງລັດ-ສັງຄົມ ແລະ ອົງການປົກຄອງທ້ອງຖິ່ນ ວິສາຫະກິດ ພົນລະເມືອງ ແມ່ນນັບມື້ນັບດີຂຶ້ນເທື່ອລະກ້າວ ສະແດງອອກພົນລະເມືອງຮູ້ນໍາໃຊ້ສິດຂອງຕົນຕາມທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້, ຜ່ານມາອົງການໄອຍະການປະຊາຊົນຂັ້ນຕ່າງໆ ໄດ້ປະກອບພະນັກງານສອບສວນໃນຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຕິດຕາມກວດກາຂະແໜງການຕ່າງໆ, ຜ່ານການເຂົ້າຮ່ວມ ສາມາດເກັບໂຮມໄດ້ຊັບສິນຈຳນວນໜຶ່ງ, ຈຳນວນໜຶ່ງພວມກຳລັງດຳເນີນການກວດສອບຢ່າງເຄັ່ງຮ້ອນ.
ສຳລັບວຽກທີ່ພວກເຮົາປະຕິບັດໄດ້ຍາກ ແມ່ນການກວດກາການອອກນິຕິກຳຂອງບັນດາກະຊວງຂອງລັດ ຂອງອົງການຈັດຕັ້ງສັງຄົມ ແລະ ຂອງອົງການປົກຄອງທ້ອງຖິ່ນອື່ນໆ ແລະ ບັນຫາທີ່ພວມປະເຊີນໃນປັດຈຸບັນນີ້ອັນໜຶ່ງແມ່ນຂີດຄວາມສາມາດຂອງພະນັກງານຍັງຈຳກັດ ແລະ ບໍ່ທັນເປັນເຈົ້າການແທ້ໃນການປະຕິບັດພາລະບົດບາດດັ່ງກ່າວຢ່າງເຕັມສ່ວນ, ກົນໄກປະສານງານລະຫວ່າງພາກສ່ວນຕ່າງໆແຕ່ສູນກາງລົງຮອດທ້ອງຖິ່ນຍັງຢູ່ໃນຂອບຈຳກັດ, ຄວາມຮູ້ ຄວາມເຂົ້າໃຈຕໍ່ວຽກງານກວດກາທົ່ວໄປຂອງພາກສ່ວນຕ່າງໆຕໍ່ອົງການໄອຍະການຍັງບໍ່ທັນກວ້າງຂວາງ, ກົດໝາຍກຳນົດພາລະບົດບາດຍັງມີລັກສະນະຊໍ້າຊ້ອນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການແກ້ໄຂ.
ສຳລັບທິດທາງໃນຕໍ່ໜ້ານີ້, ພວກເຮົາຈະສຸມໃສ່ສ້າງກົນໄກການປະສານງານກັບກະຊວງກະສິກຳ-ປ່າໄມ້ ແລະ ກະຊວງການເງິນ ປັດຈຸບັນກຳລັງດຳເນິີນການກະກຽມສ້າງນິຕິກຳ, ສ້າງກົນໄກຮ່ວມກັນ, ສຳລັບວຽກງານຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ ໄລຍະຜ່ານມາພວກເຮົາກໍໄດ້ເອົາໃຈໃສ່ໂດຍໄດ້ຕິດຕາມກວດກາ ແລະ ເກັບກຳສະຖິຕິຄຳຕັດສິນຂອງສານ, ຄະດີແພ່ງ ແລະ ຄະດີອາຍາໃນ 9 ເດືອນຜ່ານມາມີ 41.027 ເລື່ອງ. ໃນນັ້ນສາມາດປະຕິບັດໄດ້ພຽງແຕ່ 11,40% ສາເຫດໃນການປະຕິບັດບໍ່ໄດ້ສ່ວນຫລາຍແມ່ນຍ້ອນຄູ່ຄວາມບໍ່ຍອມປະຕິບັດ ມີການຂຽນຄຳຮ້ອງໄປຫລາຍບ່ອນເພື່ອແກ່ຍາວເວລາ, ປັດຈຸບັນພວກເຮົາຕິດຕາມກວດກາຄຳຮ້ອງ ແລະ ຄຳສະເໜີຂອງການຈັດຕັ້ງ ແລະ ພົນລະເມືອງກ່ຽວກັບການຕັດສິນຂອງສານເທົ່ານັ້ນ, ສຳລັບການຕິດຕາມກວດກາອົງການສືບສວນ-ສອບສວນ ໂດຍສະເພາະແມ່ນການນຳໃຊ້ມາດຕະການສະກັດກັ້ນເຊັ່ນ: ການຈັບໂຕ, ປ່ອຍໂຕ ແລະ ອື່ນໆ, ພວກເຮົາໄດ້ເພີ່ມທະວີສ້າງຄວາມຮັບຮູ້ເຂົ້າໃຈດ້ານທິດສະດີ ແລະ ພຶດຕິກຳຮ່ວມກັນ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ກົດ ໝາຍວ່າດ້ວຍປະເມີນອາຍາເພື່ອຮັບປະກັນເຮັດໃຫ້ຜູ້ກະທຳຜິດໄດ້ຮັບການລົງໂທດ ຊຶ່ງໃນ 9 ເດືອນຜ່ານມາຄະດີອາຍາທົ່ວປະເທດມີ 6.756 ເລື່ອງ, ມີການສັ່ງຟ້ອງສານຈຳນວນ 3.847 ເລື່ອງ, ສົ່ງຄືນໃຫ້ເຈົ້າໜ້າທີ່ດຳເນີນການສືບສວນ-ສອບສວນຄືນ 1.641 ເລື່ອງ, ພ້ອມນັ້ນໃນ 9 ເດືອນ ຍັງໄດ້ມີການປະຕິບັດວິໄນພະນັກງານທີ່ກົດໜ່ວງທ່ວງດຶງ ມີການເອົາສິນຈ້າງລາງວັນ, ສຳລັບທິດທາງແກ້ໄຂຕໍ່ໜ້າຈະນຳໃຊ້ກົນໄກຮ່ວມກັນລະຫວ່າງອົງການໄອຍະການ ແລະ ກະຊວງປ້ອງກັນຄວາມສະຫງົບ ເພື່ອປຶກສາຫາລືແລກປ່ຽນຄຳເຫັນຮ່ວມກັນໂດຍສະເພາະບັນຫາທີ່ຄົງຄ້າງການກັກຂັງເກີນກຳນົດ, ຈະກວດກາຮ່ວມກັນ ແລະ ແກ້ໄຂເປັນແຕ່ລະກໍລະນີໄປ.