ສື່ກາຕາລັນ ເຜີຍວ່າ ບາເຊໂລນາ ບັນລຸຂໍ້ຕົກລົງສ່ວນໂຕກັບ ຄູຕິນໂຢ ແລ້ວ
July 26, 2017 - 4:38 PM




ຄູຕິນໂຢ ມີຂ່າວກັບ ບາເຊ ໂລນາ ມາດົນຫຼາຍເດືອນ ແລະ ເຖິງວ່ານັກເຕະຈະເຄີຍປະຕິເສດການຍ້າຍທີມມາຢ່າງຕໍ່ເນື່ອງ ຫຼ້າສຸດຂ່າວເລີ່ມໜາຫູວ່າມີແນວ ໂນ້ມທີ່ ບາເຊໂລນາ ຈະເອົາຈິງ ເອົາຈັງເພື່ອດຶງ ຄູຕິນໂຢ ມາໃຫ້ ໄດ້ ເພາະ ເນມາ ກອງໜ້າທີມ ຊາດບຣາຊິລ ຕົກເປັນຂ່າວລືຍ້າຍ ໄປ ປາຣິສ ແຊັງແຊັກແມງ.
ຄາຣາດ ໂຣເມໂຣ ຜູ້ສື່ຂ່າວ ປະສະຖານີບອກວ່າ: “ຕົກລົງ ກັບ ຄູຕິນໂຢ ໄດ້ແລ້ວ ບາເຊໂລ ນາ ຕົກລົງທຸກຢ່າງກັບນັກເຕະໄດ້ ແລ້ວ ຕ້ນນີ້ສະໂມສອນຕ້ອງເຈ ລະຈາ ການຍ້າຍທີມກັບ ລິເວີ ພູລ”.
ທັງນີ້ມີລາຍງານວ່າ ບາເຊ ໂລນາ ຍື່ນຂໍ້ສະເໜີ 80 ລ້ານ ເອີໂຣ ຂໍຊື້ ຄູຕິນໂຢ ແຕ່ຖືກ ລິເວີ ພູລ ປະຕິເສດ ແລະ ເຊື່ອວ່າ ລິເວີ ພູລ ຈະຍື້ເອົາໄວ້ເຕັມທີ່ ເພາະມີຄິວ ເຕະຮອບເພລອອຟ ແຊ໊ມປຽນ ລີກ ເພື່ອຊີງໂກຕ້າໄປຫຼິ້ນຮອບ ແບ່ງກຸ່ມ.