ອ່ານໜັງສືຕອນໃດຊ່ວຍໃຫ້ຈື່ຈຳໄດ້ດີທີ່ສຸດ


ເຄັດລັບການອ່ານໜັງສືໃຫ້ໄດ້ຜົນດີນັ້ນຕ້ອງຮູ້ຈັກເລືອກເວລາອ່ານ, ຫລ້າສຸດມີຜົນການສຶກສາໂດຍອາຈານຂອງມະຫາວິທະ ຍາໄລຮາເວີດ ປະເທດສະຫະລັດອາເມລິກາ ກ່ຽວກັບການເລືອກອ່ານໜັງສືໃຫ້ຈື່ຈຳໄດ້ດີທີ່ສຸດ.
ໂດຍວິທີການທົດລອງໃຫ້ກຸ່ມທົດລອງອາຍຸ 18 – 30 ປີ ຈຳນວນ 48 ຄົນ ທີ່ມີສຸຂະພາບແຂງແຮງ ແລະ ບໍ່ເຄີຍມີບັນຫານອນບໍ່ຫລັບ ແລ້ວແບ່ງກຸ່ມໂຕຢ່າງເປັນ 2 ກຸ່ມໃຫຍ່ ດັ່ງນີ້ :
– ກຸ່ມທີ 1 ເປັນກຸ່ມຕື່ນ Wake group ໃຫ້ທ່ອງຈື່ຄຳສັບທີ່ເປັນຄູ່ກັນ 20 ຄູ່ຕອນເຊົ້າ ເວລາ 9:00 ໂມງ ແລະ ເຮັດການທົດລອງຕອນກາງຄືນ ເວລາ 21:00 ໂມງ.
– ກຸ່ມທີ 2 ເປັນກຸ່ມຫລັບ Sleep group ໃຫ້ທ່ອງຈື່ຄຳສັບທີ່ເປັນຄູ່ກັນ 20 ຄູ່ຕອນກາງຄືນ ເວລາ 21:00 ໂມງ ແລະ ເຮັດ ການທົດລອງໃນຕອນເຊົ້າ 9:00 ໂມງ ກຸ່ມນີ້ມີເວລານອນພັກຜ່ອນກ່ອນເຮັດການທົດລອງ.
ນອກຈາກນັ້ນຍັງແບ່ງເປັນ 2 ກຸ່ມຍ່ອຍ ຄື : ກຸ່ມໜຶ່ງບໍ່ມີການລົບກວນ ແລະ ກຸ່ມທີ່ມີການລົບກວນແລ້ວໃຫ້ທ່ອງຈື່ຄຳສັບຕື່ມ ເຊິ່ງອາຈານອອກແບບການວິໄຈໃຫ້ເພີ່ມວຽກທີ່ລົບກວນຄວາມຈື່ຈຳເກົ່າ ໂດຍເພີ່ມຄຳສັບອີກ 20 ຄູ່ ແລະ ໃຫ້ຈື່ຄຳສັບຄູ່ທຳອິດຊຳ້ກັບຄຳສັບຊຸດເກົ່າເພື່ອໃຫ້ຄວາມຈື່ຈຳມັນຕີກັນ ຫລື ລົບກວນກັນເອງ.
ຜົນການສຶກສາພົບວ່າ : ກຸ່ມນອນ A, C ມີຄວາມຈື່ຈຳດີກ່ວາກຸ່ມບໍ່ໄດ້ນອນ B, D.
– ກຸ່ມນອນ + ບໍ່ຖືກລົບກວນ (C) ມີຄວາມຈື່ຈຳດີກ່ວາກຸ່ມບໍ່ນອນ + ບໍ່ຖືກລົບກວນ (D) 12%.
– ກຸ່ມນອນ + ຖືກລົບກວນ (A) ມີຄວາມຈື່ຈຳດີກ່ວາກຸ່ມບໍ່ນອນ + ຖືກລົບກວນ (B) 44%.
ອາຈານແນະນຳວ່າ : ພວກເຮົາທີ່ຍັງຕ້ອງຮຽນ, ຕ້ອງສອບເສັງ ຫລື ຕ້ອງການຖະໜອມຄວາມຈື່ຈຳ (ເຊັ່ນ : ອາຍຸຫລາຍຂຶ້ນ ແລະ ອື່ນໆ) ຄວນນອນໃຫ້ພໍ ຜົນຂອງການນອນນອກຈາກຈະຊ່ວຍເສີມຄວາມຈື່ຈຳໃຫ້ດີຂຶ້ນແລ້ວ ຍັງມີຜົນເພີ່ມຂຶ້ນຕໍ່ສະມາທິນຳອີກ ໂດຍສະເພາະເມື່ອມີເລື່ອງຫຍຸ້ງໆມາລົບກວນຄວາມຈື່ຈຳ.