ເຕືອນ! ວັນທີ 24 ກັນຍາ 2021 ພາຍຸດີເປຣຊັນຈະເຄື່ອນທີ່ຜ່ານມາແຂວງ ສາລະວັນ ແລະ ສະຫວັນນະເຂດ


ວັນທີ 23 ກັນຍາ 2021 ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນ ພາຍຸດີເປຣຊັນ ສະບັບທີ 2 ວ່າ: ຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ໄດ້ມີກໍາລັງແຮງເພີ່ມຂຶ້ນ ກາຍເປັນພາຍຸດີເປຣຊັນ ເຊິ່ງໃນເວລາ 4 ໂມງເຊົ້າ ຂອງວັນທີ 23 ກັນຍາ 2021 ມີຈຸດສູນກາງຢູ່ເສັ້ນຂະຫນານທີ 13.3. ອົງສາເໜືອ ແລະ ເສັ້ນແວງທີ 112.2 ອົງສາຕາເວັນອອກ ກໍາລັງເຄື່ອນ ທີ່ໃນທິດຕາເວັນຕົກສຽງເໜືອ ແລະ ມີຄວາມໄວລົມສູງສູດຢູ່ໃກ້ຈຸດ ສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ. ຄາດວ່າພາຍຸດີເປຣຊັນຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງເຂດເມືອງ ດານັ່ງ ຂອງປະເທດຫວຽດນາມໃນຕອນເຊົ້າ ຂອງວັນທີ 24 ກັນຍາ 2021 ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານແຂວງ ສາລະວັນ ແລະ ສະຫວັນນະເຂດ ໃນວັນດຽວກັນ.
ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້, ພາກກາງ ແລະ ພາກເໜືອດ້ານຕາເວັນຕົກ ດັ່ງລາຍລະອຽດລຸ່ມນີ້:


ໄລຍະວັນທີ 23-25 ກັນຍາ 2021: ຈະມີຝົນຕົກໜັກ ຫາ ໜັກຫລາຍ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນເຂດພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫລັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.
ໄລຍະວັນທີ 24-26 ກັນຍາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນຕົກ ເຊັ່ນ: ແຂວງ ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫລວງວຽງຈັນ, ຫລວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ຊຶ່ງຈະເຮັດໃຫ້ເກີດມີນ້ຳຖ້ວມກະທັນຫັນ, ນໍ້າຖ້ວມຊ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ຳຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນໍ້າຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ຫນ້ານີ້.