ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ

ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ - 615f22562800001729a72da3 - ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ
ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ - kitchen vibe - ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ

ລັດຖະບານອັງກິດເປີດເຜີຍວ່າ: ໄດ້ຖອດລາຍຊື່ປະເທດໃນບັນຊີແດງຈາກ 54 ປະເທດ ເຫລືອພຽງ 7 ປະເທດ ສົ່ງຜົນໃຫ້ພົນລະເມືອງຈາກປະເທດເຫລົ່ານີ້ ສາມາດເດີນທາງເຂົ້າອັງກິດໄດ້ໂດຍບໍ່ຕ້ອງກັກຕົວ ຖ້າໄດ້ຮັບວັກຊີນຄົບໂດສຈາກ 4 ຍີ່ຫໍ້ຫລັກ ເຊິ່ງຖືເປັນບາດກ້າວສຳຄັນໃນການເປີດປະເທດຮັບການທ່ອງທ່ຽວຫລັງພະຍາດລະບາດ.

ເມື່ອກ່ອນອັງກິດອອກກົດໃຫ້ປະຊາຊົນທີ່ເດີນທາງຈາກປະເທດໃນບັນຊີແດງໃນຮອບ 10 ວັນ ຕ້ອງກັກຕົວໃນໂຮງແຮມເປັນເວລາ 10 ວັນ ໂດຍເສຍຄ່າໃຊ້ຈ່າຍເອງ ເພື່ອປ້ອງກັນການລະບາດຂອງໂຄວິດຈາກຕ່າງປະເທດ, ແຕ່ ແກຣນ ແຊບ ລັດຖະມົນຕີກະຊວງຄົມມະນາຄົມຂອງອັງກິດ ເປີດເຜີຍວ່າ: ການປ່ຽນແປງລາຍຊື່ປະເທດຄັ້ງນີ້ຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 11 ຕຸລານີ້.

ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ - Visit Laos Visit SALANA BOUTIQUE HOTEL - ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ
ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ - Visit Laos Visit SALANA BOUTIQUE HOTEL - ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ

ສຳລັບ 7 ປະເທດທີ່ຢູ່ໃນບັນຊີແດງຂອງອັງກິດເວລານີ້ ປະກອບມີ: ປານາມາ, ໂຄລອມເບຍ, ເວເນຊູເອລາ, ເປຣູ, ເອກົວດໍ, ເຮຕິ ແລະ ສາທາລະນະລັດໂດມິນິກັນ.

ທ່ານ ແຊບ ລະບຸວ່າ: ການປ່ຽນແປງບັນຊີລາຍຊື່ຄັ້ງນີ້ຈະຊ່ວຍໃຫ້ຫລາຍຄອບຄົວທີ່ຕ້ອງແຍກກັນຢູ່ສາມາດພົບໜ້າ ແລະ ຢູ່ພ້ອມໜ້າກັນອີກ.

ທ່ານກ່າວອີກວ່າ: ການຫລຸດຜ່ອນຂໍ້ຈຳກັດຈະເຮັດໃຫ້ຄົນສາມາດເດີນທາງໄດ້ຫລາຍຂຶ້ນ.

ເຖິງຢ່າງໃດກໍຕາມ, ມີຂໍ້ກຳນົດຈາກກະຊວງຄົມມະນາຄົມວ່າ: ຜູ້ທີ່ເດີນທາງເຂົ້າອັງກິດຈາກປະເທດທີ່ບໍ່ໄດ້ຢູ່ໃນບັນຊີແດງຕ້ອງສັກວັກຊີນຄົບໂດສຈາກຍີ່ຫໍ້ທີ່ກຳນົດ ແລະ ກວດຫາເຊື້ອຫລັງເດີນທາງເຖິງອັງກິດ 2 ວັນ.

ອ້າງອີງ:

ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ - 4 - ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ
ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ - 5 - ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ
ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ - 3 - ອັງກິດຖອດ 47 ປະເທດ-ດິນແດນ ອອກຈາກ “ບັນຊີແດງ” ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!