ຫົວໜ້າຄະນະລັດຖະປະຫານຊູດານອ້າງ ຈຳເປັນຕ້ອງຢຶດອຳນາດການປົກຄອງ ເພື່ອບໍ່ໃຫ້ເກີດສົງຄາມພາຍໃນ

ຫົວໜ້າຄະນະລັດຖະປະຫານຊູດານອ້າງ ຈຳເປັນຕ້ອງຢຶດອຳນາດການປົກຄອງ ເພື່ອບໍ່ໃຫ້ເກີດສົງຄາມພາຍໃນ - 61785621d6e49 - ຫົວໜ້າຄະນະລັດຖະປະຫານຊູດານອ້າງ ຈຳເປັນຕ້ອງຢຶດອຳນາດການປົກຄອງ ເພື່ອບໍ່ໃຫ້ເກີດສົງຄາມພາຍໃນ
ຫົວໜ້າຄະນະລັດຖະປະຫານຊູດານອ້າງ ຈຳເປັນຕ້ອງຢຶດອຳນາດການປົກຄອງ ເພື່ອບໍ່ໃຫ້ເກີດສົງຄາມພາຍໃນ - kitchen vibe - ຫົວໜ້າຄະນະລັດຖະປະຫານຊູດານອ້າງ ຈຳເປັນຕ້ອງຢຶດອຳນາດການປົກຄອງ ເພື່ອບໍ່ໃຫ້ເກີດສົງຄາມພາຍໃນ

ກອງທັບຊູດານຮັບຕ້ອງເຮັດລັດຖະປະຫານ ເພື່ອຢຸດການປະທະກັນລະຫວ່າງພົນລະເຮືອນ ແລະ ກອງທັບ ພ້ອມໂຍນຄວາມຜິດໃຫ້ນັກການເມືອງທີ່ອອກມາຍຸໃຫ້ສອງຝ່າຍປະທະກັນ.

ວັນທີ 26 ຕຸລາ 2021, ສຳນັກຂ່າວບີບີຊີ (BBC) ລາຍງານວ່າ: ພົນເອກ ອັບເດລ ຟັດຕາ ອັລ-ເບີຮານ ຖະແຫລງຂ່າວເພື່ອຊີ້ແຈງເຖິງສາເຫດທີ່ກອງທັບຕ້ອງເຮັດລັດຖະປະຫານ ໂດຍລະບຸວ່າຕ້ອງການປ້ອງກັນບໍ່ໃຫ້ສົງຄາມກາງເມືອງເກີດຂຶ້ນ.

ຫົວໜ້າຄະນະລັດຖະປະຫານຊູດານອ້າງ ຈຳເປັນຕ້ອງຢຶດອຳນາດການປົກຄອງ ເພື່ອບໍ່ໃຫ້ເກີດສົງຄາມພາຍໃນ - Visit Laos Visit SALANA BOUTIQUE HOTEL - ຫົວໜ້າຄະນະລັດຖະປະຫານຊູດານອ້າງ ຈຳເປັນຕ້ອງຢຶດອຳນາດການປົກຄອງ ເພື່ອບໍ່ໃຫ້ເກີດສົງຄາມພາຍໃນ

ນອກຈາກນີ້ ຍັງໄດ້ກ່າວວ່າ: ໄດ້ຄວບຄຸມນາຍົກລັດຖະມົນຕີ ອັບດັລລາ ແຮມດອກ ມາໄວ້ຢູ່ເຮືອນຂອງຕົນເອງ ເພື່ອຄວາມປອດໄພຂອງນາຍົກ ທີ່ຖືກຢຶດອຳນາດ ແລະ ຫລ້າສຸດໄດ້ປ່ອຍກັບເຮືອນໄປແລ້ວ.

ປະຊາຊົນໃນນະຄອນຫລວງຄາທູມ ເມືອງຫລວງຂອງຊູດານ ຍັງອອກມາປະທ້ວງ ເຮັດໃຫ້ຖະໜົນຫົນທາງ, ຂົວ ແລະ ຮ້ານຄ້າຍັງປິດຢູ່ ຍັງມີລາຍງານວ່າສັນຍານໂທລະສັບ ແລະ ອິນເຕີເນັດຂັດຂ້ອງ.

ເຫດການວຸ້ນວາຍຫລັງລັດຖະປະຫານເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນແລ້ວ ແລະ ມີລາຍງານຈາກໂຮງໝໍວ່າມີຜູ້ໄດ້ຮັບບາດເຈັບຈາກລູກປືນ.

ຜູ້ນຳຄະນະລັດຖະປະຫານຍັງອ້າງວ່າ: ຈຳເປັນຕ້ອງລົ້ມລ້າງການປົກຄອງ ພ້ອມທັງຈັບນັກການເມືອງ ແລະ ປະກາດສະຖານະການສຸກເສີນ ເນື່ອງຈາກມີກຸ່ມການເມືອງທີ່ພະຍາຍາມຍຸໃຫ້ພົນລະເຮືອນປະທະກັບກອງທັບ.

ຕາມລາຍງານຍັງລະບຸວ່າ: ນັບແຕ່ວັນທີ 25 ຕຸລາຜ່ານມາ ທະຫານຍັງພະຍາຍາມຈະຄົ້ນຫາເຮືອນແຕ່ລະຫລັງ ເພື່ອຈັບກຸມແກນນຳໃນການປະທ້ວງນຳອີກ.

ອ້າງອີງ:

https://www.bbc.com/news/world-africa-59052260

https://apnews.com/…/middle-east-africa-sudan-arrests…

ຫົວໜ້າຄະນະລັດຖະປະຫານຊູດານອ້າງ ຈຳເປັນຕ້ອງຢຶດອຳນາດການປົກຄອງ ເພື່ອບໍ່ໃຫ້ເກີດສົງຄາມພາຍໃນ - 5 - ຫົວໜ້າຄະນະລັດຖະປະຫານຊູດານອ້າງ ຈຳເປັນຕ້ອງຢຶດອຳນາດການປົກຄອງ ເພື່ອບໍ່ໃຫ້ເກີດສົງຄາມພາຍໃນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!