ລັດຖະບານມີແຜນຮອງຮັບ ກໍລະນີ ສູນປິ່ນປົວຫລື ສູນກັກກັນ ຢູ່ສູນກາງ ແລະ ທ້ອງຖິ່ນລົ້ນ
ອີງຕາມຂ່າວສານປະເທດລາວລາຍງານວ່າ: ປັດຈຸບັນ ການຕິດເຊື້ອໃນຊຸມຊົນໃນທົ່ວປະເທດ ຍັງມີການລາຍງານຕໍ່ເນື່ອງໃນແຕ່ລະວັນ ຈາກບັນດາແຂວງ ແລະ ນະຄອນຫລວງວຽງຈັນ, ໂດຍສະເລ່ຍແລ້ວ ຈໍານວນຄົນຕິດເຊື້ອໃນຊຸມຊົນ ປະ ມານ 200 ຄົນຕໍ່ວັນ, ເຊິ່ງເປັນຕົວເລກທີ່ຍັງສູງຫລາຍ ແລະ ໜ້າເປັນຫ່ວງ. ດ້ວຍເຫດຜົນດັ່ງກ່າວ, ລັດຖະບານໄດ້ຖືເອົາ 3 ມາດຕະການພື້ນຖານ ໃນການກໍານົດມາດຕະການຕ່າງໆ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຂອງພະຍາດດັ່ງກ່າວ ຄື: ມາດຕະການດ້ານການແພດ ກໍຄືການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19; ມາດຕະການດ້ານບໍລິຫານ ກໍຄືການປິດເມືອງ, ປິດປະເທດ ແລະ ມາດຕະການດ້ານເສດຖະກິດ ກໍຄື ນະໂຍບາຍດ້ານອຸດໜູນແຮງງານ, ການຜ່ອນຜັນການຊໍາລະໜີ້ກູ້ຢືມ, ທ່ານ ພັນຄຳ ວິ ພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວບາງຕອນໃນການພົບປະສື່ມວນຊົນ ທົ່ວປະເທດ ຜ່ານລະບົບທາງໄກ ໃນວັນທີ 6 ຕຸລາ ຜ່ານມານີ້.
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ວ່າ: ລັດຖະບານໄດ້ມີການຄົ້ນຄວ້າ-ວິໄຈ ເພື່ອກໍານົດມາດຕະການທີ່ມີການສົມດຸນ, ກົມກຽວກັນ, ຊຸກຍູ້ຊຶ່ງກັນ ແລະ ກັນ ລະຫວ່າງ 3 ມາດຕະ ການພື້ນຖານ ອອກມາເປັນມາດຕະການທີ່ຕ້ອງເພີ່ມທະວີ ແລະ ມາດຕະການຜ່ອນຜັນ ໃນແຈ້ງການຂອງລັດຖະບານ ກໍຄື ຄະນະສະເພາະກິດແຕ່ລະຂັ້ນ ແມ່ນເພື່ອໃຫ້ພົນລະເມືອງລາວ ລວມທັງຊາວຕ່າງດ້າວທີ່ອາໄສຢູ່ ສປປ ລາວ ໃຫ້ມີການຕິດເຊື້ອໜ້ອຍທີ່ສຸດ ແລະ ໃຫ້ປະຊາຊົນມີການຫັນປ່ຽນວິຖີດຳລົງຊີວິດປົກ ກະຕິແບບໃໝ່, ໂດຍຄໍານຶງເຖິງຈຸດພິເສດຂອງປະເທດເຮົາໃນແຕ່ລະໄລຍະ ແລະ ຖອດຖອນບົດຮຽນ, ຜົນສໍາເລັດຂອງປະເທດເພື່ອນມິດຢ່າງມີການເລືອກເຟັ້ນ ໃຫ້ເຂົ້າກັບສະພາບຄວາມເປັນຈິງຂອງປະເທດເຮົາ. ສ່ວນການສັກວັກຊິນ, ລັດຖະບານ ໄດ້ອີງໃສ່ຫລັກການທາງການແພດ ກໍຄື ລະບຽບຫລັກການໃນການສັກວັກຊິນ ປະຕິບັດດ້ວຍຄວາມສະເໝີພາບ, ບໍ່ມີການຈຳແນກຊົນຊັ້ນວັນນະ, ຍີ່ຫໍ້ວັກຊິນ ແລະ ສັກໃຫ້ປະຊາຊົນໂດຍບໍ່ເສຍຄ່າ.
ຖ້າຫາກວ່າສູນປິ່ນປົວ ຫລື ສູນກັກກັນ ຢູ່ສູນກາງ ແລະ ທ້ອງຖິ່ນລົ້ນ, ເຊິ່ງລັດຖະບານກໍໄດ້ມີແຜນຮອງຮັບໄວ້ແລ້ວ ເປັນຕົ້ນ ພວກເຮົາຈະຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ ໂດຍພະຍາ ຍາມສະກັດກັ້ນບໍ່ໃຫ້ມັນເພີ່ມຂຶ້ນ ແລະ ຮ້າຍແຮງໄປກວ່ານີ້. ພ້ອມກັນນີ້, ປະຊາຊົນ, ເຈົ້າໜ້າທີ່ທຸກພາກ ສ່ວນຕ້ອງມີສ່ວນຮ່ວມ, ການປິດລ້ອມວົງຈອນ ທີ່ເປັນສະຖານທີ່ຂອງການແຜ່ລະບາດ ອາດຈະເຮັດໃຫ້ຈຳນວນຜູ້ຕິດເຊື້ອໃໝ່ຄ່ອຍຫລຸດລົງ, ສ່ວນຜູ້ຕິດເຊື້ອເກົ່າ ກໍແມ່ນໄດ້ຮັບການປິ່ນປົວດີ, ເຊິ່ງມັນເປັນມາດຕະການທີສຳຄັນອັນໜຶ່ງ. ນອກຈາກນີ້, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍສະເພາະ ແຜນການສະເລ່ຍຂອງການລະບາດຢູ່ແຕ່ລະທ້ອງຖິ່ນ ຖ້າທ້ອງຖິ່ນໃດມີການລະບາດບໍ່ຮຸນແຮງ ກໍຕ້ອງສຸມມາຊ່ວຍ ທ້ອງຖິ່ນທີ່ເປັນໜັກ ເປັນຕົ້ນ ອຸປະກອນການແພດ, ຕຽງນອນຄົນເຈັບ ລວມທັງແພດໝໍຕ່າງໆ ແລະ ການສັກວັກຊິນຢ່າງເປັນລະບົບ ກໍຈະເຮັດໃຫ້ຄວາມຮຸນແຮງຂອງອາການຕິດເຊື້ອ ບໍ່ເຖິງຂັ້ນຮຸນແຮງ, ບໍ່ເຈັບແຮງ ແລະ ການເສຍຊີວິດກໍຈະມີຈຳນວນໜ້ອຍທີ່ສຸດ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ຖ້າປະຊາຊົນ, ເຈົ້າໜ້າທີ່ທຸກພາກສ່ວນມີສ່ວນຮ່ວມ ແລະ ຕ້ອງໄດ້ເບິ່ງຈຸດພິເສດຂອງບ້ານເຮົານຳ, ໂດຍລະດົມໃຫ້ປະ ຊາຊົນ ສ້າງຖານກັກກັນດ້ວຍຕົນເອງຕື່ມຖ້າຈຳເປັນ, ຄອບຄົວໃດມີສວນ, ມີຖຽງໄຮ່ ຖຽງນາ ຖ້າສະມະຊິກຄອບຄົວຕົນເອງຕິດ ກໍໄປກັກກັນຕົວ ຢູ່ຖຽງໄຮ່ຖຽງນາ ແລະ ຢູ່ສວນນັ້ນ, ໂດຍມີການຂຶ້ນທະບຽນຢ່າງເປັນລະບົບກັບເຈົ້າໜ້າທີ່ການແພດ, ເຈົ້າໜ້າທີ່ຕຳຫລວດ ເພື່ອຕິດຕາມກວດກາ, ການໃຫ້ຢຸກຢາ, ສ່ວນຄອບຄົວ ກໍຮັບຜິດຊອບທາງດ້ານການກິນຢູ່, ເຊິ່ງຫລາຍປະເທດກໍເຮັດແນວນັ້ນ, ເຊິ່ງສິ່ງນີ້ແມ່ນການມີສ່ວນຮ່ວມຂອງປະຊາຊົນ.
ໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຝາກສອງຄຳຖາມເພື່ອຖາມທຸກຄົນວ່າ: ເຮົາຈະເຮັດຫຍັງເພື່ອປະເທດຊາດໄດ້ ເຮົາຈະເຮັດຫຍັງ ໃນການປະກອບສ່ວນຜົນປະໂຫຍດ ເພື່ອສ່ວນລວມໄດ້ ແລະ ຄຳຖາມທີ່ເຮົາບໍ່ຄວນເອົາມາເວົ້າ ກໍຄື ເຮົາຊິໄດ້ຫຍັງຈາກລັດຖະບານ ແລະ ລັດຖະບານຈະຊ່ວຍຫຍັງໃຫ້ເຮົາໄດ້ແດ່. ສະນັ້ນ, ຕົນເອງຕ້ອງກຸ້ມຕົນເອງ ແລະ ປະກອບສ່ວນເພື່ອປະເທດຊາດ. ດັ່ງຄຳສຸພາສິດທີ່ ວ່າ: ໄມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ ປະຊາຊົນບໍ່ພ້ອມສ້າງບ້ານບໍ່ເຮືອງ. ເຖິງວ່າເຮົາຈະເກັ່ງປານໃດກໍຕາມ ຖ້າຫາກວ່າປະຊາຊົນບໍ່ມີສ່ວນຮ່ວມ ທຸກສິ່ງທຸກຢ່າງກໍຈະບໍ່ສຳເລັດໄດ້.
ຂ່າວ: ມະນີທອນ