ອິນເດຍເຜົາ “ນໍແຮດ” 2000 ນໍ ທີ່ຢຶດໄດ້ຈາກຜູ້ລັກລອບລ່າສັດ
September 24, 2021 - 10:03 AM


ອີງຕາມການລາຍງານຂ່າວ ຂອງສຳນັກຂ່າວ ຊິນຫົວ ວັນທີ 22 ກັນຍາ 2021 ນີ້ໃຫ້ຮູ້ວ່າ: ເຈົ້າໜ້າທີ່ກົມປ່າໄມ້ຂອງອິນເດຍ ໄດ້ທຳການເຜົາທຳລາຍນໍແຮດ ທີ່ຢຶດໄດ້ຈາກການຈັບຜູ້ລັກລອບລ່າສັດປ່າ 2000 ນໍ ເຊິ່ງສາເຫດທີ່ນຳມາເຜົາຍ້ອນບໍ່ເຫັນຄ່າທາງຢາຕາມຄວາມເຊື່ອ ແລະ ຕ້ອງປາບປາມຢ່າງຈິງຈັງ ເຫັນຄ່າຊີວິດແຮດຫຼາຍກວ່າ.
ພິທີເຜົາຈັດຂຶ້ນທີ່ສະໜາມກິລາໂບກາກັດ ເຂດລັດອັດສຳ ພາກຕາເວັນອອກສຽງເໜືອຂອງອິນເດຍ ເພື່ອເປັນການລະນຶກເຖິງວັນແຮດໂລກ ວັນທີ 22 ກັນຍາ ນັ້ນເອງ.

