ສປປ ເກົາຫລີ ທົດລອງຍິງລູກສອນໄຟຈາກລົດໄຟ ຂະນະທີ່ ສ.ເກົາຫລີ ທົດລອງປ່ອຍລູກສອນໄຟຈາກເຮືອດຳນ້ຳ


ໜັງສືພິມ Rodong Sinmun ຂອງ ສປປ ເກົາຫລີ ລາຍງານວ່າ: ສປປ ເກົາຫລີ ໄດ້ທົດລອງຍິງລູກສອນໄຟລູກໜຶ່ງຈາກລົດໄຟໃນຕອນເຊົ້າວັນທີ 15 ກັນຍາ ເຊິ່ງຮູບຖ່າຍທີ່ມີການພິມເຜີຍແຜ່ ເຜີຍໃຫ້ເຫັນລູກສອນໄຟພຸ່ງຂຶ້ນຈາກລົດໄຟທີ່ຢູ່ລາງ, ແຕ່ລາຍງານດັ່ງກ່າວບໍ່ໄດ້ລະບຸຊະນິດຂອງລູກສອນໄຟທີ່ຍິງ.
ສື່ທາງການຂອງພັກແຮງງານ ສປປ ເກົາຫລີ ລະບຸວ່າ: ການທົດລອງຄັ້ງນີ້ມີຂຶ້ນພາຍໃນເຂດພື້ນທີ່ພູເຂົາໃນພາກກາງຂອງ ສປປ ເກົາຫລີ. ນອກຈາກນີ້ ຍັງລະບຸວ່າ: ລູກສອນໄຟພຸ່ງເຂົ້າທຳລາຍເປົ້າໝາຍໃນທະເລຍີ່ປຸ່ນ ເຊິ່ງຢູ່ຫ່າງອອກໄປ 800 ກິໂລແມັດ ໄດ້ຢ່າງແມ້ນຢຳ.
ເຖິງຢ່າງໃດກໍຕາມ, Rodong Sinmun ບໍ່ໄດ້ລະບຸວ່າ: ທ່ານ ກິມຈອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໄດ້ເດີນທາງໄປເບິ່ງການທົດລອງລູກສອນໄຟດັ່ງກ່າວດ້ວຍຕົນເອງ ຫລື ບໍ່.
ທັງນີ້, ການທົດລອງອາວຸດທາງຍຸດທະສາດຂອງ ສປປ ເກົາຫລີ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງຂຶ້ນອີກ ໂດຍໃນມື້ດຽວກັນ ສ.ເກົາຫລີ ກໍໄດ້ທົດລອງຍິງລູກສອນໄຟທີ່ປ່ອຍຈາກໃຕ້ນ້ຳເປັນຄັ້ງທຳອິດ ເຊິ່ງເກີດຂຶ້ນຫ່າງກັນພຽງ 3 ຊົ່ວໂມງ.
ກະຊວງປ້ອງກັນປະເທດຂອງ ສ.ເກົາຫລີ ເປີດເຜີຍວ່າ: ລູກສອນໄຟຍິງຈາກເຮືອດຳນ້ຳ Dosan Ahn Changho ທີ່ມີລະວາງຂັບນ້ຳ 3.700 ໂຕນ ໂດຍລູກສອນໄຟສາມາດພຸ່ງເຂົ້າທຳລາຍເປົ້າໝາຍໄດ້ຢ່າງແມ້ນຢຳ.
ໃນຖະແຫລງການຂອງ ສ.ເກົາຫລີ ລະບຸວ່າ: ອາວຸດດັ່ງກ່າວຈະຊ່ວຍໃຫ້ ສ.ເກົາຫລີ ປ້ອງກັນໄພຄຸກຄາມຈາກພາຍນອກໄດ້ ແລະ ສາມາດຍົກລະດັບປະສິດທິພາບໃນການປ້ອງກັນຕົນເອງ ແລະ ສົ່ງເສີມສັນຕິພາບໃນແຫລມເກົາຫລີ. ເຖິງຢ່າງໃດກໍຕາມ, ສ.ເກົາຫລີ ບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມກ່ຽວກັບອາວຸດດັ່ງກ່າວ.
ອ້າງອີງ: