ໄບເດນ ປະກາດກາງເວທີ UN ພາອາເມລິກາສູ່ຍຸກໃຊ້ການທູດນຳ ບໍ່ຄິດເຮັດສົງຄາມເຢັນ


ຜູ້ນຳອາເມລິກາຂໍໃຊ້ກຳລັງທະຫານເປັນທາງເລືອກສຸດທ້າຍ, ຊີ້ລະເບີດ ແລະ ລູກປືນບໍ່ສາມາດແກ້ໄຂບັນຫາທຸກຢ່າງໄດ້ ລວມທັງໂຄວິດ-19 ພ້ອມເພີ່ມງົບປະມານຊ່ວຍຫລຸດຜົນກະທົບຈາກສະພາບອາກາດປ່ຽນແປງເປັນ 2 ເທົ່າ, ເນັ້ນບໍ່ຕ້ອງການເຮັດສົງຄາມເຢັນແຕ່ຢ່າງໃດ.
ວັນທີ 21 ກັນຍາ 2021, ປະທານາທິບໍດີ ໂຈ ໄບເດັນ ຂຶ້ນກ່າວໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ພ້ອມນຳພາອາເມລິກາເຂົ້າສູ່ຍຸກໃໝ່, ຈົບສິ້ນການດຳເນີນນະໂຍບາຍຕ່າງປະເທດແບບ “ອາເມລິກາຕ້ອງມາກ່ອນ” ຈາກສະໄໝຂອງປະທານາທິບໍດີ ໂດນັລ ທຣຳ.
ປະທານາທິບໍດີ ໄບເດນ ກ່າວເຖິງບັນຫານີ້ວ່າ: ອາເມລິກາກຳລັງເຂົ້າສູ່ຍຸກໃໝ່ຂອງການໃຊ້ “ການທູດແບບບໍ່ຢຸດຢັ້ງ” ໂດຍຈະລົງທຶນໃນແນວທາງໃໝ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຄົນທົ່ວໂລກ, ບັນຫາຫລາຍຢ່າງບໍ່ສາມາດແກ້ໄຂ ຫລື ເວົ້າເຖິງໄດ້ດ້ວຍການໃຊ້ກຳລັງທະຫານເທົ່ານັ້ນ, ລະເບີດ ແລະ ລູກປືນບໍ່ສາມາດປ້ອງກັນໂຄວິດ-19 ແລະ ສາຍພັນອື່ນໆໃນອະນາຄົດໄດ້.
ຜູ້ນຳອາເມລິກາຍັງໄດ້ຍົກຕົວຢ່າງການຖອນກຳລັງອອກຈາກອັບການິດສະຖານ ເຊິ່ງເປັນການຢຸດສົງຄາມທີ່ດຳເນີນມາ 20 ປີ ແລະ ປ່ຽນມາໃຊ້ວິທີເຈລະຈາທາງການທູດແທນ.
ນອກຈາກນີ້, ປະທານາທິບໍດີ ໄບເດນ ຍັງໄດ້ປະກາດວ່າຈະເພີ່ມງົບປະມານເປັນ 2 ເທົ່າ ໃນສ່ວນທີ່ອາເມລິກາໃຊ້ສະໜັບສະໜູນປະເທດທີ່ມີລາຍໄດ້ໜ້ອຍກວ່າໃນການແກ້ໄຂບັນຫາການປ່ຽນແປງຂອງສະພາບອາກາດ ຈາກທີ່ເຄີຍຕັ້ງໄວ້ 5.700 ລ້ານໂດລາ ເພີ່ມຂຶ້ນເປັນ 11.400 ລ້ານໂດລາຕໍ່ປີ.
ເຖິງຢ່າງໃດກໍຕາມ, ປະທານາທິບໍດີ ໄບເດນ ບໍ່ໄດ້ກ່າວເຖິງບັນຫາທີ່ເປັນບັນຫາກັບປະເທດພັນທະມິດເຊັ່ນ: ຄວາມວຸ້ນວາຍທີ່ເກີດຈາກການຖອນທະຫານອອກຈາກອັບການິດສະຖານ ລວມທັງບັນຫາຫລ້າສຸດຄືການສ້າງຕັ້ງພັນທະມິດ AUKUS ຂຶ້ນ ພ້ອມສົ່ງມອບເຕັກໂນໂລຊີເຮືອດຳນ້ຳພະລັງງານນິວເຄຼຍໃຫ້ອົດສະຕຣາລີ ເຊິ່ງສ້າງຄວາມບໍ່ພໍໃຈໃຫ້ຝຣັ່ງທີ່ຖືກຍົກເລີກສັນຍາສົ່ງມອບເຮືອດຳນ້ຳທີ່ເຊັນກັນໄວ້ໃນປີ 2016.
ອີກເລື່ອງທີ່ຄົນຕິດຕາມຄືບັນຫາລະຫວ່າງອາເມລິກາກັບຈີນ ທີ່ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ ອອກມາສະແດງຄວາມກັງວົນກ່ອນໜ້ານີ້ວ່າ: ອາດກໍ່ໃຫ້ເກີດສົງຄາມເຢັນໄດ້.
ເລື່ອງນີ້, ປະທານາທິບໍດີ ໄບເດນ ບໍ່ໄດ້ເອີ່ຍເຖິງຊື່ປະເທດຈີນໂດຍກົງ ໂດຍໄດ້ເນັ້ນວ່າ: ທ່ານບໍ່ຕ້ອງການສົງຄາມເຢັນ, ອາເມລິກາພ້ອມຈະຮ່ວມມືກັບທຸກປະເທດ ເຖິງວ່າຈະມີຄວາມຂັດແຍ່ງກັນໃນບາງເລື່ອງກໍຕາມ.
ອ້າງອີງ: