ຂຸມຊັບທີ່ເຮົາເປັນເຈົ້າຂອງ ຊ່ວຍເຮົາໄດ້ແນວໃດ ?
ມຶກບໍ່ແຫ້ງ
ຕັ້ງແຕ່ໃດມາ ສປປລາວເປັນປະເທດທີ່ຂະໜານນາມວ່າ ຮັ່ງມີທາງດ້ານຊັບສິນອັນ ປະເມີນຄ່າບໍ່ໄດ້ ທີ່ມານດາແຫ່ງທຳມະຊາດໄດ້ດົນບັນດານໃຫ້ພວກເຮົາມາເຊັ່ນວ່າ: ປ່າໄມ້ ອັນດົກໜາ ເປັນແຫຼ່ງອາຫານ, ຢາປິ່ນປົວພະຍາດ, ມີເນື້ອທີ່ທຳການຜະລິດີ່ກວ້າງຂວາງ ພຽງພໍ, ມີແມ່ນໍ້າທີ່ອຸດົມສົມບູນນ້ອຍໃຫຍ່ ແຕ່ເໜືອຮອດໃຕ້, ມີບໍ່ແຮ່ທີ່ມີຄ່າຫຼາຍຊະນິດ ນັບຕັ້ງແຕ່ຄຳ, ເງິນ ແລະອື່ນໆ, ໃນສະພາບປະຊາກອນທີ່ຍັງບໍ່ຫຼາຍ ຖ້າທຽບໃສ່ເນື້ອທີ່ ແລະ ຊັບສິນທີ່ຮັ່ງມີ ແຕ່ເປັນຫຍັງໃນປັດຈຸບັນ ສປປລາວ ຍັງຖືກຈັດໃນປະເທດທີ່ທຸກຍາກ ປະເທດໜຶ່ງໃນພາກພື້ນ ແລະໃນໂລກ?
ເຖິງແມ່ນວ່າ ໃນປີ 2017ສປປລາວ ຈະຖືກຈັດເປັນປະເທດມີຄວາມສະຫງົບສຸກ ລຳດັບທີ 45 ຂອງໂລກ ແລະລຳດັບ 3 ຂອງອາຊຽນ ແຕ່ມັນອາດເປັນການສວນທາງໜ້ອຍໜຶ່ງ ຖ້າທຽບໃສ່ຄຳເວົ້າຂອງ ທ່ານ ມະຫາຕະມະ ຄານທີ ຜູ້ນຳ ທີ່ຄົນທົ່ວໂລກຍົກຍ້ອງ ຊາວອິນເດຍກ່າວໄວ້ວ່າ: ຮູບແບບຂອງຄວາມຮຸນແຮງທີ່ຊົ່ວຮ້າຍທີ່ສຸດ ແມ່ນຄວາມທຸກຍາກ . ດັ່ງນັ້ນ ຄວາມທຸກຍາກຢູ່ປະເທດເຮົາແມ່ນຍ້ອນຫຍັງ? ແນ່ນອນຄຳຕອບອາດມີຫລາກຫລາຍ ແລະແຕກຕ່າງກັນ ແຕ່ໜຶ່ງໃນນັ້ນ ແມ່ນ ການໃຊ້ຊັບພະຍາກອນທຳມະຊາດອັນລ້ຳຄ່າຂອງເຮົາຍັງບໍ່ມີຄວາມຍືນຍົງ ຫລື ຍັງບໍ່ສາມາດຂຸດຄົ້ນທ່າແຮງນັ້ນອຳນວຍປະໂຫຍດໃຫ້ປະຊາຊົນເຮົາໄດ້ ໂດຍສະເພາະຜູ່ທຸກຍາກຢູ່ເຂດຊົນນະບົດ ຍົກຕົວຢ່າງ ການບຸກເບີກເນື້ອທີ່ປ່າໄມ້ ເພື່ອປູກພືດອຸດສາຫະກຳ ບາງບ່ອນກໍຫາກດີ ແຕ່ສ່ວນຫຼາຍທີ່ເຮົາຮູ້ຈັກກັນມານັ້ນ ຍັງບໍ່ທັນມີຄວາມຍືນຍົງ ແລະປະຊາຊົນກໍຍັງບໍ່ໄດ້ປະໂຫຍດພຽງພໍແຕ່ຢ່າງໃດ, ເພາະສະນັ້ນ, ເຮົາຈະເຮັດແນວໃດເພື່ອປ່ຽນແປງ? ອາດເປັນແນວຄິດທີ່ດີ ທີ່ພວກເຮົາຄວນຫັນປ່ຽນ ຈາກການທຳລາຍປ່າ ມາເປັນການຮັກສາປ່າ, ຈາກການນຳໃຊ້ທີ່ບໍ່ຍືນຍົງ ໃຫ້ມີຄວາມຍືນຍົງ.
ມາເບິ່ງໂຄງການ ຕ່ອງໂສ້ຄຸນຄ່າຂອງ ໄມ້ປ່ອງ ຢູ່ແຂວງຫົວພັນ ທີ່ດຳເນີນການໂດຍ ປະຊາຊົນທ້ອງຖິ່ນ ທີ່ໄດ້ຮັບການສະໜັບສະໜູນຈາກ ຄູ່ຮ່ວມການພັດທະນາສາກົນ ໂດຍປະສານສົມທົບກັບພະແນກກະສິກຳ ແລະປ່າໄມ້ແຂວງ. ດັ່ງທ່ານຮູ້ວ່າ ແຂວງພັນເປັນແຂວງໜຶ່ງທີ່ມີປະຊາຊົນຍັງທຸກຍາກຫລາຍສົມຄວນ ແຕ່ເຂົາເຈົ້າມີປ່າໄມ້ປ່ອງທີ່ອຸດົມສົມບູນ ບວກກັບພູມປັນຍາທ້ອງຖິ່ນ ໂດຍສະເພາະການຜະລິດເຄື່ອງຫັດຖະກຳ ແລະການຫາໜໍ່ໄມ້ຂົມ ເຊັ່ນ ຢູ່ບ້ານນາໂພ ເມືອງວຽງໄຊ ແຂວງຫົວພັນ. ຈຸດປະສົງຂອງໂຄງການດັ່ງກ່າວແມ່ນເພື່ອຕອບສະໜອງວຽກເຮັດງານທຳໃຫ້ປະຊາຊົນ ມີລາຍຮັບທີ່ໝັນຄົງ, ຄຽງຄູ່ກັບການປົກປັກຮັກສາປ່າໄມ້ປ່ອງ ເພື່ອການນຳໃຊ້ທີ່ຍືນຍົງ ໂດຍໂຄງການໄດ້ຕັ້ງ ກົດລະບຽບໃນການຄຸ້ມຄອງປ່າ, ການຫາໜໍ່ໄມ້, ການນຳໃຊ້ໄມ້ປ່ອງຢ່າງຍືນຍົງ ເຊິ່ງກິດຈະກຳຂອງໂຄງການ ກໍຄືການສົງເສີມການຜະລິດເຄື່ອງຫັດຖະກຳໄມ້ປ່ອງເປັນສິນຄ້າ, ການຮັກສາປ່າເພື່ອຫາໜໍ່ຂາຍເປັນສິນຄ້າ ໃນນັ້ນລະດູການຫາໜໍ່ກໍແມ່ນມີການກຳນົດຊ່ວງເວລາອັນສະເພາະຄັກແນ່. ສິ່ງສຳຄັນ ໂຄງການຍັງຊ່ວຍ ໃຫ້ປະຊາຊົນເຂົ້າເຖິງຕະຫລາດ, ຮັບປະກັນຄວາມຍຸຕິທຳ ລະຫວ່າງພໍ່ຄ້າ ແລະ ຊາວບ້ານ.
ຜົນການຈັດຕັ້ງປະຕິບັດໂຄງການ ເຫັນວ່າປະຊາຊົນມີຄວາມພູມໃຈຫລາຍ ທີ່ເຂົາເຈົ້າສາມາດສ້າງລາຍຮັບ ຈາກການຮັກສາປ່າໄມ້ປ່ອງ ແທນທີ່ຈະຈູດມັນ, ເຂົາເຈົ້າມີເງິນທ້ອນ, ສາມາດສົ່ງເສີມລູກເຂົ້າໂຮງຮຽນ, ມີເງິນເພື່ອຊື້ອາຫານ, ເປັນການສົ່ງເສີມການມີສ່ວນຮ່ວມທັງຜູ້ຊາຍ ແລະແມ່ຍິງ, ສາມາດສ້າງໄດ້ຜູ້ນຳທ້ອງຖິ່ນ ທີ່ສາມາດຊ່ວຍຊູຊຸມຊົນຂອງຕົນໃຫ້ເຂັ້ມແຂງ ຄວາມທຸກຍາກກໍຫລຸດລົງ, ສິນຄ້າທີ່ໄດ້ມາຈາກພູມປັນຍາຊາວບ້ານ ແລະຊັບພະຍາກອນທີ່ເຂົາເຈົ້າມີຄື ໄມ້ປ່ອງ ໄດ້ອອກສູ່ການຊົມໃຊ້ຂອງສັງຄົມໃນວົງກວ້າງ, ທັງສ້າງໄດ້ລາຍຮັບທີ່ດີ ທັງຮັກສາໄດ້ຄວາມຍືນຍົງຂອງສິ່ງແວດລ້ອມ ແລະທ່ານທີ່ມີຄວາມສົນໃຈຕໍ່ໂຄງການດັ່ງກ່າວສາມາດເຂົ້າໄປເບິ່ງເພີ່ມເຕີມໄດ້ທີ: https://www.youtube.com/watch?v=BfuwflMJYHU
ໂຄງການດັ່ງກ່າວມັນກາຍເປັນຕົວຢ່າງທີ່ດີ ໃນແນວທາງ ຂອງການຈັດຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກ 3 ສ້າງ ຂອງພັກເຮົາ ໂດຍມີການປະສານສົມທົບ ລະຫວ່າງ ປະຊາຊົນທ້ອງຖິ່ນ, ພາກລັດ ແລະຄູ່ຮ່ວມການພັດທະນາ ອີງໃສ່ເງື່ອນໄຂສະເພາະຂອງທ້ອງຖິ່ນ, ນຳໃຊ້ທ່າແຮງທາງດ້ານຊັບພະຍາກອນທຳມະຊາດທີ່ສາມາດເພີ່ມຄຸນຄ່າ ບວກກັບພູມປັນຍາອັນມີຄ່າຂອງທ້ອງຖິ່ນ ເຊິ່ງສາມາດຢ້ອນກັບໄປຕອບຄຳຖາມໄດ້ວ່າ ພວກເຮົາສາມາດທີ່ເອົາຂຸມຊັບທີ່ເຮົາມີນີ້ຊ່ວຍເຮົາໄດ້ ຖ້າຮູ້ນຳໃຊ້ມັນ ຢ່າງຍືນຍົງ, ນັ້ນເປັນເຫດຜົນທີ່ລັດຖະບານເຮົາກຳລັງໃຫ້ຄວາມສຳຄັນກັບຄຳວ່າ “ການເຕີບໂຕ ສີຂຽວ” ນັ້ນເອງ.