ປກສ ເມືອງນາໝໍ້ຈັບໄວລຸ້ນແກວ່ງກ້ອນຫີນໃສ່ລົດໃຫຍ່

- 20292388 1774878155863687 2123075861 n - ປກສ ເມືອງນາໝໍ້ຈັບໄວລຸ້ນແກວ່ງກ້ອນຫີນໃສ່ລົດໃຫຍ່
- kitchen vibe - ປກສ ເມືອງນາໝໍ້ຈັບໄວລຸ້ນແກວ່ງກ້ອນຫີນໃສ່ລົດໃຫຍ່

   ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງນາໝໍ້ແຂວງອຸດົມໄຊ, ໄດ້ຈັບຕົວທ້າວ ບຸນ​ຢືນ ອາຍຸ 19 ປີ, ທ້າວ ສົມ ອາຍຸ 18 ປີ, ທ້າວ ບຸນ​ມີ (​ໂງກ) ອາຍຸ 19 ປີ, ທ້າວ ບຸນ​ມີ ອາຍຸ 18 ປີ ​ແລະ ທ້າວ ຄຳ ອາຍຸ 18 ປີ​ທັງໝົດ ຢູ່​ບ້ານ​ນາ​ໝໍ້​ເໜືອ​ເມືອງ​ນາ​ໝໍ້​ແຂວງ​ອຸດົມ​ໄຊ ມາດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງຮ່ວມກັນກໍເຫດແກວ່ງກ້ອນຫີນໃສ່ລົດໃຫຍ່ທີ່ແລ່ນຜ່ານໃນເສັ້ນທາງລະຫວ່າງເມືອງນາໝໍ້ຫາດ່ານພູຫລັກຄໍາຊາຍແດນຈີນ, ຊຶ່ງມີລົດໃຫຍ່ 3 ຄັນໄດ້ຮັບຜົນເສຍຫາຍ (ແວ່ນລົດແຕກ) ແລະ ມີຜູ້ບາດເຈັບໜຶ່ງຄົນ.

+ສຶກສາອົບຮົມໄວລຸ້ນກວນເມືອງ

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງ​ໄດ້​ຮັບ​ແຈ້ງ​​ຈາກ​ຜູ້​ເສຍ​ຫາຍວ່າມີຄົນບໍ່ດີຈໍານວນໜຶ່ງ​ໄດ້​ແກ່ວ​ງກ້ອນ​ຫີນ​ໃສ່​ແວ່ນດ້ານ​ໜ້າ​ລົດ​ໃຫຍ່​ ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ, ກໍໄດ້ຮີບຮ້ອນຈັດ​ກຳລັງ​ລົງ​ກວດກາສະຖານທີ່, ພ້ອມ​ຂຶ້ນ​ເປົ້າໝາຍ​ຕິດຕາມກຸ່ມຄົນບໍ່ດີດັ່ງກ່າວ ແລະ ຕໍ່ມາບໍ່ດົນ​ກໍ​ສາມາດ​ຈັບ​ຕົວ​ຜູ້​ກໍ່​ເຫດຄືດັ່ງກ່າວມາດໍາເນີນຄະດີຕາມລະບຽບກົດໝາຍໄດ້ ແລະ ຜ່ານ​ການສືບສວນ-​ສອບ​ສວນຂອງເຈົ້າໜ້າທີ່​ພວກເຂົາ​ຮັບ​ສາລະພາບ​ວ່າ: ​ໄດ້ຮ່ວມ​ກັນ​ລົງມືແກ່ວ​ງກ້ອນ​ຫີນ​ໃສ່ລົດໃຫຍ່ແທ້ ​ເນື່ອງ​ຈາກເກີດຄວາມລໍາຄານ ​ທີ່ລົດໃຫຍ່ແລ່ນຜ່ານໃນຍາມຄໍ່າຄືນໄດ້ເປີດ​ຕາໄຟ​ສູງໃສ່​ເຮັດ​ໃຫ້​ເຫລື້ອຕາຈຶ່ງພາກັນຈັບກ້ອນຫີນແກວ່ງໃສ່ລົດດັ່ງກ່າວແລ້ວພາກັນເອົາຕົວຫລົບໜີ ແລະ ມື້ຕໍ່ມາກໍຖືກຈັບຕົວມາດໍາເນິນຄະດີ ແລະ ໃນມື້ກໍ່​ເຫດພວກຕົນກໍຢູ່ໃນອາການມືນເມົາສົມຄວນຍ້ອນພາກັນອອກມາຈາກຮ້ານອາຫານແຫ່ງໜຶ່ງຢູ່ໃກ້ຄຽງຈຸດກໍ່ເຫດ.

- 3 - ປກສ ເມືອງນາໝໍ້ຈັບໄວລຸ້ນແກວ່ງກ້ອນຫີນໃສ່ລົດໃຫຍ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!