ແຂວງບໍ່ແກ້ວ ຍັງພົບເຫັນການລະເມີດມາດຕະການ ຫ້າມຕັ້ງວົງກິນດື່ມຊຸມແຊວ

ແຂວງບໍ່ແກ້ວ ຍັງພົບເຫັນການລະເມີດມາດຕະການ ຫ້າມຕັ້ງວົງກິນດື່ມຊຸມແຊວ - 244967942 1300598240394114 6176310780076791729 n - ແຂວງບໍ່ແກ້ວ ຍັງພົບເຫັນການລະເມີດມາດຕະການ ຫ້າມຕັ້ງວົງກິນດື່ມຊຸມແຊວ
ແຂວງບໍ່ແກ້ວ ຍັງພົບເຫັນການລະເມີດມາດຕະການ ຫ້າມຕັ້ງວົງກິນດື່ມຊຸມແຊວ - kitchen vibe - ແຂວງບໍ່ແກ້ວ ຍັງພົບເຫັນການລະເມີດມາດຕະການ ຫ້າມຕັ້ງວົງກິນດື່ມຊຸມແຊວ

ອີງຕາມຂ່າວໜັງສືພິມແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 12 ຕຸລາ 2021 ຜ່ານມານີ້ ໜ່ວຍສະເພາະກິດພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ສົມທົບກັບ ປກຊ-ປກສ ແຂວງໄດ້ລົງກວດກາບັນດາຮ້ານກິນດື່ມ, ຄາລາໂອເກະ ຢູ່ຕາມຈຸດຕ່າງໆຂອງຫ້ວຍຊາຍ ນໍາໂດຍທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທ ແຂວງ, ມີເຈົ້າໜ້າທີ່ ປກຊ-ປກສ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ.

ຜ່ານການລົງກວດກາຍັງພົບເຫັນກຸ່ມຄົນຈໍານວນໜຶ່ງຍັງມີການຊຸມແຊວຢູ່ຕາມຮ້ານນ້ອຍ ແລະ ບໍ່ມີການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຕາມແຈ້ງການຂອງຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຂອງແຂວງບໍ່ແກ້ວໄດ້ວາງອອກ, ຮ້ານທີ່ພົບເຫັນມີການຊຸມແຊວ.

ຄະນະສະເພາະກິດແມ່ນໄດ້ກ່າວເຕືອນ ແລະ ສ້າງບົດບັນທຶກໄວ້ ຖ້າຫາກມີການຊຸມແຊວພົບເຫັນ ແລະ ບໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຂອງແຂວງ ແລ້ວຈະປະຕິບັດຕາມລະບຽບກົດໝາຍຢ່າງເດັດຂາດ, ທັງນີ້ ກໍ່ເພື່ອເຮັດໃຫ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວຫລຸດນ້ອຍຖອຍລົງ ແລະ ປ້ອງກັນການແຜ່ເຊື້ອພະຍາດໄປເປັນວົງກວ້າງ.

ແຂວງບໍ່ແກ້ວ ຍັງພົບເຫັນການລະເມີດມາດຕະການ ຫ້າມຕັ້ງວົງກິນດື່ມຊຸມແຊວ - 4 - ແຂວງບໍ່ແກ້ວ ຍັງພົບເຫັນການລະເມີດມາດຕະການ ຫ້າມຕັ້ງວົງກິນດື່ມຊຸມແຊວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!