ພຶດຕິກຳສ່ຽງເຮັດໃຫ້ປ່ວຍເປັນພະຍາດກະເພາະອາຫານ


ສິ່ງທີ່ດີທີ່ສຸດຂອງການບໍ່ເຈັບປ່ວຍ ແມ່ນການເບິ່ງແຍງດູແລຕົນເອງ, ປ້ອງກັນພະຍາດກະເພາະອາຫານ ເຊິ່ງພຶດຕິກຳທີ່ກໍ່ໃຫ້ ເກີດພະຍາດທີ່ຕ້ອງຫລີກເວັ້ນ ມີຄື :
- ກິນອາຫານເຜັດໆເຄັມໆຫລາຍເກີນໄປ.
- ກິນອາຫານບໍ່ກົງເວລາ.
- ເຄັ່ງຄຽດ ວິຕົກກັງວົນ.
- ຕິດເຊື້ອໃນກະເພາະອາຫານ.
- ໃຊ້ຢາທີ່ມີຜົນຕໍ່ເນື້ອເຍື່ອທາງເດີນອາຫານ.
- ສູບຢາ.
- ການດື່ມເຫລົ້າ.
+ ອາການຂອງພະຍາດກະເພາະອາຫານແບ່ງອອກເປັນ 4 ໄລຍະ ຄື :
- ຍື່ງທ້ອງ, ແຕ່ບໍ່ເອື້ອມ, ບໍ່ຕົດ.
- ຍື່ງທ້ອງຂຶ້ນເອິກ, ແຕ່ບໍ່ເອື້ອມ.
- ຍື່ງທ້ອງ, ເອື້ອມ ຂຶ້ນໄປເຖິງຄໍ.
- ຍື່ງທ້ອງ, ເອື້ອມ, ເໝັນສົ້ມ, ເໝັນບູດອອກທາງປາກ.
+ ຕາມຕຳລາແພດແຜນບູຮານ ອາການຍື່ງທ້ອງອາດເກີດຂຶ້ນໄດ້ຈາກທາດໄຟຍ່ອຍຫລາຍເກີນໄປ ເຮັດໃຫ້ເກີດລົມຕີຂຶ້ນ ຫລື ໜ້ອຍເກີນໄປເຮັດໃຫ້ເຜົາຜານ, ເກີດເປັນບາດແຜໃນລະບົບທາງເດີນອາຫານ ຕັ້ງແຕ່ກະເພາະອາຫານຂຶ້ນໄປເຖິງຫູຮູດໄລ່ຂຶ້ນໄປ ເຖິງຫລອດອາຫານ ໂດຍໃນທາງການແພດນັ້ນ ການມີກົດຫລາຍເກີນໄປ ເປັນບາດແຜໃນກະເພາະອາຫານ, ມີເລືອດອອກ ແມ່ນ ອາການຮຸນແຮງຂອງທາດໄຟ ແນວໃດກໍຕາມ ກະເພາະອາຫານເປັນອະໄວຍະວະທີ່ໄວຕໍ່ຄວາມຮູ້ສຶກຫລາຍທີ່ສຸດ ພະຍາດກະ ເພາະອາຫານຈຶ່ງອາດເປັນຜົນພວງຂອງຄວາມຜິດປົກກະຕິຂອງທາດລົມໄດ້ເຊັ່ນກັນ. ດັ່ງນັ້ນ, ຄົນທີ່ມີຄວາມເຄັ່ງຄຽດ, ຄິດ ຫລາຍ, ວິຕົກກັງວົນ ເຊັ່ນ : ນັກທຸລະກິດທີ່ຕ້ອງແຂ່ງຂັນສູງ, ນັກສຶກສາທີ່ເຄັ່ງຄຽດກັບການຮຽນ-ການສອບເສັງ ມັກຈະປ່ວຍ ເປັນພະຍາດກະເພາະອາຫານ ເນື່ອງຈາກຄວາມເຄັ່ງຄຽດຈະເຮັດໃຫ້ຜິວໜັງກະເພາະອາຫານບາງລົງ, ເລືອດໄປລ້ຽງກະເພາະ ອາຫານໜ້ອຍລົງ, ການຫລັ່ງກົດບໍ່ສະໝ່ຳສະເໝີ ບາງເທື່ອຫລາຍເກີນໄປກໍຍ່ອຍຜິວໜັງກະເພາະອາຫານ ຫລື ບາງເທື່ອໜ້ອຍ ເກີນໄປກໍຈະບໍ່ຍ່ອຍ ເກີດການໝັກໝົມ, ເກີດແກ໊ສ ນຳໄປສູ່ການເກີດບາດແຜໃນກະເພາະອາຫານໄດ້.
+ ການປິ່ນປົວພະຍາດກະເພາະອາຫານຕາມແພດແຜນບູຮານນັ້ນຈະເນັ້ນໃສ່ການປັບຄວາມດຸ່ນດ່ຽງຂອງທາດເປັນສຳຄັນ ໂດຍ ໃຊ້ທັງອາຫານ, ຢາສະໝຸນໄພ, ການອອກກຳລັງກາຍ, ການຝຶກຈິດ. ພະຍາດກະເພາະອາຫານເປັນພະຍາດໜຶ່ງທີ່ຕ້ອງປິ່ນປົວ ແບບອົງລວມ ເລີ່ມຈາກການປັບການເຮັດວຽກຂອງທາດລົມໂດຍການຝຶກຈິດ, ການຫາຍໃຈເພື່ອຫລຸດຄວາມເຄັ່ງຄຽດ, ການ ປັບທາດໄຟ ຕ້ອງງົດອາຫານທີ່ຈະໄປເພີ່ມທາດໄຟ ເຊັ່ນ : ອາຫານໝັກດອງ, ອາຫານເຜັດໆເຄັມໆ, ອາຫານມັນ, ອາຫານຈືນ, ອາຫານຫວານຫລາຍ, ເຫລົ້າ, ຢາສູບ ເປັນຕົ້ນ ແລ້ວໃຊ້ການປິ່ນປົວດ້ວຍພືດສະໝຸນໄພທີ່ມີຄຸນສົມບັດເຢັນ, ລົດຊາດຂົມ, ມີຄຸນ ສົມບັດລໍ່ລື້ນ ເຊັ່ນ : ໝາກສົ້ມພໍດີ, ກະບອງເພັດ, ຜັກໜອກ, ວຸ້ນຈາກຫວ້ານຫາງແຂ້ ແລະ ສະໝຸນໄພທີ່ມີລົດຊາດຝາດ ຊ່ວຍປິ່ນ ປົວບາດແຜ ເຊັ່ນ : ຂີ້ໝິ້ນຂຶ້ນ, ໝາກກ້ວຍນ້ຳດິບ ແລະ ສະໝຸນໄພຊ່ວຍຍ່ອຍ ເຊັ່ນ : ຂ່າ, ຂີງ, ໝາກນັດ ເປັນຕົ້ນ.