ສະພາຄອງເກຣສເຫັນດີເພີ່ມເພດານໜີ້ຂອງສະຫະລັດ

ສະພາຄອງເກຣສເຫັນດີເພີ່ມເພດານໜີ້ຂອງສະຫະລັດ - 245073971 587880115994026 1505562656259699422 n - ສະພາຄອງເກຣສເຫັນດີເພີ່ມເພດານໜີ້ຂອງສະຫະລັດ
ສະພາຄອງເກຣສເຫັນດີເພີ່ມເພດານໜີ້ຂອງສະຫະລັດ - kitchen vibe - ສະພາຄອງເກຣສເຫັນດີເພີ່ມເພດານໜີ້ຂອງສະຫະລັດ
ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 13 ຕຸລາ 2021 ຜ່ານມາ, ສະພາຄອງເກຣສ ຂອງສະຫະລັດໄດ້ຮັບຮອງເອົາຮ່າງກົດໝາຍເພີ່ມເພດານໜີ້ຂອງລັດຖະບານເປັນການຊົ່ວຄາວດ້ວຍຄະແນນ 219 ຕໍ່ 206 ຄະແນນຊຶ່ງຈະເຮັດໃຫ້ສະຫະລັດບໍ່ຜິດນັດຊໍາລະໜີ້ໃນເດືອນນີ້.
ສະພາຄອງເກຣສໄດ້ມີມະຕິເພີ່ມເພດານໜີ້ຂຶ້ນ 480 ຕື້ໂດລາ, ເຮັດໃຫ້ສະຫະລັດສາມາດມີໜີ້ເພີ່ມຂຶ້ນສູ່ລະດັບ 28,9 ພັນຕື້ໂດລາຈົນເຖິງວັນທີ 3 ທັນວາ 2021 ທີ່ຈະມາເຖິງນີ້,  ປັດຈຸບັນຢູ່ລະດັບ 28,4 ພັນຕື້ໂດລາ, ໂດຍຮ່າງກົດໝາຍດັ່ງກ່າວໄດ້ສົ່ງໄປຍັງປະທານາທິບໍດີ ໂຈ ໄບເດີ້ນ ເພື່ອລົງນາມປະກາດໃຊ້ຢ່າງເປັນທາງການກ່ອນວັນທີ 18 ຕຸລາ 2021.
ກ່ອນໜ້ານີ້ທ່ານ ນາງ ເຈເນັດ ເຢລເລັນ ລັດຖະມົນຕີກະຊວງການເງິນສະຫະລັດໄດ້ອອກມາເຕືອນວ່າ ຫາກສະພາຄອງເກຣສບໍ່ເພີ່ມເພດານໜີ້ ອາດສົ່ງຜົນກະທົບຕໍ່ເສດຖະກິດ ແລະ ເຮັດໃຫ້ສະຫະ ລັດຜິດນັດຊໍາລະໜີ້ເປັນຄັ້ງປະຫວັດສາດ ຊຶ່ງຈະຜົນສົ່ງຜົນໃຫ້ບາງປະເທດອາດຫຼຸດການຖືຄອງພັນນະບັດຂອງລັດຖະບານສະຫະລັດ ແລະ ເຮັດໃຫ້ຄວາມຕ້ອງການຖືຄອງສະກຸນເງິນໂດລາຫຼຸດລົງອີກ.
ພ້ອມດຽວກັນນີ້, ເພດານໜີ້ຄືຈຳນວນເງິນທັງໝົດທີ່ລັດຖະບານສະຫະລັດສາມາດກູ້ຢືມເພື່ອເຮັດໃຫ້ລັດຖະບານສາມາດຊໍາລະໜີ້ໄດ້ຕາມກົດໝາຍ, ລວມທັງການໃຊ້ຈ່າຍອື່ນໆຂອງລັດຖະບານ.
ສະພາຄອງເກຣສເຫັນດີເພີ່ມເພດານໜີ້ຂອງສະຫະລັດ - 4 - ສະພາຄອງເກຣສເຫັນດີເພີ່ມເພດານໜີ້ຂອງສະຫະລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!