9 ເດືອນດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງແຂວງໄຊຍະບູລີ ເກັບລາຍຮັບໄດ້ 263 ຕື້ກີບ


ອີງຕາມການສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາ 9 ເດືອນປີ 2021 ຂອງດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນ 9 ເດືອນປີ 2021 ສາມາດເກັບລາຍຮັບໄດ້ທັງໝົດ 263,17 ຕື້ກວ່າກີບ, ຖ້າທຽບໃສ່ແຜນການປີປະຕິບັດໄດ້ 70,18% ຂອງແຜນ ການປີ.
ໃນນີ້,ລາຍຮັບພາກສ່ວນພາສີປະຕິບັດໄດ້ 101 ຕື້ກີບ, ຊຶ່ງລວມມີຄ່າຊັກພິເສດ 179 ລ້ານກວ່າກີບ, ພາສີຂາເຂົ້າ 36,2 ລ້ານກວ່າກີບ, ຄ່າທໍານຽມຕ່າງໆ 1,59 ຕື້ກວ່າກີບ, ຄ່າທໍານຽມຄັງແຮ 61,8 ລ້ານກວ່າກີບ, ຄ່າປັບໃໝ 4.9 ລ້ານກວ່າກີບ, ຫຼຸດຜ່ອນຕາມນະໂຍບາຍການລົງທຶນ 1 ຕື້ກວ່າກີບ ແລະ ສິນຄ້າຜ່ານດ່ານ (ນໍາເຂົ້າເພື່ອສົ່ງອອກ) 72 ລ້ານກວ່າກີບ; ລາຍຮັບພາກສ່ວນອາກອນ 162 ຕື້ກວ່າກີບ, ລວມມີອາກອນການຊົມໃຊ້ 102 ຕື້ກວ່າກີບ, ອາກອນມູນຄ່າເພີ່ມ 59,9 ຕື້ກວ່າກີບ ແລະ ອາກອນກໍາໄລ 3,9 ຕື້ກວ່າກີບ.
ເພື່ອເຮັດໃຫ້ການເກັບລາຍຮັບໝົດປີ 2021 ບັນລຸຕາມແຜນການທີ່ວາງ, ຄະນະດ່ານພາສີສາກົນຂົວມິດ ຕະພາບນໍ້າເຫືອງ, ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການໃນການຊີ້ນໍາ-ນໍາພາປະຕິບັດໜ້າວຽກຮອບດ້ານດ້ວຍຄວາມຮັບຜິດຊອບສູງເອົາໃຈໃສ່ກວດກາສິນຄ້າ, ພາຫະນະ, ຜູ້ໂດຍສານເຂົ້າ-ອອກດ່ານຢ່າງເຂັ້ມງວດ,ສືບຕໍ່ໂຄສະນາເຜີຍແຜ່ລະບຽບກົດໝາຍ, ນິຕິກໍາຕ່າງໆໃຫ້ກັບຜູ້ປະກອບການ ແລະ ສັງຄົມໃຫ້ເລິກເຊິ່ງກວ່າເກົ່າ.