ເກີດເຫດໄຟໄໝ້ສາງຕົ້ມນຳມັນດຳ ເສຍຊີວິດ 3 ຄົນ

ເກີດເຫດໄຟໄໝ້ສາງຕົ້ມນຳມັນດຳ ເສຍຊີວິດ 3 ຄົນ - WhatsApp Image 2021 10 15 at 9 - ເກີດເຫດໄຟໄໝ້ສາງຕົ້ມນຳມັນດຳ ເສຍຊີວິດ 3 ຄົນ
ເກີດເຫດໄຟໄໝ້ສາງຕົ້ມນຳມັນດຳ ເສຍຊີວິດ 3 ຄົນ - kitchen vibe - ເກີດເຫດໄຟໄໝ້ສາງຕົ້ມນຳມັນດຳ ເສຍຊີວິດ 3 ຄົນ

ໃນວັນທີ 14/10/2021 ເວລາ 20:30 ນາທີ ໄດ້ເກີດໄຟໄໝ້ສາງຕົ້ມນ້ຳມັນດຳ ຕັ້ງຢູ່ບ້ານບໍ່ເຫລັກ ຫລັກ36 ເມືອງໄຊທານີ ນະຄອນຫລວງວຽງຈັນ ມີລາຍງານເບື່ອງຕົ້ນຈາກ ໜ່ວຍກູ້ໄພນະຄອນຫຼວງ1624 ວ່າ: ພົບຜູ້ເສຍຊີວິດ 3 ຄົນ, ເພດຊາຍ 2 ຄົນ ແລະ ຍິງ 1 ຄົນ. ຜູ້ເສຍຊີວິດຜູ້ທີ1 ເປັນຄົນສັນຊາດລາວ ເພດຊາຍ ອາຍຸ 39 ປີ ສົບແມ່ນສົ່ງມອບໃຫ້ຍາດພີ່ນ້ອງທຳພິທີທາງສາດສະໜາ, ຜູ້ເສຍຊີວິດຜູ້ທີ2 ສັນຊາດຫວຽດນາມ ເພດຊາຍ ອາຍຸ 59 ປີ ສົບແມ່ນນຳໄປໄວ້ມູນນິທິຈີນ ແລະ ຜູ້ເສຍຊີວິດຜູ້ທີ3 ເປັນຄົນສັນຊາດລາວ ເພດຍິງ ອາຍຸ 58 ປີ ສົບແມ່ນນຳໄປຟາກໄວ້ມູນນິທິຈີນ.

 

ສ່ວນສາເຫດຂອງການເກີດເຫດໄຟໄໝ້ໃນຄົ້ງນີ້ແມ່ນທາງເຈົ້າຫນ້າທີ່ພວມເລັ່ງສືບສວນ-ສອບສວນ.

ເກີດເຫດໄຟໄໝ້ສາງຕົ້ມນຳມັນດຳ ເສຍຊີວິດ 3 ຄົນ - 5 - ເກີດເຫດໄຟໄໝ້ສາງຕົ້ມນຳມັນດຳ ເສຍຊີວິດ 3 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!