ວັກແຊັງຈຳເປັນຂອງແມ່ຍິງຖືພາ

- 010707 -  ວັກແຊັງຈຳເປັນຂອງແມ່ຍິງຖືພາ
- kitchen vibe -  ວັກແຊັງຈຳເປັນຂອງແມ່ຍິງຖືພາ

– ຄຳຖາມ : ຫາກໍຖືພາໄດ້ 2 ເດືອນ ທ່ານໝໍຢູ່ບ່ອນຝາກທ້ອງແນະນຳໃຫ້ສັກວັກແຊັງປ້ອງກັນພະຍາດບາດທະຍັກ ຈຳເປັນຕ້ອງສັກຫລືບໍ່ ? ແລະ ຂ້ອຍຄວນສັກວັກແຊັງນີ້ເພື່ອກະຕຸ້ນພູມຕ້ານທານຫລືບໍ່ ? ເພາະປະຈຸບັນນີ້ມີວັກແຊັງປ້ອງກັນພະຍາດຕ່າງໆຢ່າງຫລາກຫລາຍ ຄວາມຈິງແລ້ວຂ້ອຍຄວນສັກວັກແຊັງຫຍັງແດ່ ?

– ຄຳຕອບ : ໂດຍປົກກະຕິແລ້ວຈະບໍ່ໃຫ້ແມ່ຍິງຖືພາສັກວັກແຊັງຕ່າງໆຖ້າບໍ່ຈຳເປັນ ເພາະຢ້ານວ່າອາດຈະເກີດອັນຕະລາຍຕໍ່ລູກໃນທ້ອງ ປະຈຸບັນແນະນຳໃຫ້ສັກວັກແຊັງບາດທະຍັກພຽງຢ່າງດຽວເທົ່ານັ້ນ ໂດຍໃຫ້ເຫດຜົນວ່າເພື່ອໃຫ້ແມ່ສ້າງພູມຕ້ານທານປ້ອງກັນພະຍາດບາດທະຍັກ ແລ້ວຖ່າຍທອດໄປຫາລູກໃນທ້ອງຈະໄດ້ມີພູມຕ້ານທານພະຍາດນີ້ນຳ. ເມື່ອປະມານ 40 – 50 ປີຫລັງ ພະຍາດບາດທະຍັກໃນເດັກນ້ອຍເກີດໃໝ່ນັ້ນພົບໄດ້ຫລາຍເນື່ອງຈາກມີການເກີດລູກເອງຢູ່ເຮືອນຫລາຍ ເບິ່ງບາງເທື່ອອາດໃຊ້ເຄື່ອງມືທີ່ບໍ່ສະອາດພຽງພໍ ເຊັ່ນ : ໃຊ້ໄມ້ໄຜ່ຕັດສາຍແຮ່ຂອງເດັກນ້ອຍ ເຮັດໃຫ້ມີເຊື້ອບາດທະຍັກແຜ່ສູ່ເດັກນ້ອຍທາງສາຍບື ເຮັດໃຫ້ເກີດພະຍາດບາດທະຍັກ ເຊິ່ງພະຍາດນີ້ອັນຕະລາຍຮຸນແຮງເຖິງຊີວິດຖ້າປິ່ນປົວບໍ່ທັນ ຈຶ່ງເຮັດໃຫ້ມີນະໂຍບາຍການສັກວັກແຊັງບາດທະຍັກຢ່າງເປັນກິດຈະວັດ.

ແຕ່ໃນປະຈຸບັນນີ້ ແມ່ຍິງສ່ວນຫລາຍເກີດລູກຢູ່ໂຮງໝໍ ເຮັດໃຫ້ອັດຕາການເສຍຊີວິດຍ້ອນພະຍາດບາດທະຍັກໃນການເກີດລູກຫລຸດລົງຢ່າງໄວວາຈົນເຫລືອໜ້ອຍສຸດ ເພາະການເກີດຢູ່ໂຮງໝໍສະໄໝໃໝ່ຈະເນັ້ນເລື່ອງເຕັກນິກປາສະຈາກເຊື້ອ  (Sterile Technique) ຫລາຍ, ແຕ່ນະໂຍບາຍການສັກວັກແຊັງບາດທະຍັກກໍຍັງຄົງຢູ່. ໃນໄລຍະຫລັງກໍມີລາຍງານເຖິງບາງຄົນທີ່ເກີດຢູ່ໂຮງໝໍ ແຕ່ເດັກນ້ອຍມີພະຍາດບາດທະຍັກ ຈຶ່ງເຮັດໃຫ້ຍັງມີນະໂຍບາຍການສັກວັກແຊັງບາດທະຍັກຕໍ່ໄປ.

ການສັກວັກແຊັງປ້ອງກັນພະຍາດບາດທະຍັກ ໂດຍທົ່ວໄປຕ້ອງສັກ 3 ເຂັມ ໂດຍ 2 ເຂັມທຳອິດຫ່າງກັນ 1 ເດືອນ ແລະ ເຂັມທີ 3(ເຂັມກະຕຸ້ນ) ຄວນສັກຫລັງຈາກສັກ 2 ເຂັມທຳອິດແລ້ວພາຍໃນ 6 ເດືອນເຖິງ 1 ປີ ຫລັງຈາກນີ້ແລ້ວ ໃຫ້ສັກທຸກໆ 10 ປີ ຖ້າເຄີຍສັກຄົບຊຸດມາແລ້ວ 3 ເຂັມ ບໍ່ເກີນ 3 ປີ ກໍບໍ່ຕ້ອງສັກກະຕຸ້ນອີກ, ແຕ່ຖ້າກາຍ 3 ປີກໍຄວນສັກກະຕຸ້ນອີກ 1 ເຂັມກໍພຽງພໍແລ້ວ, ແຕ່ຫາກສັກບໍ່ຄົບ 3 ເຂັມ ກໍຕ້ອງພິຈາລະນາວ່າສັກເຂັມທຳອິດ ແລະ ເຂັມທີ 2 ເມື່ອໃດ ຫາກບໍ່ກາຍ 6 ເດືອນເຖິງ 1 ປີ ກໍສັກເຂັມທີ 3 ຕໍ່ໄດ້, ແຕ່ຫາກກາຍ 1 ປີແລ້ວ ຕ້ອງເລີ່ມສັກໃໝ່ໝົດທັງ 3 ເຂັມອີກເທື່ອໜຶ່ງ. ການສັກວັກແຊັງບາດທະຍັກໃນແມ່ຍິງຖືພາທີ່ບໍ່ເຄີຍສັກມາກ່ອນ ຄວນສັກ 2 ເຂັມຫ່າງກັນຢ່າງໜ້ອຍ 1 ເດືອນ ໂດຍເຂັມທຳອິດສັກທັນທີທີ່ມາຝາກທ້ອງ ເດືອນໃດກໍໄດ້ ແລ້ວສັກເຂັມທີ 2 ຫ່າງຈາກເຂັມທຳອິດ ປະມານ 1 ເດືອນ ໂດຍເຂັມທີ 2 ນີ້ຄວນຈະສັກກ່ອນຈະເກີດລູກຢ່າງໜ້ອຍ 1 ເດືອນ.

- 4 -  ວັກແຊັງຈຳເປັນຂອງແມ່ຍິງຖືພາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!