ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ

ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ - UK fuel queue - ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ
ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ - kitchen vibe - ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ

ກອງທັບອັງກິດກຽມພ້ອມຈັດສົ່ງກຳລັງທະຫານເຂົ້າຊ່ວຍເຫລືອ ຫລັງປ້ຳນ້ຳມັນໃນຫລາຍເມືອງກຳລັງຜະເຊີນວິກິດຂາດເຂີນນ້ຳມັນຢ່າງໜັກຕໍ່ເນື່ອງເປັນວັນທີ 4 ເນື່ອງຈາກປະຊາຊົນພາກັນແຫ່ໄປຕໍ່ແຖວຍາວເພື່ອໃສ່ນ້ຳມັນ ທ່າມກາງຄວາມກັງວົນທີ່ເກີດຂຶ້ນຈາກສະພາບຂາດຄົນຂັບລົດບັນທຸກ ເຊິ່ງສົ່ງຜົນກະທົບຕໍ່ການຈັດສົ່ງນ້ຳມັນທົ່ວປະເທດ.

ໂດຍຄົນຂັບລົດບັນທຸກນ້ຳມັນຂອງກອງທັບອັງກິດປະມານ 150 ຄົນ ຈະເຂົ້າຮັບການຝຶກພິເສດ ເພື່ອກຽມພ້ອມສຳລັບໃຫ້ການຊ່ວຍເຫລືອຈັດສົ່ງນ້ຳມັນຖ້າມີຄວາມຈຳເປັນ ເຊິ່ງທ່ານ ກວາເຕັງ ລັດຖະມົນຕີກະຊວງຍຸດທະສາດທຸລະກິດ, ພະລັງງານ ແລະ ອຸດສາຫະກຳຂອງອັງກິດ ຢືນຢັນວ່າ: ກອງທັບພ້ອມຈະຊ່ວຍເຫລືອຖ້າມີການຮ້ອງຂໍກຳລັງສະໜັບສະໜູນ ເພື່ອຊ່ວຍຜ່ອນຄາຍວິກິດທີ່ເກີດຂຶ້ນຊົ່ວຄາວ.

ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ - Visit Laos Visit SALANA BOUTIQUE HOTEL - ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ
ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ - Visit Laos Visit SALANA BOUTIQUE HOTEL - ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ

ຮອດປັດຈຸບັນມີລາຍງານວ່າປ້ຳນ້ຳມັນຫລາຍແຫ່ງໃນອັງກິດເລີ່ມນ້ຳມັນໝົດ ແລະ ຕ້ອງປິດໃຫ້ບໍລິການແລ້ວ ໂດຍທ່ານ ໄບຣອັນ ແມດເດິສັນ ປະທານສະມາຄົມຜູ້ຂາຍຍ່ອຍນ້ຳມັນປິໂຕຣລ້ຽມແຫ່ງອັງກິດ (Petrol Retailers Association: PRA) ເປີດເຜີຍຕໍ່ສຳນັກຂ່າວ Sky News ໃນວັນທີ 27 ກັນຍາວ່າ: ໄດ້ຮັບລາຍງານຈາກສະມາຊິກວ່າປ້ຳນ້ຳມັນສູງເຖິງ 90% ນ້ຳມັນໝົດແຕ່ວັນທີ 26 ກັນຍາ.

ຂະນະທີ່ບໍລິສັດ BP ຜູ້ຜະລິດນ້ຳມັນລາຍໃຫຍ່ຂອງອັງກິດ ເປີດເຜີຍວ່າ: ປ້ຳນ້ຳມັນຂອງທາງບໍລິສັດທົ່ວອັງກິດເກືອບ 1 ໃນ 3 ບໍ່ມີນ້ຳມັນແອັດຊັງໄຮ້ສານຕະກົ່ວ ແລະ ກາຊວນຈຳໜ່າຍແລ້ວ.

ກ່ອນໜ້ານີ້ ລັດຖະບານອັງກິດຢືນຢັນຕໍ່ປະຊາຊົນວ່າ: ນ້ຳມັນຍັງມີພຽງພໍ ເຊິ່ງວິກິດທີ່ເກີດຂຶ້ນເປັນຜົນຈາກການຂາດເຂີນຄົນຂັບລົດບັນທຸກຈຳນວນຫລາຍ ຫລັງກຸ່ມຄົນຂັບລົດບັນທຸກຈາກປະເທດເອີຣົບອື່ນໆກວ່າ 25.000 ຄົນ ທະຍອຍເດີນທາງກັບປະເທດໄປກ່ອນທີ່ອັງກິດຈະອອກຈາກການເປັນສະມາຊິກສະຫະພາບເອີຣົບ ໂດຍກົດໝາຍຄົນເຂົ້າເມືອງຫລັງ Brexit ເຮັດໃຫ້ປະຊາກອນຈາກ EU ບໍ່ສາມາດເຮັດວຽກໃນອັງກິດໄດ້ໂດຍບໍ່ຕ້ອງໃຊ້ວີຊາ.

ຂະນະທີ່ສະພາບໂຄວິດລະບາດຍັງກະທົບຕໍ່ຂະບວນການຈັດຫາ ແລະ ສອບຄັດເລືອກຄົນຂັບລົດບັນທຸກໃໝ່ ເຮັດໃຫ້ອຸດສາຫະກຳຂົນສົ່ງຂອງອັງກິດຕ້ອງການຄົນຂັບລົດບັນທຸກອີກ 100.000 ກວ່າຄົນ.

ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ປະກາດກຽມອອກວີຊາຊົ່ວຄາວໃຫ້ຄົນຂັບລົດບັນທຸກນ້ຳມັນຕ່າງປະເທດປະມານ 5.000 ຄົນ ເພື່ອຊ່ວຍບັນເທົາວິກິດທີ່ເກີດຂຶ້ນ ເຖິງວ່າຈະມີກະແສວິຈານຈາກຜູ້ປະກອບການໃນອຸດສາຫະກຳຂົນສົ່ງ ທີ່ເບິ່ງວ່າມາດຕະການດັ່ງກ່າວບໍ່ສາມາດຊ່ວຍແກ້ໄຂບັນຫາຂາດເຂີນຄົນຂັບລົດບັນທຸກໄດ້. ຂະນະທີ່ລັດຖະບານອັງກິດມີແຜນຈະຝຶກແອບຄົນຂັບລົດບັນທຸກຊາວອັງກິດເພີ່ມອີກ ເພື່ອແກ້ໄຂບັນຫາໃນໄລຍະຍາວ.

ນອກຈາກນີ້, ລັດຖະບານອັງກິດຍັງຕັດສິນໃຈໂຈະກົດໝາຍການແຂ່ງຂັນໃນທຸລະກິດນ້ຳມັນ ເພື່ອໃຫ້ບໍລິສັດຜະລິດນ້ຳມັນ, ຜູ້ສະໜັບສະໜູນ, ບໍລິສັດຂົນສົ່ງ ແລະ ຜູ້ຂາຍຍ່ອຍຕ່າງໆ ສາມາດຮ່ວມມືກັນເພື່ອຊ່ວຍຜ່ອນຄາຍວິກິດທີ່ເກີດຂຶ້ນ, ພ້ອມທັງໄດ້ຂະຫຍາຍອາຍຸໃບຂັບຂີ່ສຳຄັນຄົນຂັບລົດບັນທຸກນ້ຳມັນທີ່ຈະໝົດອາຍຸດໃນຊ່ວງວັນທີ 27 ກັນຍາ – 31 ທັນວາ ໂດຍຂະຫຍາຍອອກໄປຈົນເຖິງວັນທີ 31 ມັງກອນປີໜ້າ ເຊິ່ງຄົນຂັບລົດບັນທຸກບໍ່ຕ້ອງເຂົ້າຮັບການຝຶກ ຫລື ສອບເສັງເພື່ອຕໍ່ອາຍຸໃບຂັບຂີ່.

ອ້າງອີງ:

ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ - 3 - ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ
ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ - 4 - ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ
ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ - 5 - ກອງທັບອັງກິດພ້ອມສົ່ງທະຫານຊ່ວຍ ຫລັງບັນຫາຂາດຄົນຂັບລົດບັນທຸກ ລາມເປັນວິກິດນ້ຳມັນຂາດເຂີນ ປ້ຳ 90% ທົ່ວປະເທດນ້ຳມັນໝົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!