ໂມເດິນາ ປະກາດລົງທຶນ 500 ກວ່າລ້ານໂດລາ ສ້າງໂຮງງານຜະລິດວັກຊີນໃນອາຟຣິກາ

ໂມເດິນາ ປະກາດລົງທຶນ 500 ກວ່າລ້ານໂດລາ ສ້າງໂຮງງານຜະລິດວັກຊີນໃນອາຟຣິກາ - HEALTH CORONAVIRUS JAPAN MODERNA 1 1630547650698 1633608608458 - ໂມເດິນາ ປະກາດລົງທຶນ 500 ກວ່າລ້ານໂດລາ ສ້າງໂຮງງານຜະລິດວັກຊີນໃນອາຟຣິກາ
ໂມເດິນາ ປະກາດລົງທຶນ 500 ກວ່າລ້ານໂດລາ ສ້າງໂຮງງານຜະລິດວັກຊີນໃນອາຟຣິກາ - kitchen vibe - ໂມເດິນາ ປະກາດລົງທຶນ 500 ກວ່າລ້ານໂດລາ ສ້າງໂຮງງານຜະລິດວັກຊີນໃນອາຟຣິກາ

ວັນທີ 7 ຕຸລາ 2021, ບໍລິສັດໂມເດິນາປະກາດວ່າ: ບໍລິສັດກຽມລົງທຶນ 500 ກວ່າລ້ານໂດລາສະຫະລັດ ເພື່ອສ້າງໂຮງງານໃນອາຟຣິກາ ເຊິ່ງຈະສາມາດຜະລິດວັກຊີນ mRNA ໄດ້ປະມານ 500 ລ້ານໂດສຕໍ່ປີ.

ໂດຍໃນຖະແຫລງການ ບໍລິສັດລະບຸວ່າ: ໂຮງງານແຫ່ງໃໝ່ນີ້ຈະຜະລິດສ່ວນປະກອບສຳຄັນສຳລັບການຜະລິດວັກຊີນ mRNA ຫລາຍຊະນິດ ເຊິ່ງລວມທັງວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ວັກຊີນສຳລັບພະຍາດອື່ນໆ ໂດຍໂມເດິນາຈະເລີ່ມດຳເນີນການເລືອກຈຸດຕັ້ງໂຮງງານໃນມໍ່ໆນີ້.

ໂມເດິນາ ປະກາດລົງທຶນ 500 ກວ່າລ້ານໂດລາ ສ້າງໂຮງງານຜະລິດວັກຊີນໃນອາຟຣິກາ - Visit Laos Visit SALANA BOUTIQUE HOTEL - ໂມເດິນາ ປະກາດລົງທຶນ 500 ກວ່າລ້ານໂດລາ ສ້າງໂຮງງານຜະລິດວັກຊີນໃນອາຟຣິກາ

ເຖິງຢ່າງໃດກໍຕາມ, ສຳລັບການຜະລິດວັກຊີນໃນອາຟຣິການັ້ນ, ໂມເດິນາເອງເອີ້ນໄດ້ວ່າຢູ່ພາຍໃຕ້ແຮງກົດດັນ ເນື່ອງຈາກອາຟຣິກາເປັນທະວີບທີ່ມີອັດຕາການສັກວັກຊີນຕໍ່າທີ່ສຸດ.

ຂະນະທີ່ຜູ້ຜະລິດວັກຊີນ mRNA ປ້ອງກັນໂຄວິດບໍລິສັດຫລັກອີກບໍລິສັດໜຶ່ງຄືໄຟເຊີທີ່ມີພັນທະມິດເປັນໄບໂອເອັນເທັກ ໄດ້ປະກາດໃນເດືອນກໍລະກົດຜ່ານມາວ່າ: ຈະເລີ່ມຜະລິດວັກຊີນໃນໂຮງງານແຫ່ງໜຶ່ງໃນເມືອງເຄບທາວ ປະເທດອາຟຣິກາໃຕ້.

ສະເຕຟານ ບານເຊວ ຜູ້ບໍລິຫານໂມເດິນາ ກ່າວວ່າ: ເປົ້າໝາຍຂອງບໍລິສັດຄືການສ້າງໂຮງງານທີ່ທຽບໄດ້ກັບໂຮງງານຜະລິດຫລັກຂອງບໍລິສັດຢູ່ເມືອງນໍວູດ ລັດແມສຊາຊູເຊັດ ສະຫະລັດອາເມລິກາ.

ໂດຍໂຮງງານໃນອາຟຣິການີ້ ໂມເດິນາຈະເປັນເຈົ້າຂອງ ແລະ ບໍລິຫານງານເອງ ແຕ່ພະນັກງານສ່ວນຫລາຍຈະເປັນຄົນໃນທ້ອງຖິ່ນ.

ທ່ານຍັງລະບຸອີກວ່າ: ບໍລິສັດໄດ້ເລືອກລາຍຊື່ປະເທດໃນທະວີບອາຟຣິກາໄວ້ 5 ປະເທດ ເຊິ່ງເປັນປະເທດທີ່ມີສະຖຽນລະພາບທາງການເມືອງ, ໂຄງສ້າງພື້ນຖານ ແລະ ແຮງງານທີ່ມີການສຶກສາເໝາະສົມກັບໂຮງງານ mRNA ທີ່ໃຊ້ເຕັກໂນໂລຊີຂັ້ນສູງ.

ໂດຍບໍລິສັດວາງແຜນຈະເຈລະຈາກັບປະເທດເຫລົ່ານັ້ນ ແລະ ຕັດສິນໃຈສ້າງໂຮງງານໃນມໍ່ໆນີ້.

ສ່ວນໄຟເຊີ ແລະ ໄບໂອເອັນເທັກວາງແຜນຈະເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ຢູ່ໂຮງງານຂອງສະຖາບັນ Biovac ໃນເມືອງເຄບທາວ ທີ່ມີເຈົ້າຂອງສ່ວນໜຶ່ງເປັນລັດຖະບານອາຟຣິກາໃຕ້.

ທັງນີ້, ໄຟເຊີ ແລະ ໄບໂອເອັນເທັກວາງແຜນເລີ່ມການຜະລິດວັກຊີນໃນປີ 2022 ໂດຍຈະເປັນວັກຊີນທີ່ສາມາດນຳໄປໃຊ້ໄດ້ເລີຍ ແຕກຕ່າງຈາກໂຮງງານຂອງໂມເດິນາທີ່ຈະໃຊ້ຜະລິດສ່ວນປະສົມສຳລັບວັກຊີນ mRNA.

ສ່ວນໂຮງງານຂອງ Biovac ຈະເນັ້ນໃສ່ຂັ້ນຕອນສຸດທ້າຍຂອງຂະບວນການຜະລິດ ນັ້ນຄືການບັນຈຸວັກຊີນຂວດ ແລະ ແພັກວັກຊີນລົງກ່ອງ.

ອ້າງອີງ:

https://www.bloomberg.com/…/moderna-plans-to-spend-500…

ໂມເດິນາ ປະກາດລົງທຶນ 500 ກວ່າລ້ານໂດລາ ສ້າງໂຮງງານຜະລິດວັກຊີນໃນອາຟຣິກາ - 3 - ໂມເດິນາ ປະກາດລົງທຶນ 500 ກວ່າລ້ານໂດລາ ສ້າງໂຮງງານຜະລິດວັກຊີນໃນອາຟຣິກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!