ວັນນີ້ໃນອະດີດ! ຄົບຮອບ 20ປີ ເຫດວິນາດສະກຳທີ່ນິວຢອກ ປະເທດ ສະຫະລັດ ອາເມລິກາ


ເຫດການເກີດຂຶ້ນ ເມື່ອວັນອັງຄານທີ 11 ກັນຍາ 2001 ໄດ້ມີຜູ້ກໍ່ການຮ້າຍປຸ້ນຈີ້ເຮືອບິນໂດຍສານຂອງສະຫະລັດອາເມລິກາ 4 ລຳ ແລະ ບັງຄັບໃຫ້ບິນຕຳຕຶກແຝດໃນນະຄອນນິວຢອກ ສົ່ງຜຢນໃຫ້ມີຜູ່ເສຍຊີວິດ 2.996 ຄົນ ໂດຍແຍກດັ່ງນີ້:
– ຜູ້ກໍ່ການຮ້າຍ 19 ຄົນ
– ຜູ້ໂດຍສານ ແລະ ພະນັກງານ246 ຄົນ (ຢູ່ໃນເຄື່ອງບິນ 4 ລຳເສຍຊີວິດທັງໝົດ).
– ຄົນທີ່ຢູ່ຕຶກແຝດ ເວີລເທຣດເຊັນເຕີ ເສຍຊີວິດທັງໝົດ 2.606 ຄົນ.
– ອາຄານເພັນຕາກັອນ ມີຜູ້ເສຍຊີວິດ 125 ຄົນ.
ຜູ້ເສຍຊີສິດອາຍຸນ້ອຍທີ່ສຸດ 2 ປີ. ແລະ ເຖົ້າທີ່ສຸດແມ່ນ 82 ປີ,
ເຊິ່ງຜູ້ເສຍຊີວິດນັ້ນມີເຖິງ 77 ສັນຊາດ ແລະ ເຈົ້າໜ້າທີ່ໄພຂອງນິວຢອກ 441 ຄົນ.
ນອກຈາກນີ້, ມີອີກຫລາຍພັນຄົນທີ່ໄດ້ຮັບບາດເຈັບ, ມີອາການປ່ວຍທີ່ເຊື່ອມໂຍງກັບເຫດການຄັ້ງນີ້ ໂດຍສະເພາະນັກດັບເພີງທີ່ຕ້ອງສູບດົມກິ່ນອາຍຂອງຄວັນໄຟທີ່ເຕັໄປດ້ວຍມົນລະພິດ.
ດັ່ງນັ້ນ, ໂລກຈຶ່ງຂະໜານນາມວ່າເປັນເຫດການສະເທືຶນຂວັນ, ເປັນວັນວິນາດສະກຳຄັ້ງຍິ່ງໃຫຍ່ຂອງໂລກ.