ເຕັກນິກປ້ອງກັນສະມາດໂຟນປຽກນ້ຳ
July 25, 2017 - 2:19 PM


- ເມື່ອຝົນຕົກ ຄວນຢຸດການໃຊ້ງານ Bluetooth ແລະ ສະມາດໂຟນທັນທີ ຄວນເກັບມ້ຽນ Bluetooth ແລະ ສະມາດໂຟນ ໄວ້ໃນກະເປົ໋າທີ່ແຫ້ງ ເພາະອຸປະກອນເອເລັກໂຕຣນິກເຫລົ່ານີ້ບໍ່ຖືກກັບນຳ້ ໂດຍສະເພາະຄວາມຊຸ່ມອາດເປັນສາເຫດເຮັດໃຫ້ສະມາດໂຟນໃຊ້ງານຜິດປົກກະຕິ ຍົກເວັ້ນແຕ່ Bluetooth ຫລື ສະມາດໂຟນມີການຮັບຮອງມາດຕະຖານການກັນນຳ້.
- ພົກພາຖົງປິດລັອກໄວ້ກັນເຫດການສຸກເສີນບໍ່ຄາດຄິດ ເພາະວ່າຖົງຊິບລັອກເຮັດມາຈາປລາສະຕິກ ເຊິ່ງຈະຊ່ວຍປົກປ້ອງສິ່ງຂອງຕ່າງໆ ລວມເຖິງອຸປະກອນເອເລັກໂຕຣນິກຈາກນຳ້ຝົນໄດ້ດີ.
- ການເລືອກຊື້ເຄສກັນນຳ້ຖືວ່າເປັນອີກທາງເລືອກໜຶ່ງສຳລັບຜູ້ທີ່ກັງວົນວ່າສອງວິທີຂ້າງເທິງອາດຈະບໍ່ໄດ້ຜົນດີ, ແຕ່ຖ້າລອງໃຊ້ເຄສກັນນຳ້ທີ່ຜ່ານການຮັບຮອງມາດຕະຖານກໍຖືວ່າຊ່ວຍໄດ້ອ່າວຫລາຍ ຈະຊ່ວຍປົກປ້ອງສະມາດໂຟນໃຫ້ລອດພົ້ນຈາກການປຽກນຳ້ຝົນໄດ້, ແຕ່ເຄສກັນນຳ້ມັກຈະຜະລິດໃຫ້ກັບສະມາດໂຟນລະດັບລາຄາອ່າວສູງ ແລະ ຫາຊື້ຍາກລວມເຖິງອາດມີລາຄາແພງ.
ສ່ວນຂໍ້ຄວນປະຕິບັດເມື່ອສະມາດໂຟນຂອງທ່ານປຽກນຳ້ມີຄື :
- ສິ່ງທຳອິດທີ່ຄວນຄຳນຶງ ເຖິງເມື່ອສະມາດໂຟນປຽກນຳ້ ຄື ຕ້ອງປິດເຄື່ອງ ແລະ ຖອດແບັດເຕີຣີອອກ ເພາະຄວາມຊຸ່ມຈາກນຳ້ອາດເຮັດໃຫ້ໄຟຟ້າລັດວົງຈອນໄດ້ ເຊິ່ງເປັນສາເຫດທີ່ເຮັດໃຫ້ສະມາດໂຟນເປີດເຄື່ອງບໍ່ໄດ້, ແຕ່ຖ້າສະມາດໂຟນບໍ່ສາມາດຖອດແບັດເຕີຣີອອກໄດ້ ໃຫ້ເຊັດສະມາດໂຟນໃຫ້ແຫ້ງ ແລ້ວປິດເຄື່ອງໃຫ້ຮຽບຮ້ອຍ ລວມເຖິງຫ້າມໃຊ້ສາຍສາກໄຟສະມາດໂຟນຫລັງຈາກທີ່ປຽກນຳ້ມາໝາດໆ ເຖິງຈະເຊັດໃຫ້ແຫ້ງແລ້ວກໍຕາມ ເພາະການສາກໄຟແບັດເຕີຣີໃນຂະນະທີ່ສະມາດ ໂຟນປຽກຈະເຮັດໃຫ້ອຸປະກອນໄຟຟ້າເອເລັກໂຕຣນິກພາຍໃນລັດວົງຈອນໄດ້.
- ເຮັດໃຫ້ສະມາດໂຟນແຫ້ງໂດຍການແຊ່ໄວ້ໃນຖັງເຂົ້າສານ ໂດຍເຂົ້າສານຈະຊ່ວຍດູດຄວາມຊຸ່ມອອກຈາກສະມາດໂຟນໄດ້ດີ ເຮັດໃຫ້ສະມາດໂຟນແຫ້ງ, ຫ້າມໃຊ້ໄດເປົ່າເດັດຂາດ ເພາະຈະເປັນການກະຈາຍນຳ້ ລວມເຖິງຄວາມຮ້ອນຈາກໄດເປົ່າຜົມຈະເປັນໂຕການເລັ່ງຄວາມເສຍຫາຍໃຫ້ກັບສະມາດໂຟນຫລາຍຍິ່ງຂຶ້ນ.
- ເມື່ອໝັ້ນໃຈວ່າສະມາດໂຟນແຫ້ງແລ້ວ ໃຫ້ເປີດເຄື່ອງ ຖ້າເປີດເຄື່ອງໄດ້ ແລະ ສາມາດໃຊ້ງານໄດ້ຕາມປົກກະຕິ ກໍຖືວ່າຍັງພໍມີໂຊກ, ແຕ່ຖ້າເປີດສະມາດໂຟນບໍ່ໄດ້ ຫລື ເມື່ອໃຊ້ງານໄປແລ້ວເກີດບັນຫາ ພວກເຮົາຂໍແນະນຳໃຫ້ເອົາສະມາດໂຟນເຂົ້າສູນບໍລິການເພື່ອກວດຫາສາເຫດຈະດີທີ່ສຸດ.