ອັງກິດເຝົ້າຕິດຕາມເຊື້ອເດວຕາກາຍພັນ ສາຍພັນ AY.4.2 ຫລັງພົບຜູ້ຕິດເຊື້ອແລ້ວປະມານ 6%


ວັນທີ 20 ຕຸລາ 2021, ທາງການອັງກິດເຝົ້າຕິດຕາມເຊື້ອໄວຣັສໂຄໂຣນາສາຍພັນ AY.4.2 ເຊິ່ງເປັນການກາຍພັນຈາກເຊື້ອສາຍພັນເດວຕາ (B.1.617.2) ທີ່ກວດພົບຄັ້ງທຳອິດໃນອິນເດຍ ເຊິ່ງປັດຈຸບັນເຊື້ອເດວຕາຖືເປັນສາຍພັນຫລັກທີ່ແຜ່ລະບາດຢ່າງໜັກໃນຫລາຍປະເທດທົ່ວໂລກ ລວມທັງອັງກິດ ໂດຍມີປະມານ 6% ທີ່ບົ່ງຊີ້ວ່າມີລັກສະນະທາງພັນທຸກຳໃໝ່ທີ່ຕ່າງອອກໄປຈາກເຊື້ອເດວຕາດັ້ງເດີມ.
ເບື້ອງຕົ້ນຍັງບໍ່ມີລາຍງານຢືນຢັນວ່າເຊື້ອສາຍພັນ AY.4.2 ຫລື ເດວຕາພລັສ ນີ້ຈະສາມາດຕິດຕໍ່ ຫລື ແຜ່ກະຈາຍເຊື້ອໄດ້ດີກວ່າເຊື້ອເດວຕາເດີມ ຫລື ບໍ່ແນວໃດ. ອີກທັງເຊື້ອກາຍພັນໃໝ່ນີ້ຍັງຢູ່ໃນອັດຕາການແຜ່ກະຈາຍເຊື້ອທີ່ຕໍ່າ ແລະ ຍັງບໍ່ໄດ້ຮັບການຈັດໃຫ້ຢູ່ໃນກຸ່ມກາຍພັນທີ່ໜ້າກັງວົນ (Variants of Concern: VOC) ຫລື ກຸ່ມກາຍພັນທີ່ໜ້າສົນໃຈ (Variants of Interest: VOI). ແຕ່ຢ່າງໃດກໍຕາມ, ທາງການຍັງຈຳເປັນຕ້ອງໃຊ້ເວລາສຶກສາ ແລະ ສ້າງຄວາມເຂົ້າໃຈອີກໄລຍະໜຶ່ງ.
ໂດຍເຊື້ອເດວຕາສາຍພັນດັ້ງເດີມນັ້ນ ອັງກິດຈັດໃຫ້ຢູ່ໃນກຸ່ມ VOC ນັບແຕ່ເດືອນພຶດສະພາ 2021 ຜ່ານມາ ຫລັງຈາກຍາດຊີງພື້ນທີ່ຈາກເຊື້ອອັລຟາ (B.1.1.7) ກາຍເປັນເຊື້ອສາຍພັນຫລັກໄດ້ໃນທີ່ສຸດ ກ່ອນຈະມີການລະບຸວ່າ: ເຊື້ອເດວຕາກາຍພັນຊະນິດໃໝ່ຄືສາຍພັນ AY.4.2 ໃນເດືອນກໍລະກົດຜ່ານມາ.
ການກາຍພັນຂອງເຊື້ອເກີດຂຶ້ນຕະຫລອດເວລາ ສ່ວນຫລາຍເປັນໄປໃນທິດທາງທີ່ເຮັດໃຫ້ເຊື້ອມີປະສິດທິພາບໃນການຕ້ານທານວັກຊີນ ຫລື ສ້າງຊ່ອງຫວ່າງໃຫ້ວັກຊີນຕ້ານໂຄວິດ ເຊິ່ງປັດຈຸບັນພົບຜູ້ຕິດເຊື້ອສາຍພັນ AY.4.2 ແລ້ວໃນຫລາຍປະເທດເຊັ່ນ: ອາເມລິກາ, ເດນມາກ ໂດຍປະເທດຈຳນວນບໍ່ໜ້ອຍຈຶ່ງເລັ່ງສັກວັກຊີນເຂັມກະຕຸ້ນ (Booster Shot) ໃຫ້ກຸ່ມສ່ຽງທີ່ອາດຈະຕິດເຊື້ອຮຸນແຮງໄດ້ ແລະ ພະຍາຍາມຄວບຄຸມສະຖານະການການແຜ່ລະບາດຢ່າງຕໍ່ເນື່ອງ.
ອ້າງອີງ: