ໄບເດນ ກຽມຮຽກຮ້ອງໃຫ້ຜູ້ນຳໂລກຊ່ວຍກັນເລັ່ງສັກວັກຊີນ ໃຫ້ໄດ້ຢ່າງໜ້ອຍ 70% ຂອງພົນລະເມືອງໂລກ ພາຍໃນປີ 2022


ວັນທີ 14 ກັນຍາ 2021, ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ກຽມຮຽກຮ້ອງໃຫ້ບັນດາຜູ້ນຳໂລກຊ່ວຍກັນເລັ່ງສັກວັກຊີນໂຄວິດໃຫ້ໄດ້ຢ່າງໜ້ອຍ 70% ຂອງພົນລະເມືອງໂລກ ພາຍໃນປີ 2022 ລວມທັງຈະຕ້ອງຊ່ວຍກັນບໍລິຈາກວັກຊີນເພີ່ມອີກ 1 ພັນລ້ານໂດສ ເພື່ອໃຫ້ປະເທດທີ່ມີລາຍໄດ້ຕໍ່າເຂົ້າເຖິງວັກຊີນໄດ້ຫລາຍຂຶ້ນ.
ຕາມເປົ້າໝາຍທີ່ CNN ໄດ້ຮັບມາ ລະບຸວ່າ: ແຕ່ລະປະເທດຈະຕ້ອງຮ່ວມກັນປະກັນເງິນ 3 ພັນລ້ານໂດລາ ພາຍໃນປີນີ້ ແລະ ອີກ 7 ພັນລ້ານໂດລາ ພາຍໃນປີ 2022 ເພື່ອສະໜັບສະໜູນທາງດ້ານການເງິນໃນການກຽມຄວາມພ້ອມເລື່ອງວັກຊີນຕ້ານໂຄວິດໃນມິຕິຕ່າງໆ.
ໂດຍຄາດວ່າທ່ານ ໄບເດນ ຈະປະກາດແຜນດັ່ງກ່າວຂະນະທີ່ເປັນເຈົ້າພາບຈັດກອງປະຊຸມໂຄວິດໃນອາທິດໜ້າ ເຊິ່ງເປັນໄລຍະເວລາດຽວກັນກັບຈະມີກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ແລະ ຄາດວ່າທ່ານ ໄບເດນ ຈະຈັດກອງປະຊຸມເພີ່ມອີກໃນທ້າຍປີນີ້ ຫລື ຕົ້ນປີໜ້າ.
ລັດຖະບານອາເມລິກາ ພາຍໃຕ້ການນຳຂອງທ່ານ ໄບເດນ ຕັ້ງເປົ້າຈະໃຫ້ອາເມລິກາເປັນສາງວັກຊີນຂອງໂລກທີ່ພ້ອມຈະສົ່ງວັກຊີນຊ່ວຍເຫລືອປະເທດອື່ນໆໃນປະຊາຄົມໂລກໄດ້, ແຕ່ຢ່າງນັ້ນ ອາເມລິກາກໍຍັງເປັນໜຶ່ງໃນປະເທດຮັ່ງມີທີ່ໄດ້ຮັບສຽງວິພາກວິຈານເຖິງການເດີນໜ້າສັກວັກຊີນເຂັມກະຕຸ້ນ (Booster Shot) ໃຫ້ພົນລະເມືອງຂອງຕົນ ແທນທີ່ຈະຊ່ວຍໃຫ້ອັດຕາພົນລະເມືອງໂລກທີ່ເຂົ້າຮັບວັກຊີນເຂັມທຳອິດມີຈຳນວນເພີ່ມຂຶ້ນ ໂດຍຜ່ານມາອາເມລິກາບໍລິຈາກວັກຊີນໄປແລ້ວ 140 ລ້ານກວ່າໂດສ ເຊິ່ງສ່ວນຫລາຍມອບຜ່ານໂຄງການ COVAX ຂອງອົງການອະນາໄມໂລກ ແລະ ພັນທະມິດ ທີ່ພະຍາຍາມຈະສ້າງຫລັກປະກັນໃຫ້ແຕ່ລະປະເທດເຂົ້າເຖິງວັກຊີນໄດ້ຢ່າງເທົ່າທຽມກັນ.
ອ້າງອີງ:
- https://edition.cnn.com/2021/09/14/politics/joe-biden-vaccinating-the-world/index.html
- https://www.usnews.com/news/world/articles/2021-09-14/us-pushes-world-leaders-to-embrace-70-global-covid-19-vaccination-target
- https://www.theguardian.com/world/2021/sep/14/joe-biden-propose-target-vaccinating-world-covid