ນະຄອນຫລວງວຽງຈັນເປັນອັນດັບໜຶ່ງຂອງຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ມີຜູ້ເສຍຊີວິດແລ້ວ 1 ຄົນ

- 19148961 331079450655852 8422249373986171533 n - ນະຄອນຫລວງວຽງຈັນເປັນອັນດັບໜຶ່ງຂອງຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ມີຜູ້ເສຍຊີວິດແລ້ວ 1 ຄົນ
- kitchen vibe - ນະຄອນຫລວງວຽງຈັນເປັນອັນດັບໜຶ່ງຂອງຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ມີຜູ້ເສຍຊີວິດແລ້ວ 1 ຄົນ

ພະແນກສາທາລະນະສຸກນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນຢູ່ນະຄອນຫລວງວຽງຈັນເປັນອັນດັບ 1 ຂອງການແຜ່ລະບາດພະຍາດໄຂ້ເລືອດອອກຄື: ມີຜູ້ຕິດເຊື້ອຫລາຍກວ່າ 1 ພັນຄົນ ແລະ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 1 ຄົນຢູ່ເມືອງໄຊທານີ, ຊຶ່ງປັດຈຸບັນເຂດທີ່ມີການລະບາດຫລາຍກວ່າໝູ່ຄື: ເມືອງໄຊເສດຖາ ແລະ ເມືອງໄຊທານີ ທຽບໃສ່ປີຜ່ານມາມີຜູ້ຕິດເຊື້ອເພີ່ມຂຶ້ນ, ປັດຈຸບັນນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 08/ນຍ ລົງວັນທີ 19 ພຶດສະພາວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ.

ໄຂ້ຍຸງລາຍແມ່ນໜຶ່ງໃນບັນດາພະຍາດຕິດຕໍ່ບູລິມະສິດທີ່ກະຊວງສາທາລະນະສຸກເອົາໃຈໃສ່ເປັນພິເສດ, ເຊິ່ງເກີດຂຶ້ນຍ້ອນຍຸງລາຍທີ່ມີເຊື້ອພະຍາດດັ່ງກ່າວ, ຊຶ່ງຕາມສະຖິຕິການລົງສຳຫລວດຂອງພາກສ່ວນກ່ຽວຂ້ອງໃນຕົ້ນເດືອນພຶດສະພາເປັນຕົ້ນມາທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍກ່ວາ 2.500 ຄົນ, ເສຍຊີວິດ 5 ຄົນ, ໃນນີ້ຢູ່ນະຄອນຫລວງວຽງຈັນມີຜູ້ເສຍຊີວິດ 1 ຄົນ, ແຂວງຈຳປາສັກ 3 ຄົນ ແລະ ແຂວງຄຳມ່ວນ 1 ຄົນ. ດັ່ງນັ້ນ ພະແນກສາທາລະນະສຸກນະຄອນຫລວງວຽງຈັນໄດ້ມີການຕິດຕາມ ແລະ ປຸກລະດົມການມີສ່ວນຮ່ວມຂອງທຸກພາກສ່ວນ, ທຸກຊັ້ນຄົນເພີ່ມຄວາມເອົາໃຈໃສ່ກຳຈັດແຫລ່ງເພາະພັນຂອງຍຸງລາຍ, ເລັ່ງລົງສີດຢາໃນພື້ນທີ່ລະບາດຄື: ເມືອງໄຊເສດຖາ ແລະ ໄຊທານີ ເພື່ອສະກັດກັ້ນເຊື້ອພະຍາດບໍ່ໃຫ້ແຜ່ລະບາດຮ້າຍແຮງໄປສູ່ບ່ອນອື່ນ.

- Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນເປັນອັນດັບໜຶ່ງຂອງຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ມີຜູ້ເສຍຊີວິດແລ້ວ 1 ຄົນ
- 3 - ນະຄອນຫລວງວຽງຈັນເປັນອັນດັບໜຶ່ງຂອງຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ມີຜູ້ເສຍຊີວິດແລ້ວ 1 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!