ສິງກະໂປ ກຽມຫ້າມຄົນບໍ່ສັກວັກຊິນເຂົ້າສູນການຄ້າ-ນັ່ງກິນຢູ່ຮ້ານອາຫານ
October 10, 2021 - 11:35 AM


ກະຊວງ ສາທາລະນະສຸກ ຂອງສິງກະໂປ ປະກາດວ່າ:ນັບຕັ້ງແຕ່ ວັນທີ13ຕຸລາ2021 ບຸກຄົນທົ່ວໄປ ທີ່ຍັງບໍ່ໄດ້ສັກ ວັກຊິນ ປ້ອງກັນ ໂຄວິດ-19 ຈະບໍ່ສາມາດ ເຂົ້າໄປໃຊ້ບໍລິການ ຢູ່ສູນການຄ້າ ແລະ ນັ່ງຮັບປະທານອາຫານ ຢູ່ຮ້ານອາຫານໄດ້ ໂດຍໃຫ້ຊື້ກັບເຮືອນ ເທົ່ານັ້ນ ສ່ວນຜູ້ທີ່ສັກ ວັກຊິນຄົບໂດສແລ້ວ ແມ່ນສາມາດ ເຂົ້າໄປໃຊ້ບໍລິການ ຕາມສູນການຄ້າ ແລະ ຮ້ານອາຫານໄດ້ ຕາມປົກກະຕິ ແຕ່ນັ່ງຮັບປະທານອາຫານ ຮ່ວມໂຕະດຽວກັນ ບໍ່ເກີນ2ຄົນ ແລະ ຍັກເວັ້ນ ເງື່ອນໄຂການສັກ ວັກຊິນໃຫ້ ໃນກໍ ລະນີ ທີ່ໜຶ່ງ ໃນນັ້ນ ເປັນຜູ້ທີ່ມີອາຍຸ ບໍ່ເກີນ 12ປີ.ຂະນະທີ່ ການຈັດງານ ໃນສະຖານທີ່ ສາທາລະນະ ບໍ່ວ່າ ຢູ່ພາຍໃນຮົ່ມ ຫລື ກາງແຈ້ງ ຈຳກັດຜູ້ເຂົ້າຮ່ວມງານ ບໍ່ເກີນ 50ຄົນ ແລະ ທຸກຄົນ ຕ້ອງໃສ່ຜ້າອັດປາກ ການຈັດການຮຽນ-ການສອນ ໃນຊັ້ນຮຽນ ສຳລັບ ຜູ້ທີ່ມີອາຍຸ ບໍ່ເກີນ 12ຄົນ ກັບມາເລີ່ມຈັດຕັ້ງປະຕິບັດໄດ້ ແຕ່ວັນທີ11ຕຸລານີ້.ປັດຈຸບັນ ສິງ ກະໂປ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 120.454ຄົນ, ເສຍຊີວິດ 142ຄົນ ແລະ ຍັງປິ່ນປົວຢູ່ໂຮງໝໍ 25.303ຄົນ./.